ເຈົ້າໜ້າທີ່ການທູດສ.ເກົາຫຼີ-ຈີນ-ຍີ່ປຸ່ນປະຊຸມກຽມພ້ອມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ
(ພາບປະກອບ)
(vovworld) - ສຳນັກຂ່າວສານ Yonhap ຄັດສະເໜີຂ່າວຈາກກະຊວງການຕ່າງປະເທດ ສ:ເກົາຫຼີ ໃຫ້ຮູ້ວ່າ: ຮອງລັດຖະມົນຕີການຕ່າງປະເທດບັນດາປະເທດ ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ ໄດ້ປະຊຸມຢູ່ ໂຕກຽວ ໃນວັນທີ 21/08 ເພື່ອກະກຽມໃຫ້ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ໃນ 5 ປີຜ່ານມາ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 3 ປະເທດຖານບ້ານໃກ້ເຮືອງຄຽງໃນພາກພື້ນອາຊີຕາເວັນອອກສ່ຽງເໜືອນີ້. ເຂົ້າຮ່ວມການປະຊຸມມີທ່ານ Kim Hyoung-zhin ຮອງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ພ້ອມກັບຄູ່ຕຳແໜ່ງ ຈີນ ຫຼຽວເຈີນໝີນ ແລະ Take Akiba ຂອງ ຍີ່ປຸ່ນ. ນີ້ແມ່ນການປະຊຸມຂັ້ນຮອງລັດຖະມົນຕີຄັ້ງທີ 11 ນັບແຕ່ເມື່ອກົນໄກນີ້ ມີຜົນສັກສິດໃນເດືອນມີນາ ປີ 2007, ອັນໄດ້ສ້າງເປັນຊ່ອງສຳຄັນ ເພື່ອແລກປ່ຽນຄຳເຫັນລະຫວ່າງ 3 ປະເທດ. ການປະຊຸມໃນຄັ້ງນີ້ ເພື່ອແນໃສ່ກຽມພ້ອມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ປະເທດ ເຊິ່ງ ໂຕກຽວ ຢາກຈັດຕັ້ງໃນວັນທີ 24/08.