ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ

(VOVWORLD) -      ວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ສະມາຄົມທະນາຍຄວາມປະຊາທິປະໄຕສາກົນ, ກອງທຶນສາກົນ “ເສັ້ນທາງແຫ່ງສັນຕິພາບ” ແລະ ສູນ “ກົດໝາຍແຫ່ງສັນຕິພາບ” ໄດ້ສົມທົບກັນຈັດກອງປະຊຸມສຳມະນາສາກົນ “ການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ຄວາມຕ້ອງການເພີ່ມທະວີການຮ່ວມມືສາກົນ”.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກ່າວຄຳເຫັນໄຂກອງປະຊຸມ, ສາດສະດາຈານ Irina Umnova, ປະທານກອງທຶນສາກົນ “ເສັ້ນທາງແຫ່ງສັນຕິພາບ”, ໄດ້ຢັ້ງຢືນວ່າ ກອງປະຊຸມສຳມະນານີ້ ແມ່ນໂອກາດເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ພ້ອມທັງໃຫ້ຄຳໝັ້ນສັນຍາສະໜັບສະໜູນສົນທະສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ບັນດາຫຼັກການລວມ. ຕາມທ່ານແລ້ວ, ຫວຽດນາມ ແມ່ນຕົວຢ່າງໜຶ່ງກ່ຽວກັບການປະຕິບັດຫຼັກການລວມຂອງກົດໝາຍສາກົນຢ່າງຮອບດ້ານ. ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຈະສືບຕໍ່ດຳເນີນໄປຈົນຮອດເວລາໃດທີ່ບັນຫາທະເລຕາເວັນອອກໄດ້ຮັບການແກ້ໄຂ.

ແອັງຕູ, ນັກຂ່າວ VOV ປະຈຳ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ