ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ
(VOVWORLD) -ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຢືນຢັນວ່າ 2 ປະເທດພວມມີການພົວພັນຄູ່ຮ່ວມມືຂະຫຍັນຂັນເຄື່ອນ ໂດຍອີງໃສ່ບັນດາການພົວພັນປະຊາຄົມ ແລະ ວິສາຫະກິດຢ່າງແຮງ
ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ອນການມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 26 – 28/06, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຢືນຢັນວ່າ 2 ປະເທດພວມມີການພົວພັນຄູ່ຮ່ວມມືຂະຫຍັນຂັນເຄື່ອນ ໂດຍອີງໃສ່ບັນດາການພົວພັນປະຊາຄົມ ແລະ ວິສາຫະກິດຢ່າງແຮງ ແລະ ອົດສະຕາລີ ປາດຖະໜາຢາກເຮັດໃຫ້ການພົວພັນ 2 ຝ່າຍກັບ ຫວຽດນາມ ໃຫ້ເລິກເຊິ່ງຂຶ້ນຕື່ມ. ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ແລ້ວ, 2 ປະເທດກໍ່ພວມແບ່ງປັນເປົ້າໝາຍຫລັກ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ. ອົດສະຕາລີ ແລະ ຫວຽດນາມ ພວມຮ່ວມມືກັນຢ່າງແໜ້ນແຟ້ນໃນວິວັດການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19.
ການເດີນທາງມາຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Penny Wong ດຳເນີນໄປພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເປັນເວລາ 1 ເດືອນ.