ຫວ​ຽດ​ນາມ ແລະ ຝ​ລັ່ງ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນັບ​ແຕ່ລັດ​ຖະ​ສະ​ພາ​ລົງ​ຮອດ​ທ້ອງ​ຖິ່ນ

(VOVWORLD) - ຕອນບ່າຍວັນທີ 7 ຕຸລາ, ຕາມເວລາທ້ອງຖິ່ນ, ໃນຂອບເຂດການຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານປະທານສະພາສູງ ຝລັ່ງ Gerard Larcher.
ຫວ​ຽດ​ນາມ ແລະ ຝ​ລັ່ງ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ນັບ​ແຕ່ລັດ​ຖະ​ສະ​ພາ​ລົງ​ຮອດ​ທ້ອງ​ຖິ່ນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານປະທານສະພາສູງ ຝລັ່ງ Gerard Larcher (ພາບ: TTXVN)

ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີລັດຖະສະພາ ຝລັ່ງ ໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ສະໜັບສະໜູນ ຄະນະກຳມະການ ເອີລົບ (EC) ລົບລ້າງບັດເຫຼືອງສຳລັບສິນໃນນ້ຳ ຫວຽດນາມໂດຍໄວ.

ສ່ວນທ່ານ ປະທານສະພາສູງ ຝລັ່ງ Gerard Larcher ໄດ້ເຫັນດີເປັນເອກະພາບຕໍ່ບັນດາຂໍ້ສະເໜີຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມກ່ຽວກັບການຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສລະຫວ່າງລັດຖະສະພາໃນພາກພື້ນ ແລະ ໂລກ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ຕີລາຄາສູງຄວາມເອົາໃຈໃສ່ ກໍ່ຄືບັນດາການປະກອບສ່ວນຂອງສະພາສູງ ຝລັ່ງເຂົ້າການເຊື່ອມຕໍ່ບັນດາທ້ອງຖິ່ນ ສອງປະເທດໃນການຈັດຕັ້ງຢ່າງສຳເລັດຜົນບັນດາເຫດການກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝລັ່ງ ຄັ້ງທີ 12 ຢູ່ຮ່າໂນ້ຍ (4/2023), ເຫດການທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນການພົວພັນລະຫວ່າງ ຫວຽດນາມ - ຝລັ່ງນັບແຕ່ເວລາພາຍຫຼັງພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ