ເຈົ້າໜ້າທີ່ຂັ້ນສູງ ລັດເຊຍ, ສປປ ເກົາຫຼີ ປຶກສາຫາລືກ່ຽວກັບການເພີ່ມທະວີການພົວພັນສອງຝ່າຍ
(VOVWORLD) - ທ່ານ Ryu Myong – son, ສະມາຊິກຂັ້ນສູງຂຶ້ນກັບຄະນະກຳມະການສູນກາງພັກແຮງງານ ສປປ ເກົາຫຼີ (WPK) ໄດ້ມີການປຶກສາຫາລືກັບທ່ານ Andrey Klimov
ໃນສະພາບການເກີດມີບັນດາຂ່າວລືກ່ຽວກັບເລື່ອງການນຳລັດເຊຍ, ສປປ ເກົາຫຼີ ພວມສ້າງແຜນການຈັດຕັ້ງກອງປະຊຸມສຸດຍອດ, ວັນທີ 24 ຕຸລາ, ທ່ານ Ryu Myong – son, ສະມາຊິກຂັ້ນສູງຂຶ້ນກັບຄະນະກຳມະການສູນກາງພັກແຮງງານ ສປປ ເກົາຫຼີ (WPK) ໄດ້ມີການປຶກສາຫາລືກັບທ່ານ Andrey Klimov, ສະມາຊິກສະພາສູງລັດເຊຍ, ຮອງເລຂາ ສະພາຄົບຄະນະພັກປະເທດລັດເຊຍ ເອກະລາດກຳອຳນາດ, ຢູ່ນະຄອນຫຼວງ ມົດສະກູ ຂອງລັດເຊຍ.
ທີ່ການພົບປະ, ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມເພີ່ມທະວີການພົວພັນສອງຝ່າຍ. ທ່ານ Ryu Myong – son ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ “ພັດທະນາການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່”. ສ່ວນທ່ານ Klimov ກໍ່ສະແດງການສະໜັບສະໜູນຕໍ່ຍຸດທະສາດໃໝ່ຂອງ WPK ກ່ຽວກັບການສຸມໃສ່ພັດທະນາເສດຖະກິດ.