ເພີ່ມພູມຄຸນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພດທະນາໃນທຸກຂົງເຂດ

(VOVWORLD) - ສາຍພົວພັນ ຫວຽດນາມ - ລາວ ແມ່ນພິເສດທີ່ສຸດ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ພ້ອມກັບບັນດາພະນັກງານຕ້ອງຊາບຊຶມຈິດໃຈຢ່າງຈິງໃຈ
ເພີ່ມພູມຄຸນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພດທະນາໃນທຸກຂົງເຂດ - ảnh 1ທີ່ການເຮັດວຽກກັບພະນັກງານສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລາວ
(ພາບ: TTXVN)

        ຕອນບ່າຍວັນທີ 08 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບພະນັກງານສະຖານທູດ ຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລາວ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ສາຍພົວພັນ ຫວຽດນາມ - ລາວ ແມ່ນພິເສດທີ່ສຸດ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ພ້ອມກັບບັນດາພະນັກງານຕ້ອງຊາບຊຶມຈິດໃຈຢ່າງຈິງໃຈ, ມີຄວາມໄວ້ເນື້ອເຊື່ອໃຈ, ເປີດອົກເປີດໃຈໃນການພົວພັນນີ້. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ໃນສາຍພົວພັນ ຫວຽດນາມ - ລາວ, ການພົວພັນດ້ານການເມືອງແມ່ນແກ່ນສານ, ພ້ອມທັງຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາຂົງເຂດອື່ນຢ່າງແຮງກວ່າ, ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ