ໂລກລະບາດໄວຮັດໂຄໂຣນາສາຍພັນໃຫມ່ໄດ້ສົ່ງຜົນສະທ້ອນຢ່າງຫນັກຫນ່ວງເຖິງເສດຖະກິດໄທ

(VOVWORLD) -ໂລກລະບາດໄວຣັດໂຄໂຣນານສາຍພັນໃຫມ່ ພວມສົ່ງຜົນສະທ້ອນເຖິງຫລາຍຂົງເຂດຂອງພື້ນຖານເສດຖະກິດ ໃນນັ້ນມີຂະແຫນງຜະລິດ, ທ່ອງທ່ຽວ, ການບໍລິການ…

ຄຽງຂ້າງນັ້ນ ເລື່ອງຊັກຊ້າໃນການຮັບຮອງງົບປະມານປີ 2020 ກໍ່ແມ່ນສາຍເຫດສົ່ງຜົນສະທ້ອນເຖິງເສດຖະກິດໄທ ໃນປີນີ້. ຕາມການຕີລາຄາຂອງທະນາຄານສູນກາງໄທກ່ຽວກັບແງ່ຫວັງເສດຖະກິດຂອງປະເທດນີ້ ໃນໄຕມາດ 1/2020 ຄາດວ່າ ການເຕີບໂຕເສດຖະກິດໃນໄຕມາດ 1/ປີ2020 ແລະ ທັງປີ 2020 ຈະບັນລຸລະດັບ 2% ແລະ 2,8% ຕາມລຳດັບ.

ກ່ຽວກັບຂະແຫນງ ທ່ອງທ່ຽວ, ກົມໃຫຍ່ ທ່ອງທ່ຽວໄທໄດ້ຫລຸດການຄາດຄະເນລາຍຮັບຂອງຂະແຫນງທ່ອງທ່ຽວໃນປີ 2020 ຂອງໄທ ລົງຍັງເຫລືອພຽງລະດັບ 2,91 ຕື້ບາດ ຕ່ຳກວ່າ 3,4% ເມື່ອທຽບໃສ່ລາຍຮັບຂອງປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ