ຫວຽດ​ນາມ ໄດ້​ປິ່ນ​ປົວຫາຍ​ດີ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ​ວ່າ 282.000 ຄົນ

(VOVWORLD) -ວັນທີ 4 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກກວ່າ 9.500 ກໍລະນີ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 4.104 ຄົນ, ບິ່ງເຢືອງ ມີ 2.485 ຄົນ, ຮ່າໂນ້ຍ ມີ 52 ຄົນ... ເປັນອັນວ່າ, ໃນເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ໄດ້ຫຼຸດລົງ 5.373 ກໍລະນີ. 
ຫວຽດ​ນາມ ໄດ້​ປິ່ນ​ປົວຫາຍ​ດີ​ໃຫ້​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ​ວ່າ 282.000 ຄົນ - ảnh 1ຄົນເຈັບຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ (ພາບ: ກະຊວງສາທາລະນະສຸກ)

ຖ້າຫາກວ່າໄລ່ອັດຕາຜູ້ຕິດເຊື້ອໃນຈຳນວນປະຊາກອນ 1 ລ້ານຄົນ, ຫວຽດນາມ ຢືນອັນດັບທີ 161/222 ປະເທດ ແລະ ເຂດແຄວ້ນ (ສະເລ່ຍ 1 ລ້ານຄົນ ມີຜູ້ຕິດເຊື້ອ 5.103 ຄົນ).

          ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 511.170 ຄົນ, ໃນນັ້ນ ໄດ້ປິ່ນປົວຫາຍດີໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 282.000 ຄົນ ແລະ ມີ 12.793 ຄົນ ເສຍຊີວິດ.

          ປັດຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ເກືອບ 21 ລ້ານໂດສ, ໃນນັ້ນ ມີເກືອບ 3 ລ້ານຄົນໄດ້ສັກເຂັມທີ 2 ແລ້ວ.  

ຕອບກັບ

ຂ່າວ/ບົດ​ອື່ນ