ຮ່າງກົດໝາຍ 17 ສະບັບ ຈະໄດ້ຮັບການປະກອບ​ຄຳຄິດເຫັນ, ຮັບຮອງເອົາທີ່ກອງປະຊຸມສະພາແຫ່ງຊາດ 2 ຄັ້ງ ປີ 2020

(VOVWORLD) -  ຕອນບ່າຍວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືໃບຍື່ນສະເໜີກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2020, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2019.
ຮ່າງກົດໝາຍ 17 ສະບັບ ຈະໄດ້ຮັບການປະກອບ​ຄຳຄິດເຫັນ, ຮັບຮອງເອົາທີ່ກອງປະຊຸມສະພາແຫ່ງຊາດ 2 ຄັ້ງ ປີ 2020 - ảnh 1 ພາບປະກອບ (ພາບ: quochoi.vn)

ຕອນບ່າຍວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືໃບຍື່ນສະເໜີກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2020, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2019.

        ໃນໃບຢື່ນສະເໜີຕໍ່ສະພາແຫ່ງຊາດ, ທ່ານ ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງທີ 7 (ເດືອນ ພຶດສະພາ 2019), ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາ  ຮ່າງກົດໝາຍ 7 ສະບັບ (ໃນນັ້ນມີ ກົດໝາຍ 1 ສະບັບ ທີ່ໄດ້ຮັບການຮັບຮອງເອົາຕາມຂໍ້ກຳນົດທີ່ ກອງປະຊຸມ  1 ຄັ້ງ) ແລະ ຮ່າງມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ໃນປີ 2020; ປະກອບຄຳຄິດເຫັນໃຫ້ແກ່ ຮ່າງກົດໝາຍ 9 ສະບັບ. ທີ່ກອງປະຊຸມຄັ້ງທີ 8 (ເດືອນຕຸລາ 2019). ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາ ຮ່າງກົດໝາຍ 10 ສະບັບ, ປະກອບຄຳຄິດເຫັນໃຫ້ແກ່ຮ່າງກົດໝາຍ 8 ສະບັບ. ພ້ອມທັງຍື່ນສະເໜີຕໍ່ຄະນະປະຈຳການສະພາແຫ່ງຊາດ ຮ່າງລັດຖະບັນຍັດ 1 ສະບັບ (ເດືອນທັນວາ 2019). ກ່ຽວກັບຮ່າງໂຄງການສ້າງກົດໝາຍປີ2020, ລັດຖະບານໄດ້ສະເໜີນຳເອົາຮ່າງກົດໝາຍ 15 ສະບັບເຂົ້າໃນໂຄງການປີ 2020, ໃນນັ້ນທີ່ກອງປະຊຸມຄັ້ງທີ 9 ໄດ້ຮັບຮອງເອົາ ຮ່າງກົດໝາຍ 9 ສະບັບ ແລະ ປະກອບຄຳຄິດເຫັນໃຫ້ແກ່ ຮ່າງກົດໝາຍ 5 ສະບັບ; ທີ່ກອງປະຊຸມຄັ້ງທີ 10ໄດ້ຮັບຮອງເອົາ ກົດໝາຍ 5 ສະບັບ ແລະ ປະກອບຄຳຄິດເຫັນ ໃຫ້ແກ່ ຮ່າງກົດໝາຍ 1 ສະບັບ.

ນອກຈາກນັ້ນ, ທີ່ກອງປະຊຸມຄັ້ງທີ່ 9 , ສະພາແຫ່ງຊາດຈະປະກອບຄວາມຄິດເຫັນເພື່ອຮັບຮອງເອົາຮ່າງກົດໝາຍ 5 ສະບັບ ທີ່ກອງປະຊຸມຄັ້ງທີ 10ຂອງສະພາແຫ່ງຊາດ ຄື: ກົດໝາຍຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ(ສະບັບປັບປຸງ), ກົດໝາຍປ້ອງກັນຊາຍແດນ ຫວຽດນາມ, ກົດໝາຍຂໍ້ຜຸກພັນໃນສັນຍາສາກົນ… ດັ່ງນັ້ນ, ຮ່າງໂຄງການ ສ້າງກົດໝາຍປີ 2020 ຈະລວມມີ ຮ່າງກົດໝາຍ 17 ສະບັບ ແລະ ຮ່າງມະຕິ 1 ສະບັບ ຂອງ ສະພາແຫ່ງຊາດ.

ແລະ ກໍ່ໃນຕອນບ່າຍວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຂໍຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດດ້ວຍລະບົບເອເລັກໂຕນິກກ່ຽວກັບ 3 ເນື້ອໃນຂອງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຂອງ ເຫຼົ້າ ແລະ ເບຍ

ຕອບກັບ

ຂ່າວ/ບົດ​ອື່ນ