Olympic 2024: ນະ​ຄອນຫຼວງ ປາ​ຣີ ພ້ອມ​ແລ້ວ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໃຫ່ຍ​ທີ່​ສຸດ​ໃນ​ໂລກ

(VOVWORLD) - ຄາດວ່າ ມີນັກກິລາປະມານ 10.500 ມາຈາກ 206 ຄະນະ/ປະເທດ/ເຂດດິນແດນ ຈະເຂົ້າຮ່ວມ Olympic ຈັດຂຶ້ນແຕ່ວັນທີ 26 ກໍລະກົດ-ວັນທີ 11 ສິງຫາ.
Olympic 2024: ນະ​ຄອນຫຼວງ ປາ​ຣີ ພ້ອມ​ແລ້ວ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໃຫ່ຍ​ທີ່​ສຸດ​ໃນ​ໂລກ  - ảnh 1

(ພາບ: TTXVN)

    ວັນທີ 22 ກໍລະກົດ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ປະກາດວ່າປະເທດເຈົ້າພາບ ພ້ອມແລ້ວທີ່ຈະຈັດພິທີໄຂງານມະຫາກຳກິລາ Olympic Paris 2024 ແລ້ວ. ກ່າວຄຳເຫັນເມື່ອມາຢ້ຽມຢາມບ້ານນັກກິລາ Olympic 2024 ແຫ່ງທີ່ຮັບບັນດາຄະນະນັກກິລາມາຈາກທຸກປະເທດໃນໂລກ ມາເຂົ້າຮ່ວມ  Olympic ແລະ Paralimpic 2024, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ຢືນຢັນວ່າ ຝະລັ່ງ ພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງໃນຕະຫຼອດໄລຍະຈັດງານມະຫາກຳກິລາ.

  ຄາດວ່າ ມີນັກກິລາປະມານ 10.500 ຄົນ ມາຈາກ 206 ຄະນະ/ປະເທດ/ເຂດດິນແດນ ຈະເຂົ້າຮ່ວມ Olympic ຈັດຂຶ້ນແຕ່ວັນທີ 26 ກໍລະກົດ-ວັນທີ 11 ສິງຫາ. ກ່ວາ 30 ເຫດການຈະຖືກຈັດຂຶ້ນໃນ 19 ວັນຈັດງານມະຫາກຳກິລາ, ດຶງດູດຜູ້ຊົມປະມານ 10 ລ້ານຄົນ. 500 ກ່ວາຫຼຽນໄດ້ກະກຽມໃຫ້ແກ່ເຫດການໃຫ່ຍທີ່ສຸດໃນໂລກນີ້ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ