ຫວຽດນາມ - ສິງກະໂປໂອ້ລົມທາງໂທລະສັບກ່ຽວກັບຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ

(VOVWORLD) - ຕອນບ່າຍວັນທີ 07 ມິຖຸນາ, ຕາມການສະເໜີຂອງຝ່າຍ ສິງກະໂປ, ຫວຽດນາມ ແລະ ສິ່ງກະໂປ ໄດ້ມີການໂອ້ລົມທາງໂທລະສັບກ່ຽວກັບຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. 
ຫວຽດນາມ - ສິງກະໂປໂອ້ລົມທາງໂທລະສັບກ່ຽວກັບຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ - ảnh 1  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ (ພາບ: TTXVN)

ໃນການໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishman ຢືນຢັນວ່າ ສິງກະໂປ ຖືເປັນສຳຄັນທີ່ສຸດການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ອະທິບາຍກ່ຽວກັບສະພາວະຂອງການກ່າວຄຳປາໄສຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໃນວັນທີ 31 ພຶດສະພາ ແລະ ຈຸດປະສົງຂອງການກ່າວຄຳປາໄສແມ່ນບໍ່ໄດ້ມີເຈດຕະນາລົມແຕະຕ້ອງ ຫວຽດນາມ ແລະ ກຳປູເຈຍ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ ຄຳກ່າວປາໄສດັ່ງກ່າວ ໄດ້ກໍ່ໃຫ້ເກີດປະຕິກິລິຍາຫຍໍ້ທໍ້, ພິເສດແມ່ນໃນສະພາບທີ່ປະຊາຊົນ ກຳປູເຈຍ ຫາກໍ່ສະເຫຼີມສະຫຼອງ 40 ປີແຫ່ງວັນຫລຸດພົ້ນອອກຈາກໄພດັບສູນເຊື້ອຊາດປອນປົດຢ່າງສົມກຽດ ແລະ ສານພິເສດຢູ່ ກຳປູເຈຍ ກໍ່ໄດ້ຕັດສິນໂທດກຳດັບສູນເຊື້ອຊາດຕ້ານມວນມະນຸດຂອງຂະແມແດງ, ສົ່ງຄືນຄວາມຍຸຕິທຳໃຫ້ບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ, ໂດຍໄດ້ຮັບຄວາມຊົມເຊີຍຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ