ເລຂາທິການໃຫຍ່ຫວຽດນາມແລະລາວຢ້ຽມຊົມງານວາງສະແດງຮູບພາບ “ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ”

(VOVWORLD) -ໃນຂອບເຂດການຢ້ຽມຢາມມິດຕະພາບ ຫວຽດນາມຢ່າງເປັນທາງການ, ໃນຕອນເຊົ້າວັນທີ 20 ທັນວາ, ທີ່ຫໍປະຊຸມກະຊວງປ້ອງກັນປະເທດ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານ ບູນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຢ້ຽມຊົມງານວາງສະແດງຮູບພາບ: “ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ”.

ເລຂາທິການໃຫຍ່ຫວຽດນາມແລະລາວຢ້ຽມຊົມງານວາງສະແດງຮູບພາບ “ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ” - ảnh 1ທ່ານເລຂາທິການໃຫຍ່ຫວຽດນາມແລະລາວຢ້ຽມຊົມງານວາງສະແດງ

(ພາບ: TTXVN)

ງານວາງສະແດງ ໂດຍສຳນັກຂ່າວສານ ຫວຽດນາມ ສົມທົບກັບ ຄະນະພົວພັນການຕ່າງປະເທດສູນກາງ ພ້ອມກັນຈັດຕັ້ງເນື່ອງໃນໂອກາດປີສາມັກຄີ ຫວຽດນາມ - ລາວ 2017. ງານວາງສະແດງ ແນະນຳຮູບຖ່າຍ 55 ແຜ່ນຂອງນັກຂ່າວສຳນັກຂ່າວສານ ຜ່ານໄລຍະຕ່າງໆເຊິ່ງໄດ້ຖ່າຍທຳບັນດາຮູບພາບທີ່ສວຍງາມ, ບັນດາຈຸດເວລາປະຫວັດສາດຂອງນ້ຳໃຈສາມັກຄີ, ມິດຕະພາບສັດຊື່ບໍລິສຸດ, ໝັ້ນແກ່ນລະຫວ່າງສອງຊາດ ຫວຽດນາມ - ລາວ; ສ່ອງແສງສາຍພົວພັນຮ່ວມມືຮອບດ້ານ, ພິເສດລະຫວ່າງສອງປະເທດໃນບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ… ນັບທັງໃນໄລຍະຕໍ່ສູ້ຍາດເອົາເອກະລາດຂອງຊາດກໍ່ຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

        ກ່ອນໜ້ານັ້ນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບູນຍັງ ວໍລະຈິດ ແລະ ຄະນະຜູ້ແທນປະເທດ ສປປ ລາວ ໄດ້ວາງພວງມາລາທີອະນຸສາວະລີບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ; ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີ໋ມີນ. ພວງມາລາຂອງຄະນະມີແຖວໜັງສື “ປະທານ ໂຮ່ຈີ໋ມີນ ຍືນຍົງຄົງຕົວໃນດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ