ອາເມລິກາ:FEDຢຸດຕິໂຄງການໜູນຊ່ວຍທັງໝົດ,ຮັກສາອັດຕາດອກເບ້ຍຕ່ຳ

ອາເມລິກາ:FEDຢຸດຕິໂຄງການໜູນຊ່ວຍທັງໝົດ,ຮັກສາອັດຕາດອກເບ້ຍຕ່ຳ - ảnh 1
ຕະຫຼ​າດຫຼັກ​ຊັບ​ຢູ່​ນິວຢອກ
(ພາບ: AFP/TTXVN)

(vovworld) – ວັນ​ທີ 29/10, ທະ​ນາ​ຄານ​ສູນ​ກາງ ອາ​ເມ​ລິ​ກາ ຕົກ​ລົງ​ຢຸດ​ຕິ​ບ້ວງ​ໜ​ູນ​ຊ່ວຍ​ທັງ​ໝົດ ແຕ່​ຍັ​ງ​ຄົງ​ຮັກ​ສາ​ອັດ​ຕາ​​ອັດ​ຕາ​ດອກ​ເບ້ຍ​ຕ່ຳ​ເພື່ອ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ສິນ​ເຊື່ອ. ແຈ້ງ​ການ​ຂອງ​ຄະ​ນະ​ກຳ​ມະ​ການ​ຕະຫຼ​າ​ດ​ເປີດ​​ສະ​ຫະ​ລັດ (FOMC) ໃຫ້​ຮູ້​ວ່າ: ພາ​ຍຫຼັງ​ການ​ປະ​ຊຸມ​ປະ​ຈຳ​​ໄລ​ຍະເປັນ​ເວ​ລາ 2 ວັນ, ທະ​ນາ​ຄານສະ​ສົມ​ສະ​ຫະ​ລັດ (FED) ຕົກ​ລົງ​ຢຸດ​ຕິ​ໂຄງ​ການ​ໜ​ູ​ນ​ຊ່ວຍ (QE) ທົງ​ໝົດ​ທີ່​ໄດ້​ປະ​ຕິ​ບັດ​​ນັບແຕ່​ເດືອນ 11/2008 ເພື່ອ​ແນ​ໃສ່​ຊ່ວຍ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ ຜ່ານ​ຜ່າ​ວິ​ກິດ​ການ 2007 – 2009. ດ້ວຍ 3 ບ້ວງ​ເງິນ​ໜູນ​ຊ່ວຍ, ໃນ​ເວ​ລາ 6 ປີ​ຜ່ານ​ມາ FED ໄດ້​​ໃຊ້​ເງິນ 4.400 ຕື້​ USD ເພື່ອ​ຊື້​ພັນ​ທະ​ບັດ​ໄລ​ຍະ​ຍາວ​ທີ່​ກ່ຽວ​ຂ້ອງ​ເຖິງການ​ຄ້ຳ​ປະ​ກັ​ນ​ແນ​ໃສ່​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ຢູ່​ໃນ​ລະ​ດັບ​ຕ່ຳ, ຜ່ານນັ້ນ​ສົ່ງ​ເສີມ​ການ​ລົງ​ທຶນ, ສິນ​ເຊື່ອ ແລະ ​ຊ່ວຍ​ຊຸກ​ຍູ້​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ.


ຂ່າວ/ບົດ​ອື່ນ