(ພາບປະກອບ) |
(vovworld)- ວັນທີ 8/8,ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 47 (AMM 47) ຖືກໄຂຂຶ້ນຢູ່ນະຄອນຫຼວງ Nay Pyi Taw, ປະເທດມຽນມາ, ໄດ້ດຳເນີນກອງປະຊຸມຫົວເລື່ອງ ກ່ຽວກັບສັນຕິພາບ ແລະ ການໄກ່ເກ່ຍໂດຍສະຖາບັນອາຊຽນເພື່ອສັນຕິພາບ ແລະ ການໄກ່ເກ່ຍ AIPR ຈັດຂຶ້ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນ ໄດ້ຕີລາຄາສູງການເຄື່ອນໄຫວຂອງສະຖາບັນ ກໍຄືຂໍ້ລິເລີ່ມຈັດຕັ້ງເຫດການນີ້ຂອງ AIPR. ທ່ານເລຂາທິການໃຫຍ່ອາຊຽນ ເລເລື່ອງມິນ ໄດ້ເນັ້ນໜັກເຖິງຄວາມໝາຍອັນຍິ່ງໃຫຍ່ຂອງບັນດາການເຄື່ອນໄຫວຂອງ AIPR, ເປັນຕົ້ນແມ່ນເມື່ອອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນຈຸດເວລາຍອດສູງຂອງສົງຄາມເຢັນ ແລະ ຄວາມເຄັ່ງຕຶງລະຫວ່າງບັນດາປະເທດໃນພາກພື້ນກ່ອນນີ້ 47 ປີ, ພ້ອມທັງຊີ້ແຈ້ງເຖິງການສ້າງຕັ້ງ AIPR ແມ່ນການສະແດງໃຫ້ເຫັນຄວາມຫວັງ, ຄຳໝັ້ນສັນຍາສັນຕິພາບກໍຄືຄວາມຕັດສິນໃຈ ຂອງບັນດາປະເທດອາຊຽນ ກໍ່ສ້າງ ແລະ ຮັກສາສັນຕິພາບໃນພາກພື້ນ.