ເກືອບ30.000ບຸກຄົນກໍ່ການຮ້າຍຕ່າງປະເທດພວມເຄື່ອນໄຫວຢູ່ຊີຣີແລະອີຣັກ

ເກືອບ30.000ບຸກຄົນກໍ່ການຮ້າຍຕ່າງປະເທດພວມເຄື່ອນໄຫວຢູ່ຊີຣີແລະອີຣັກ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 05/07 ຜູ້​ຊ່ວຍ​ວຽກ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ສະຫະ​ປະຊາ​ຊາດ ທ່ານ Jean – Paul Laborde ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ມີ​ປະມານເກືອບ 30.000 ​ບຸກຄົນ​ກໍ່​ການ​ຮ້າຍຕ່າງປະ​ເທດ​ພວມ​ເຄື່ອນ​ໄຫວ​ຢູ່ ຊີຣີ ​ແລະ ອີຣັກ, ພ້ອມ​ທັງ ກ່າວ​ເຕືອນວ່າ ​ການ​​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ນັບ​ມື້​ນັບ​ເພີ່​ມ ຂຶ້ນຢູ່​ປະ​ເທດ​ບ້ານ​ເກີດ​ເມືອງ​ນອນຂອງ​ບັນດາ​. ທ່ານ Laborde ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​​ໃຫ້ລະມັດ​ລະວັງ ​ແລະ ມີ​ບັນດາ​ມາດ​ຕະການ​ແກ້​ໄຂ, ​ເນລະ​ເທດ ​ບັນດາ​ບຸກຄົນ​ນີ້​ໃຫ້​ກັບ​ຄືນເມືອ​ປະ​ເທດ. ​ເຈົ້າ​ໜ​້າທີ່​ສະຫະ​ປະຊາ​ຊາດ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ສາກົນ​ຄວນ​ເພີ່ມ​ທະວີ​ບັນດາ​ຄວາມມານພະຍາຍາມ, ກໍ່​ຄື​ບັນດາ​ເຄື່ອງມື​ນິຕິ​ກຳ ​ເພື່ອ​ຕ້ານ​ຄືນ​ລັດທິ​ກໍ່​ການຮ້າຍ, ທ່ານ Laborde ກໍ່​ຮຽກຮ້ອງ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ເຄືອ​ຂາຍ​ຕ່າງໆ​ທາງອິນ​ເຕີ​ແນັດ​ກ່ວາ​ອີກ​ ຄື: Google, Twitter  ​ແລະ Microsoft ​ແນ​ໃສ່ຕິດຕາມ​ບັນດາ​​​ບຸກຄົນກໍ່​ກາ​ນຮ້າຍນີ້.

ຂ່າວ/ບົດ​ອື່ນ