ໄຂງານມະຫາກຳກິລາແຄມທະເລອາຊີຄັ້ງທີ 5

ໄຂງານມະຫາກຳກິລາແຄມທະເລອາຊີຄັ້ງທີ 5   - ảnh 1
ພິ​ທີ​ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ແຄມ​ທະ​ເລ​ອາ​ຊີ​ຄັ້ງ​ທີ 5
(vovworld)- ພິ​ທີ​ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ແຄມ​ທະ​ເລ​ອາ​ຊີ​ຄັ້ງ​ທີ 5 ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 24/9 ຢູ່​ນະ​ຄອນ​ດາ​ນັ້ງ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄູ່​ຝຶກ, ນັກ​ກິ​ລາ​ປະ​ມານ 4.600 ຄົນ​ທີ່​ມາ​ຈາກ 45 ຄະ​ນະ​ນັກ​ກິ​ລາ​ຂອງ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ຕາງ​ໜ້າ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ຂຶ້ນ​ປະ​ກາດ​ໄຂ​ເຫດ​ການ​ກິ​ລາ​ລະ​ດັບ​ທະ​ວີບນີ້.

     ບັນ​ດາ​ນັກ​ກິ​ລາ​ທີ່​ເຂົ້າຮ່ວມງານ​ມະ​ຫາ​ກຳ​ກິ​ລາ​ແຄມ​ທະ​ເລ​ອາ​ຊີ​ຄັ້ງ​ທີ 5 ຈະ​ແຂ່ງ​ຂັນ​ໃນ 14 ປະ​ເພດ​ກິ​ລາ ເພື່ອ​ຄ້​ວາຫຼຽນ​ລາງວັນ 165 ຊຸດ. ງານ​ມະ​ຫາ​ກຳ​ກິ​ລາ​ແຄມ​ທະ​ເລ​ອາ​ຊີ​ຄັ້ງ​ທີ 5 ປີ 2016 ໄດ້​ສົ່ງ​ສານ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ​ສວຍ​ສົດ​ງົດ​ງາມ, ປະ​ຊາ​ຊົນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ, ສາ​ມັກ​ຄີ​ໃນ​ໂລກ​ສັນ​ຕິ​ພາບ ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ.

ຂ່າວ/ບົດ​ອື່ນ