ພາບປະກອບ:internet
|
(vovworld)- ວັນທີ 26/10, ລັດຖະບານ ຊີຣີ ໄດ້ປະຕິເສດຂ່າວຄາວທີ່ວ່າ ບັນດາກຳລັງທະຫານ ຊີຣີ ເຄີຍນຳໃຊ້ອາວຸດເຄມີໃນສົງຄາມກາງເມືອງຢູ່ປະເທດຕາເວັນອອກກາງນີ້. ການກະທຳດັ່ງກ່າວຖືກຍົກອອກມາພຽງ 2, 3 ມື້ ພາຍຫລັງການສືບສວນສອບສວນສາກົນທີ່ກ່າວຫາກຳລັງທະຫານຂອງອຳນາດການປົກຄອງ ຊີຣີ ຢືນຢູ່ເບື້ອງຫລັງເຫດບຸກໂຈມຕີດ້ວຍອາຍພິດຄັ້ງທີ 3 ໃນການປະທະກັນພວມເກີດຂຶ້ນ.
ຕາມບົດລາຍງານການສືບສວນສອບສວນຄັ້ງທີ 4 ຂອງ ສປຊ ແລະ ອົງການຫ້າມອາວຸດເຄມີ, ບັນດາກຳລັງທະຫານອຳນາດການປົກຄອງ ຊີຣີໄດ້ດຳເນີນການບຸກໂຈມຕີດ້ວຍອາຍພິດ ຢູ່ ເຂດ Qmenas ຂຶ້ນກັບແຂວງ Idlib ໃນວັນທີ 16/3/2015. ເຖິງຢ່າງໃດກໍຕາມ, ສຳນັກຂ່າວສານ SANA ໄດ້ຄັດແຫລ່ງຂ່າວຈາກກະຊວງການຕ່າງປະເທດ ຊີຣີ ໄດ້ປະຕິເສດບັນດາຄຳກ່າວຫາໂດຍຝ່າຍຕາເວັນຕົກ ປະກາດກ່ຽວກັບເລື່ອງທະຫານ ຊີຣີ ນຳໃຊ້ທາດເຄມີໃນບັນດາບັ້ນການທະຫານ. ອົງການນີ້ໄດ້ຢືນຢັນວ່າ ບໍ່ມີພະຍານຫລັກຖານໃດຈະແຈ້ງໃນໝາກຜົນການສືບສວນສອບສວນດັ່ງກ່າວ.