ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ໃນ​ວຽກ​ງານ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

(VOVWORLD) -ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງສຳເລັດຜົນ ກໍຄືປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃນຖານະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ໃນນັ້ນ ລວມມີບັນດາຂໍ້ລິເລີ່ມທີ່ແທດຈິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ ອາຟະລິກາ.
ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ໃນ​ວຽກ​ງານ​ປ້ອງ​ກັນ​, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ - ảnh 1ທ່ານ ເລຮຸຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ແນະນຳສິນຄ້າຫວຽດທີ່ງານວາງສະແດງສິນຄ້າ (ພາບປະກອບ: TTXVN) 

ກ່າວຄຳເຫັນໃນການເຮັດວຽກກັບທ່ານ ເລຮຸຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ໃນວັນທີ 23 ພະຈິກ ຢູ່ນະຄອນຫຼວງ Maputo, ທ່ານນາງ Veronica Nataniel ລັດຖະມົນຕີການຕ່າງປະເທດ ໂມຊຳບິກ ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ແບ່ງປັນຄວາມສຳເລັດ ເພື່ອຊ່ວຍ ໂມຊຳບິກ ກ້າວໄປເຖິງວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນໄວກວ່າອີກ. ທ່ານນາງລັດຖະມົນຕີ Nataniel ກໍຕີລາຄາສູງຕໍ່ບັນດາຜົນງານທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ, ຖື ຫວຽດນາມ ແມ່ນແບບຢ່າງທີ່ຄວນຮ່ຳຮຽນເອົາໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ພັດທະນາເສດຖະກິດສັງຄົມ. ຢັ້ງຢືນວ່າ ໂມຊຳບິກ ຍາມໃດກໍຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, ທ່ານນາງ Nataniel ປາດຖະໜາວ່າ ໃນໄລຍະຈະມາເຖິງ  ສອງປະເທດຈະສືບຕໍ່ຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມືສະໜິດຕິດພັນໃນຫຼາຍດ້ານ, ພິເສດໃນວຽກງານແລກປ່ຽນນັກຊ່ຽວຊານກ່ຽວກັບດ້ານກະສິກຳ, ການສຶກສາ ແລະ ສາທາລະນະສຸກ ພ້ອມທັງປາດຖະໜາວ່າ ຫວຽດນາມຈະສືບຕໍ່ສົ່ງເສີມບັນດາວິສາຫະກິດໄປລົງທຶນຢູ່ ໂມຊຳບິກ. 

ຕອບກັບ

ຂ່າວ/ບົດ​ອື່ນ