ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລາຍເຈົາ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລາຍເຈົາ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກຢູ່ແຂວງ ລາຍເຈົາ

(vovworld) – ​ໃນ​ລະຫວ່າ​ງວັນ​ທີ 14 – 15/7, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ແຂວງ ລາຍ​​ເຈົາ.

        ຕອນ​ເຊົ້າວັນ​ທີ 15/7, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳການ​ຄະນະ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ. ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ ຫງວຽນ​ຟູ໋ຈ້ອງ ຢັ້ງຢືນ​ວ່າ: ​ລາຍ​ເຈົາ​ແມ່ນ​ແຂວງ​ເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ພາກ​​ເໜືອຂອງ​ປະ​ເທດ​ຊາດ, ມີທີ່​ຕັ້ງ​ດ້ານ​ພຸມ​ສັນຖານ​ການ​ເມືອງ, ການ​ທະຫານ​ຍຸດ​ທະ​ສາດ​ສຳຄັນ. ທ່ານ​ເລຂາ​ທິການ​ໃຫຍ່ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ປ່ຽນ​ໃໝ່, ຮອບດ້ານ​ພໍ​ສົມຄວນ​ໃນ​ດ້ານ​ຕ່າງໆ​ຂອງ​ແຂວງ​ລາຍ​ເຈົາ​ໃນ​ຊຸ​ມປີຜ່ານມາ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້​ແຂວງ​ສືບ​ຕໍ່​ຕິດຕາມ​ກວດກາ, ຜັນ​ຂະຫຍາຍ​ບັນດາ​ໝາກຜົນ​ຂອງ​ມະຕິ, ຂໍ້​ສະຫລຸບຂອງ​ສູນ​ກາງ​ກ່ຽວ​ກັບ​ແຂວງ​ລາຍ​ເຈົາ ​ແລະ ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ, ບັນດາ​ໂຄງການ, ​ແຜນ​ຮ່າງ​ຜັນ​ຂະຫຍາຍ​ມະ​ຕິກ​ອງປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ຄະ​ນະ​ພັກ​ແຂວງ ​ເພື່ອ​ພັດທະນາ​ຮອບດ້ານ, ​ຍືນ​ຍົງ:

        “ພັດທະນາ​, ກ້າວ​ຂຶ້ນ​ຈາກການ​ຜະລິດ​ກະສິກຳ, ປ່າ​ໄມ້ ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ, ລະດັບ​ສູງ, ຄຸນ​ນະພາ​ບສູງ, ຮ່ວມ​ສຳພັນ​ຮ່ວມ​ມື. ທັງ​ການ​ພົວພັນ​ຜະລິດ, ທັງ​ກຳລັງ​ຜະລິດ, ກຳນົດ​ໃຫ້​ເປັນ​ຢ່າງ​ດີ. ສືບ​ຕໍ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ກໍ່ສ້າງ​ຊົນນະບົດ​ໃໝ່, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມ​ທຸກ​ຍາກ, ຕັດສິນ​ໃຈ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ແຮງ​ກ່ວາ​ອີກ. ​ແລະ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຕ້ອງ​ຄິ​ດ​ໄລ່​​ໃຫ້​ລະອຽດ, ມີ​ປະສິດທິ​ຜົນ. ນີ້​ແມ່ນ​ເຂດ​ມີ​ປະຊາຊົນ​ບັນດາເຜົ່າ​ອ້າຍ​ນ້ອງ, ສາມັກ​ຄີ​ເປ​ັນຢ່າງ​ດີ, ​ເສີ​ມຂະຫຍາຍ​ມູນ​​ເຊື້ອ​ນີ້​, ແຕ່​ຕ້​ອງຖື​ເປັນ​ສຳຄັນ​ວຽກ​ງານ​ຊົນ​ເຜົ່າ, ວຽກ​ງານ​ສາສະໜາ, ຕໍ່ສູ້​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ.”

                                                                       


ຂ່າວ/ບົດ​ອື່ນ