ຮັກສາກົນໄກຄວບຄຸມລະຫວ່າງນະຄອນໂຮ່ຈີມິນແລະບັນດາເຂດທາງພາກໃຕ້ເມື່ອຜ່ອນຜັນການແຍກຫ່າງສັງຄົມ

(VOVWORLD) -ບັນດາຄຳເຫັນໄດ້ເປັນເອກະພາບກັນກ່ຽວກັບເລື່ອງຈຳເປັນຕ້ອງປະຕິບັດການຜ່ອນຜັນການແຍກຫ່າງສັງຄົມຢູ່ນະຄອນ ໂຮ່ຈີມິນ ແລະ ເຂດທາງພາກໃຕ້ ໃນສະພາບບັນດາທ້ອງຖິ່ນຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ
ຮັກສາກົນໄກຄວບຄຸມລະຫວ່າງນະຄອນໂຮ່ຈີມິນແລະບັນດາເຂດທາງພາກໃຕ້ເມື່ອຜ່ອນຜັນການແຍກຫ່າງສັງຄົມ - ảnh 1ສະຖານທີ່ຖ່າຍທອດ
(ພາບ:mod.gov.vn)

ຕອນບ່າຍວັນທີ 28 ກັນຍາ, ຢູ່ສະຖານທີ່ຖ່າຍທອດນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເຮັດວຽກແບບທາງໄກກັບນະຄອນໂຮ່ຈີມິນ, ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ເຂດ ໄຕຫງວຽນ ກ່ຽວກັບການກະກຽມຜ່ອນຜັນການແຍກຫ່າງສັງຄົມພາຍຫຼັງວັນທີ 30 ກັນຍາ.

        ທີ່ການເຮັດວຽກ, ບັນດາຄຳເຫັນໄດ້ເປັນເອກະພາບກັນກ່ຽວກັບເລື່ອງຈຳເປັນຕ້ອງປະຕິບັດການຜ່ອນຜັນການແຍກຫ່າງສັງຄົມຢູ່ນະຄອນ ໂຮ່ຈີມິນ ແລະ ເຂດທາງພາກໃຕ້ ໃນສະພາບບັນດາທ້ອງຖິ່ນຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ; ຮຽກຮ້ອງການຜ່ອນຜັນການແຍກຫ່າງສັງຄົມ ເພື່ອພື້ນຟູເສດຖະກິດ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໃນຈຸດເວລານີ້ແມ່ນປັດໄຈພາວະວິໄສ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຫັນດີກັບຂໍ້ສະເໜີຂອງບັນດາທ້ອງຖິ່ນ ນັ້ນແມ່ນ ສືບຕໍ່ຮັກສາກົນໄກການກວດກາຜູ້ເຂົ້າ, ອອກນະຄອນ ໂຮ່ຈີມິນ ແລະ ການກວດກາການໄປມາລະຫວ່າງບັນດາແຂວງ, ນະຄອນຄືໃນປະຈຸບັນ. ທ່ານຮອງນາຍົກລັດຖະມົນຕີກໍ່ຕັກເຕື່ອນວ່າ ເພື່ອຮັບປະກັນໃຫ້ແກ່ຜູ້ອອກແຮງງານຢູ່ນະຄອນ ໂຮ່ຈີມິນ ໄດ້ເຮັດວຽກ, ທາງນະຄອນຄວນສ້າງເງື່ອນໄຂກ່ຽວກັບການເຮັດວຽກ, ວັກຊິນ, ບ່ອນຢູ່ອາໄສໃຫ້ແກ່ຜູ້ອອກແຮງງານ ຮັບປະກັນຄວາມປອດໄພ… ພ້ອມກັນນັ້ນ, ກະຊວງສາທາລະນະສຸກ ຕ້ອງສົມທົບກັນບັນດາທ້ອງຖິ່ນ, ຮັບປະກັນການສັກວັກຊິນທັງໝົດເພື່ອບັນລຸໄດ້ພູມຕ້ານທານໃນຊຸມຊົນ ນຳມາເຊິ່ງການດຳລົງຊີວິດເປັນປົກກະຕິໃໝ່ໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ