ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ -ລາວ

(VOVWORLD) - ວັນທີ 18 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຢູ່ ວຽງຈັນ ປີ 2017. 

ໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ -ລາວ - ảnh 1ເລຂາທີ 1 ຄະນະຊາວໜຸ່ມ ລາວ ມອບຂອງຂວັນໃຫ້ຄະນະປະຕິບັດງານ ຫວຽດນາມ

(ພາບ: ສື່ເອເລັກໂຕນິກຕ໋ຽນຟອງ)

ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ”, ມີຫຼາຍການເຄື່ອນໄຫວມີຄວາມໝາຍ ຈະໄດ້ຮັບການຈັດຕັ້ງໃນຕະຫຼອດບັ້ນອາສາສະໝັກ ລະດູຮ້ອນຂຽວຂອງໄວໜຸ່ມ ນະຄອນຫຼວງ ຮ່າໂນ້ຍ ຄື ການພົບປະແລກປ່ຽນແບ່ງປັນບົດຮຽນໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມອະນຸຊົນ ເຍົາວະຊົນຂອງ 2 ນະຄອນຫຼວງ ຮ່າໂນ້ຍ ແລະ ວຽງຈັນ; ການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 1.500 ຄົນຢູ່ເມືອງ ສີໂຄດຕະບອງ; ໂຄສະນາເຜີຍແຜ່ການປ້ອງກັນ, ຕ້ານການເກີດອຸບັດຕິເຫດ, ຖ່າຍທອດວິທະຍາສາດ ເຕັກນິກກ່ຽວກັບການລ້ຽງສັດໃຫ້ແກ່ປະຊາຊົນ… ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ ຢູ່ ວຽງຈັນ ປີ 2017 ຈະຊ່ວຍຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງໄວໜຸ່ມ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ ກໍ່ຄືໄວໜຸ່ມນະຄອນຫຼວງ ຮ່າໂນ້ຍ - ວຽງຈັນ ເວົ້າສະເພາະ, ຊ່ວຍໃຫ້ບັນດາເພື່ອນໜຸ່ມມີຄວາມສຳຜັດໄດ້ກ່ຽວກັບພຶດຕິກຳຕົວຈິງໃນການພົວພັນມິດຕະພາບ, ຄວາມບໍລິສຸດຜຸດຜ່ອງ, ຄວາມສາມັກຄີແບບພິເສດລະຫວ່າງ 2 ຊາດ ຫວຽດນາມ ແລະ ລາວ. ບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມ ຮ່າໂນ້ຍ ຢູ່ ວຽງຈັນ ປີ 2017 ຈະໄດ້ຈັດຕັ້ງຮອດວັນທີ 24 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ