ໄຂວັນບຸນຄອບຄົວຫວຽດນາມປີ2016
![ໄຂວັນບຸນຄອບຄົວຫວຽດນາມປີ2016 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_06_26/9.jpg)
ວັນບຸນຄອບຄົວຫວຽດນາມປີ 2016
ພາບ:baomoi.com
|
(vovworld)- “ວັນບຸນຄອບຄົວຫວຽດນາມປີ 2016” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 25/6 ຢູ່ສູນ ວາງສະແດງວັດທະນະທຳສິລະປະຫວຽດນາມ ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ພົວພັນແລກປ່ຽນວັດທະນະທຳສິລະປະ, ການລະຫລິ້ນພື້ນເມືອງ, ກອງປະຊຸມສຳມະນາ. ນອກນັ້ນ ຄະນະຈັດຕັ້ງ ຍູ້ແຮງການເບິ່ງແຍງສຸຂະພາບໃຫ້ຄອບຄົວ ດ້ວຍການເຄື່ອນໄຫວມີປະໂຫຍດຫລາຍຢ່າງ. ກ່າວຄຳເຫັນນະພິທີ, ທ່ານ ເວືອງຢີບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:
“ປີນີ້ ຈຸດເດັ່ນແມ່ນບັນດາການເຄື່ອນໄຫວວາງສະແດງປື້ມແນະນຳການຝືກຝົນບັນດາທັກສະໃນການດຳລົງຊີວິດໃຫ້ພວກນ້ອງນ້ອຍ ແລະ ພໍ່ແມ່ຂອງພວກຫລານ, ການປະສານສົມທົບລະຫວ່າງໂຮງຮຽນ ແລະ ຄອບຄົວ ເພື່ອສ້າງບຸກຄະລີກກະພາບໃຫ້ແກ່ລຸ້ນຫນຸ່ມ.”
ວັນບຸນຄອບຄົວຫວຽດນາມ ແມ່ນການເຄື່ອນໄຫວແທດຈິງ ແນໃສ່ເຊີດຊູຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຄອບຄົວຫວຽດນາມ ຈາກນັ້ນ ຕັກເຕືອນໃຫ້ລຸ້ນຫນຸ່ມຮູ້ຈັກເຄົາລົບຄຸນຄ່າຂອງຄອບຄົວໃນສັງຄົມປະຈຸບັນ.