(VOVWORLD) - ສະມາຄົມວິສາຫະກິດການບໍລິການ Logistics ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມປະຈຳປີ ພາກພື້ນ ອາຊີ - ປີຊີຟິກ ຂອງ ສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ (FIATA), ກອງປະຊຸມກາງປີ ຂອງ ສະຫະພັນສະມາຄົມການຂົນສົ່ງ ອາຊຽນ (AFFA) ຢູ່ ນະຄອນ ດ່າໜັງ ແຕ່ວັນທີ 13 ກໍລະກົດ - 15 ກໍລະກົດ.
ປີນີ້, ສະມາຄົມວິສາຫະກິດການບໍລິການ Logistics ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມປະຈຳປີ ພາກພື້ນ ອາຊີ - ປີຊີຟິກ ຂອງ ສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ (FIATA), ກອງປະຊຸມກາງປີ ຂອງ ສະຫະພັນສະມາຄົມການຂົນສົ່ງ ອາຊຽນ (AFFA) ຢູ່ ນະຄອນ ດ່າໜັງ ແຕ່ວັນທີ 13 ກໍລະກົດ - 15 ກໍລະກົດ.
ນອກຈາກບັນດາຜູ້ແທນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງແລ້ວ, ຄາດວ່າ ຈະມີຜູ້ຕາງໜ້າວິສາຫະກິດການບໍລິການ Logistics 250 ທ່ານ ທີ່ມາຈາກບັນດາປະເທດເຂົ້າຮ່ວມກອງປະຊຸມດັ່ງກ່າວ. ເຫດການນີ້ ຈະເປີດຂົວຕໍ່ການຄ້ານຳເຂົ້າສົ່ງອອກລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ ໃນບັນດາຂະແໜງການ, ຂົງເຂດຄື: ການບິນ, ພັດຕະຄານ, ໂຮງແຮມ, ການທ່ອງທ່ຽວ.
ໃນຂອບເຂດຂອງກອງປະຊຸມດັ່ງກ່າວ ຈະຈັດລາຍການເຊື່ອມຕໍ່ການດຳເນີນທຸລະກິດ (B2B) ອີກດ້ວຍ.