ອົດສະຕາລີຫນູນຊ່ວຍພັດທະນາບັນດາຄວາມຊຳນານງານຢູ່ຫວຽດນາມ
(ພາບປະກອບ)
(vovworld)- ວັນທີ 29/5, ຢູ່ ຮ່າໂນ້ຍ, ສະຖານທູດ ອົດສະຕາລີ ປະຈຳຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາໂຕະມົນ ກ່ຽວກັບການພັດທະນາຄວາມຊຳນານງານ. ເຂົ້າຮ່ວມ ກອງປະຊຸມສຳມະນາມີບັນດາຄະນະຊ່ຽວຊານມາຈາກສະພາວິຊາຊີບ ອົດສະຕາລີ. ທີ່ກອງປະຊຸມສຳມະນາ, ທ່ານ Hugh Borrowman, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ການພັດທະນາແຫລ່ງຊັບພະຍາກອນມະນຸດ ແມ່ນຂົງເຂດຮ່ວມມືຫລັກແຫລ່ງຂອງອົດສະຕາລີ ກັບຫວຽດນາມ. ອົດສະຕາລີ ໄດ້ ແລະ ພວມສຸມໃສ່ປະຕິຮູບການສຶກສາມະຫາວິທະຍາໄລ ແລະ ຫລັງມະຫາວິທະຍາໄລ, ບັນດາໂຄງການນີ້ໄດ້ຮັບການອຸປະຖຳຂອງໂຄງການຊ່ວຍເຫລືອຂອງລັດຖະບານ ອົດສະຕາລີ, ເປັນຂີດໝາຍຫັນປ່ຽນການຮ່ວມມືຫລາຍກວ່າໃນຂົງເຂດປະຕິຮູບການເຄື່ອນໄຫວສອນວິຊາຊີບ ພ້ອມທັງຮັບຮູ້ຄວາມສຳຄັນຂອງການເຄື່ອນໄຫວດັ່ງກ່າວໃນການພັດທະນາຂອງຫວຽດນາມ ໃນອະນາຄົດ.