HSBC ຮັກສາການຄາດຄະເນການເຕີບໂຕ GDP ຫວຽດນາມ ຢູ່ລະດັບ 6,5%

(VOVWORLD) - ຕາມ HSBC ແລ້ວ, ຫວຽດນາມ ໄດ້ຮັບຄວາມຕັ້ງຫວັງວ່າ ຈະເຫັນປະຈັກຕາການເຕີບໂຕຢ່າງແຮງກວ່າອີກ, ຍ້ອນການຟື້ນຟູສືບຕໍ່ມີຄວາມໝັ້ນຄົງ, ຂົງເຂດການຜະລິດໄດ້ບືນຕົວຂຶ້ນຢ່າງແຮງ

        HSBC ຮັກສາການຄາດຄະເນການເຕີບໂຕ GDP ຫວຽດນາມ ໃຫ້ທັງປີ 2024 ແລະ 2024 ຢູ່ລະດັບ 6,5%. ນີ້ແມ່ນຂໍ້ມູນທີ່ພາກສ່ວນຄົ້ນຄວ້າທົ່ວໂລກຂອງ HSBC ຍົກອອກມາ ໃນບົດລາຍງານຫຼ້າສຸດທີ່ມີຊື່ວ່າ “Asian Economics Quarterly - ການແຂ່ງຂັນໄປສູ່ຄວາມສຳເລັດ” ໃຫ້ຂໍ້ສັງເກດກ່ຽວກັບສະພາບການເສດຖະກິດຢູ່ ອາຊີ ເວົ້າລວມ.

        ຕາມ HSBC ແລ້ວ, ຫວຽດນາມ ໄດ້ຮັບຄວາມຕັ້ງຫວັງວ່າ ຈະເຫັນປະຈັກຕາການເຕີບໂຕຢ່າງແຮງກວ່າອີກ, ຍ້ອນການຟື້ນຟູສືບຕໍ່ມີຄວາມໝັ້ນຄົງ, ຂົງເຂດການຜະລິດໄດ້ບືນຕົວຂຶ້ນຢ່າງແຮງ ແລະ ໄຟເງິນເຟີ້ມີການຜັນແປຕາມທິດສະດວກກວ່າ. ການໄຈ້ແຍກຂອງ HSBC ຊີ້ໃຫ້ເຫັນວ່າ, ການຟື້ນຟູເສດຖະກິດຂອງ ຫວຽດນາມ ໄດ້ສະແດງອອກຜ່ານການເຕີບໂຕ GDP ໄດ້ຮັບການປັບປຸງໃນໄຕມາດທີ 2 ປີ 2024 ດ້ວຍລະດັບເຕີບໂຕ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໝາກຜົນດັ່ງກ່າວໄດ້ຊ່ວຍການສົ່ງອອກບັນລຸລະດັບເຕີບໂຕຢ່າງແຮງໃນລະດັບ 2 ຕົວເລກ. ນອກນັ້ນ, ບັນດາການກະຕຸກຊຸກຍູ້ຈາກພາຍນອກທີ່ສຳຄັນກໍ່ພວມເພີ່ມຂຶ້ນ, ຕົວຢ່າງຄືການເປີດກວ້າງໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ສຳຜັດກັບຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ