ໄຂງານບຸນດອກໄມ້ຄັ້ງທີ2ປີ2016ຢູ່ແຂວງຮ່າຢາງ

ໄຂງານບຸນດອກໄມ້ຄັ້ງທີ2ປີ2016ຢູ່ແຂວງຮ່າຢາງ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ທີ່​ພິ​ທີ​ໄຂ

(vovworld) – ຕອນ​ຄ່ຳ​ວັນ​ທີ 15/10, ຢູ່​ເມືອງ ດົ່ງ​ວັນ, ແຂວງ ຮ່າ​ຢາງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຢາງ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ບຸນດອກ​ໄມ້​ຄັ້ງ​ທີ 2 ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ຫີນ​ອອກດອກ”. ງານ​ບຸນ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ພູ​ພຽງ​ທົ່ວ​ໂລກ ດົ່ງ​ວັນ, ພ້ອມ​ທັງ​ສ້າງ​ພາ​ບ​ພົດ​ກ່ຽວ​ກັບ​ດອກ​ໄມ້​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຂວງນີ້. ຈຸດ​ພ​ົ້ນ​ເດັ່ນ​ຂອງ​ງານ​ບຸນ​ປີນີ້​ແມ​່ນ​ງານ​ບຸນ​ຢູ່​ຕາມ​ຖະ​ໜົນ​ດ້ວ​ຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ ແລະ ສີ​ສັນ​ບັນ​ດາ​ຊຸດ​ອາ​ພອນ​ຂອງ​ບັນ​ດາ​ເຜົ່າ ຮ່າ​ຢາງ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫງວຽນ​ວັນ​ເຊີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊ​າ​ຊົນ​ແຂວງ ຮ່າ​ຢາງ, ໃຫ້​ຮູ້​ວ່າ:

       “ງານ​ບຸນນີ້​ໄດ້​ສ້າງ​ຈຸດ​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຊົມ​ຄວາມ​ງາມ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້ ແລະ ຊອກ​ຮູ້, ຄົ້ນ​ຫາ​ບັນ​ດາ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ປະ​ຊາ​ຊົນ​ບັນ​ດາເຜົ່າ​ຢູ່​ທີ່ນີ້. ເຫດ​ການນີ້​ຍັງ​ແມ່ນ​ໂອ​ກາດ​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ງາມ​ຂອງ​ເຂດ​ດິນ​ແດນ, ຊາວ ຮ່າ​ຢາງ ທີ່​ພິ​ລະ​ອ​າດ​ຫານ ແລະ ຍາມ​ໃດ​ກໍ່​ມ​ີ​ຄວາມ​ຫວັງ​ຕັດ​ສິນ​ໃຈ​ກໍ່​ສ້າງ​ເຂດ​​ດິນ​ແດນ​ແຫ່ງຊາຍ​ແດນ​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ”


ຂ່າວ/ບົດ​ອື່ນ