ໄລຍະ 2011 – 2015: ເສດຖະກິດ ຫວຽດນາມ ພວມຢູ່ໃນທ່າຟື້ນຟູ

ໄລຍະ 2011 – 2015: ເສດຖະກິດ ຫວຽດນາມ ພວມຢູ່ໃນທ່າຟື້ນຟູ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 23/9, ຢູ່ ຮ່າ​ໂນ້ຍ, ຄະນະ​ເສດຖະກິດ​ສູນ​ກາງ ພັກ​ກອມ​ມູນິດ ຫວຽດນາມ ສົມທົບ​ກັບ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ, ທະນາຄານ​ໂລກ, ກຳມາ​ທິການ​ເສດຖະກິດ ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ  ​ສາກົນ “ທົບ​ທວນຄື​ນ​ໄລຍະ​ທາງ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2011 – 2015 ​ແລະ ການ​ປັບປຸງ​ຍຸດ​ທະ​ສາດ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ:

    “​ໂດຍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິດ, ພັກ ​ແລະ ລັດຖະບານ ​ໄດ້​ຕັດສິນ​ໃຈ​ນຳ​ໃຊ້​ມາດ​ຕະການ​ຕ່າງໆ​ຢ່າງ​ຄົບ​ຊຸດ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຫັນ​ເສດຖະກິດ​ມະຫາ​ພາກ ​ໃຫ້​ເປັນ​ປົກກະຕິ, ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ເສດຖະກິດ​ທັນ​ສະ​ໄໝ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງກັບ​ສາກົນ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ ຄຳ​ເຫັນ​ທາ​ບທາມ​ຂອງ​ຜູ້​ແທນ​ຈະ​ໄຈ້​ແຍກ​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​, ບັນດາ​ໄພ​ອັນຕະລາຍ ​ແລະ ທ່າ​ອຽງ ​ໃນ​ອະນາຄົດ​ກັບ​ພື້ນ​ຖານ​ເສດຖະກິດຢ່າງ​ເລິກ​ເຊິ່ງ, ບັນດາ​ຂໍ້​ສະ​ເໜີ​ຈະ​ຊ່ວຍ​ໃຫ້​ລັດຖະບານ​ມີ​ບັນດາ​ລັດຖະນະ​ໂຍບາຍ​ຢ່າງ​ແຮງ​ກ່ວາ​ອີກ ​ເພື່ອ​ຊ່ວຍ​ພື້ນຖານ​ເສດຖະກິດ​ຟື້ນ​ຟູ​​ໂດຍໄວ.”

    ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ​ກໍ່​ຊີ້​ແຈ້ງວ່າ: ລັດຖະບານ​ຄວນ​ມີ​ການ​ປັບປຸງ​ໃຫ້​ເໝາະ​ສົມ, ມີ​ປະສິດທິ​ຜົນ​ກ່ວາອີກ​ໃນ​ບັນດາ​ຍຸດ​ທະ​ສາດ ​ແລະ ​ແຜນກຳນົດ, ​ແຜນການ​ພັດທະນາ​ຂະ​ແໜງ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ