ຫວຽດນາມ ສັກວັກຊິນກັນໂຄວິດ-19 ຫຼາຍກວ່າ 90 ລ້ານໂດສ ແລ້ວ

(VOVWORLD) -ຈຳນວນວັກຊິນກັນໂຄວິດ-19 ທີ່ໄດ້ສັກມາຮອດປະຈຸບັນແມ່ນ 90,803,650 ໂດສ. ໃນນັ້ນມີກວ່າ 61 ລ້ານຄົນໄດ້ສັກເຂັມທີ 1, ກວ່າ 29 ລ້ານຄົນໄດ້ສັກເຂັມທີ 2.
ຫວຽດນາມ ສັກວັກຊິນກັນໂຄວິດ-19 ຫຼາຍກວ່າ 90 ລ້ານໂດສ ແລ້ວ - ảnh 1(ພາບປະກອບ)

ຕາມແຫຼ່ງຂ່າວຈາກປະຕູຖານຂໍ້ມູນສັກວັກຊິນກັນໂຄວິດ-19 ແລ້ວ, ໄລ່ຮອດເວລາ 9 ໂມງຂອງວັນທີ 08 ພະຈິກ, ຈຳນວນວັກຊິນກັນໂຄວິດ-19 ຫວຽດນາມ ທີ່ໄດ້ສັກໃຫ້ແກ່ປະຊາຊົນແມ່ນຫຼາຍກວ່າ 90 ລ້ານໂດສ. ລະອຽດແມ່ນ, ຈຳນວນວັກຊິນກັນໂຄວິດ-19 ທີ່ໄດ້ສັກມາຮອດປະຈຸບັນແມ່ນ 90,803,650 ໂດສ. ໃນນັ້ນມີກວ່າ 61 ລ້ານຄົນໄດ້ສັກເຂັມທີ 1, ກວ່າ 29 ລ້ານຄົນໄດ້ສັກເຂັມທີ 2.

        ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ມາຮອດຈຸດເວລານີ້, ມີວັກຊິນກັນໂຄວິດ-19 ຈຳນວນ 124 ລ້ານໂດສໄດ້ສົ່ງມາຮອດ ຫວຽດນາມ ແລ້ວ. ທາງກະຊວງສາທາລະນະສຸກໄດ້ຈັດແບ່ງວັກຊິນ109 ລ້ານໂດສໃຫ້ແກ່ບັນດາທ້ອງຖິ່ນ, ສ່ວນຍັງເຫຼືອຈະໄດ້ຈັດແບ່ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ