ອາ​ຊຽນ ແລະ ຈີນ ເລີ່ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ເຂດ​ກາ​ນ​ຄ້າ​ເສ​ລີ

(VOVWORLD) -ການປຶກສາຫາລືຮອບທຳອິດໃນຂອບເຂດການເຈລະຈາຍົກລະດັບເຂດການຄ້າເສລີ ລະຫວ່າງ ອາຊຽນ ແລະ ຈີນ (ACFTA )ເລີ່ມແຕ່ວັນທີ 7 ກຸມພາ ຕາມຮູບແບບທາງໄກ.

ອາ​ຊຽນ ແລະ ຈີນ ເລີ່ມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ເຂດ​ກາ​ນ​ຄ້າ​ເສ​ລີ - ảnh 1ພາບ: VCG

ຕາມກະຊວງການຄ້າຈີນແລ້ວ, ຢູ່ໃນການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບລະບຽບການ, ການຈັດຕັ້ງ ແລະ ແຜນການປະຕິບັດງານຂອງການເຈລະຈາ, ກຳນົດວັນເວລາ ແລະ ຂັ້ນຕອນໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ.

ກ່ອນໜ້ານັ້ນ, ເມື່ອເດືອນພະຈິກ ປີ 2022, ຈີນ ແລະ ອາຊຽນ ໄດ້ຖະແຫຼງເລີ່ມ ເຈລະຈາຍົກລະດັບ ACFTA ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ