ໄຂກອງປະຊຸມສະພາແຫ່ງຊາດອາເມລິກາຊຸດທີ 115

ໄຂກອງປະຊຸມສະພາແຫ່ງຊາດອາເມລິກາຊຸດທີ 115  - ảnh 1
ກອງປະຊຸມສະພາແຫ່ງຊາດອາເມລິກາຊຸດທີ 115
(ພາບ: EPA/ TTXVN)


(vovworld) - ພາຍ​ຫຼັງ​ເກືອບ 2 ເດືອນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປ​ະ​ເທດ, ວັນ​ທີ 03/01, ສະ​ພາ​ສູງ ແລະ ສະ​ພາ​ຕ​່ຳ​ອາ​ເມ​ລິ​ກາ ໂດຍ​ພັກສາ​ທາ​ລະ​ນະ​ຄວບ​ຄຸມໄດ້​ໄຂ​ກອງ​ປະ​ຊຸມ ດ້ວ​ຍ​ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ຈັດ​ພິ​ທີ​​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທີ່ຫາກໍ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ, ​ແຕ່ງຕັ້ງ​ບັນ​ດາ​ຕຳ​ແໜ່ງ​ຫຼັກ​ແຫຼ່ງ​ຄື​ນ​ໃໝ່ ແລະ ວາງ​ອອກ​ລາຍ​ການ​ດຳ​ເນີນ​ງານ​ໃຫ້​ໄລ​ຍະ​ຈະ​ມາ​ເຖິງ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​​​ປະ​ທານສະ​ພາ​ສູງອາ​ເມ​ລິ​ກາ Joe Biden ກໍ​ໄດ້​ເປັນ​ປະ​ທານ​ຈັດ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​​ສະ​ພາ​ສູງ ຜູ້​ຫາກໍ່​ໄດ້​ຮັ​ບ​ເລືອກ​ຕັ້ງ ໃນ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ສະ​ພາ​ສູງ​ຊຸດ​ທີ 115.

ຂ່າວ/ບົດ​ອື່ນ