(VOVWORLD) -ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງໄດ້ຊົມເຊີຍກະຊວງພາຍໃນສິງກະໂປ ທີ່ໄດ້ລົງລາຍເຊັນຕໍ່ກຳນົດເວລາຂໍ້ຕົກລົງຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳກັບກະຊວງຕຳຫຼວດຫວຽດນາມ.
ທ່ານ K.Shanmugam, ລັດຖະມົນຕີກະຊວງພາຍໃນ, ທັງເປັນລັດຖະມົນຕີກະຊວງກົດໝາຍສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
(ພາບ: TTXVN)
|
ຕອນບ່າຍວັນທີ 06 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟານດິ່ງຈາກ, ເລຂາສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ມີການຕ້ອນຮັບທ່ານ K.Shanmugam, ລັດຖະມົນຕີກະຊວງພາຍໃນ, ທັງເປັນລັດຖະມົນຕີກະຊວງກົດໝາຍສິງກະໂປ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງໄດ້ຊົມເຊີຍກະຊວງພາຍໃນສິງກະໂປ ທີ່ໄດ້ລົງລາຍເຊັນຕໍ່ກຳນົດເວລາຂໍ້ຕົກລົງຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳກັບກະຊວງຕຳຫຼວດຫວຽດນາມ. 2 ຝ່າຍລ້ວນແຕ່ເຫັນດີນຳກັນວ່າ, ນີ້ຈະແມ່ນບັນດາພື້ນຖານສຳຄັນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ອາດຊະຍາກຳເສດຖະກິດ, ບັນດາອາດຊະຍາກຳຂ້າມຊາດປະເພດຕ່າງໆ…
ສ່ວນທ່ານລັດຖະມົນຕີ K.Shanmugam ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາກັບທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ແລະ ຕີລາຄາວ່າ ການເຈລະຈາໄດ້ດຳເນີນບັນລຸຜົນສຳເລັດຢ່າງດີງາມ.