ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ເລີ່ມ​ຮອບ​ເຈ​ລະ​ຈາ​ຄັ້ງ​ໃຫມ່ ກ່ຽວ​ກັບ ນິວ​ເຄຼຍ

(VOVWORLD) -  ເຕເຮຣານ ພ້ອມແລ້ວທີ່ຈະເລີ່ມການເຈລະຈາຮອບໃຫມ່ ກ່ຽວກັບ ນິວເຄຼຍ ຢູ່ ນອກກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ ສະຫະລັດ ອາເມລິກາ, ຖ້າຫາກບັນດາຝ່າຍພ້ອມແລ້ວທີ່ຈະເຂົ້າຮ່ວມ.
ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ເລີ່ມ​ຮອບ​ເຈ​ລະ​ຈາ​ຄັ້ງ​ໃຫມ່ ກ່ຽວ​ກັບ ນິວ​ເຄຼຍ - ảnh 1ນັກເຕັກນິກກວດກາເຄື່ອງເສີມທາດ uranium ຢູ່ໂຮງງານແຫ່ງໜຶ່ງຂອງ ອີຣານ (ພາບ:  AFP/TTXVN)

ວັນທີ 23 ກັນຍາ, ໃນ video ຕອນຫນຶ່ງທີ່ເອົາລົງ ສື່ສັງຄົມອອນລາຍ Telegram, ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ, Abbas Araqchi ຢັ້ງຢືນ: ເຕເຮຣານ ພ້ອມແລ້ວທີ່ຈະເລີ່ມການເຈລະຈາຮອບໃຫມ່ ກ່ຽວກັບ ນິວເຄຼຍ ຢູ່ ນອກກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ ສະຫະລັດ ອາເມລິກາ, ຖ້າຫາກບັນດາຝ່າຍພ້ອມແລ້ວທີ່ຈະເຂົ້າຮ່ວມ. ຜູ້ນຳໜ້າກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ທ່ານ ຈະຢູ່ ນິວຢອກຕື່ມ ອີກ 2-3 ມື້ ເມື່ອທຽບກັບແຜນການຂອງປະທານາທິບໍດີ ແລະ ຈະມີການພົບປະຄັ້ງຕ່າງໆກັບລັດຖະມົນຕີ ຫລາຍປະເທດ, ສຸມໃສ່ມານະພະຍາຍາມການເຈລະຈາຮອບໃຫມ່ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ ນິວເຄຼຍໃນປີ 2015 ທີ່ໄດ້ລົງນາມລະຫວ່າງ ອີຣານ ແລະ ກຸ່ມ P5+1 ຫລື ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ປະຈຸບັນ ບັນດາຝ່າຍ ໄດ້ມີການແລກປ່ຽນ ແລະ “ຖະແຫລງການຮ່ວມ ກ່ຽວກັບຄວາມພ້ອມ” ທີ່ໄດ້ຍົກອອກມາ, ແຕ່ບັນດາເງື່ອນໄຂສາກົນ ປະຈຸບັນ ເຮັດໃຫ້ເລື່ອງເລີ່ມການເຈລະຈາຮອບໃຫມ່ ກາຍເປັນສັບສົນ ແລະ ຫຍຸ້ງຍາກວ່າກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ