ອາເມລິກາ ແລະ ສປປ.ເກົາຫຼີ ສືບຕໍ່ເຈລະຈາຂັ້ນນັກວິຊາການ

(VOVWORLD) -  ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບສືບຕໍ່ດຳເນີນບັນດາການເຈລະຈາຂັ້ນນັກວິຊາການໃນອາທິດໜ້າຢູ່ປະເທດທີ 3 ຢູ່ ອາຊີ. ເຖິງຢ່າງໃດກໍ່ຕາມ, ທ່ານ Kim Eui-kyeom ຍັງບໍ່ເຜີຍໃຫ້ຮູ້ລາຍລະອຽດເທື່ອ.

ວັນທີ 10 ກຸມພາ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ: ອາເມລິກາ ແລະ ສປປ.ເກົາຫຼີ ຈະຈັດຕັ້ງບັນດາການເຈລະຈາຂັ້ນນັກວິຊາການຕື່ມອີກ ເພື່ອກະກຽມໃຫ້ການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ໃນທ້າຍເດືອນນີ້ຢູ່ ຫວຽດນາມ. ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Kim Eui-kyeom ໂຄສົກຂອງປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ: ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບສືບຕໍ່ດຳເນີນບັນດາການເຈລະຈາຂັ້ນນັກວິຊາການໃນອາທິດໜ້າຢູ່ປະເທດທີ 3 ຢູ່ ອາຊີ. ເຖິງຢ່າງໃດກໍ່ຕາມ, ທ່ານ Kim Eui-kyeom ຍັງບໍ່ເຜີຍໃຫ້ຮູ້ລາຍລະອຽດເທື່ອ.

        ສິ່ງຫຍຸ້ງຍາກທີ່ສຸດໃນການເຈລະຈາຄັ້ງນີ້ ແມ່ນເຮັດແຈ້ງບັນດາບາດກ້າວປອດນິວເຄຼຍຂອງ ສປປ.ເກົາຫຼີ ແລະ ບັນດາບາດກ້າວຄ້າຍຄືກັນຂອງ ອາເມລິກາ.

 

ຕອບກັບ

ຂ່າວ/ບົດ​ອື່ນ