ອິນ​ເດຍ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi ໃຫ້​ແກ່ ຫວຽດ​ນາມ, ລາວ ແລະ ມຽນ​ມາ

(VOVWORLD) - ວັນທີ 15 ກັນຍາ, ລັດຖະບານ ອິນເດຍ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອຈຳນວນ 35 ໂຕນ ໃຫ້ແກ່ ຫວຽດນາມ ເພື່ອປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi. 
ອິນ​ເດຍ ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Yagi ໃຫ້​ແກ່ ຫວຽດ​ນາມ, ລາວ ແລະ ມຽນ​ມາ - ảnh 1ງວດເຄື່ອງຊ່ວຍເຫຼືອມະນຸດສະທຳຂອງ ອິນເດຍ ໄດ້ມາຮອດ ຮ່າໂນ້ຍ ໃນວັນທີ 15 ກັນຍາ
(ພາບ: ກະຊວງການຕ່າງປະເທດ ອິນເດຍ)

ເຮືອບິນຂົນສົ່ງທະຫານໝາຍເລກ C-17 Globemaster ຂົນສົ່ງເຄື່ອງຊ່ວຍເຫຼືອໄພພິບັດ ແລະ ຊ່ວຍເຫຼືອມະນຸດສະທຳ ໄດ້ເດີນທາງມາຮອດນະຄອນຮ່າໂນ້ຍ ໃນຕອນຄ່ຳວັນທີ 15 ກັນຍາ, ເຊິ່ງລວມມີ: ເຄື່ອງກັ່ນຕອງນ້ຳ, ຖັງໃສ່ນ້ຳ, ຜ້າຫົ່ມ, ເຄື່ອງໃຊ້ເຮືອນຄົວ, ດອກໄຟນໍາໃຊ້ພະລັງງານແສງອາທິດໃຫ້ແກ່ປະຊາຊົນ ຫວຽດນາມ ຜູ້ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ໂດຍພາຍຸ Yagi ກໍ່ຂຶ້ນ. ໄປຄຽງຄູ່ກັນນັ້ນ, ອິນເດຍ ກໍໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອ 10 ໂຕນ ລວມທັງອາຫານແຫ້ງ, ເສື້ອຜ້າ ແລະ ຢຸກຢາ ໃຫ້ແກ່ ມຽນມາ ແລະ ເຄື່ອງຊ່ວຍເຫຼືອ 10 ໂຕນ ລວມມີ ຈັກກະຈາຍໄຟຟ້າ, ເຄື່ອງກັ່ນຕອງນ້ຳ, ອຸປະກອນເຮັດອະນາໄມ, ມຸ້ງກັນຍຸງ, ຜ້າຫົ່ມ… ເພື່ອມອບໃຫ້ລັດຖະບານ ລາວ.

        ພາຍຸ Yagi ໄດ້ຮັບຖືວ່າ ແມ່ນພາຍຸລູກແຮງທີ່ສຸດຂອງອາຊີ ໃນປີນີ້, ມັນໄດ້ທຳລາຍພາກໃຕ້ ຈີນ, ພາກເໜືອ ຫວຽດນາມ, ລາວ, ໄທ ແລະ ມຽນມາ ໃນອາທິດຜ່ານມາ ຢ່າງໜັກໜ່ວງ.

ນັກຂ່າວ VOV ປະຈຳ ອິນເດຍ 

 

ຕອບກັບ

ຂ່າວ/ບົດ​ອື່ນ