WEF ASEAN 2018: ຍີ່ປຸ່ນ,ຫວຽດນາມຮຽກຮ້ອງໃຫ້ອາເມລິກາເຂົ້າຮ່ວມ CPTPP ຄືນໃໝ່
(VOVWORLD) -ວັນທີ 13 ກັນຍາ, ຍີ່ປຸ່ນ ແລະ ຫວຽດນາມ ໄດ້ຮຽກຮ້ອງອາເມລິກາ ເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ປະຈຸບັນໄດ້ປ່ຽນຊື່ແມ່ນ ສັນຍາຄູ່ຮ່ວມມືກ້າວໜ້າ ແລະ ຮອບດ້ານຂ້າມປາຊີຟິກ (CPTPP) ຄືນໃໝ່, ເປັນເວລາເກືອບ 2 ປີນັບແຕ່ມື້ທີ່ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງຖອນອອກຈາກຂໍ້ຕົກລົງການຄ້າດັ່ງກ່າວ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ
ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono
(ພາບ: TTXVN)
|
ຕາມສຳນັກຂ່າວສານ AFP ຂອງຝລັ່ງແລ້ວ, ກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ 2018 (WEF ASEAN 2018) ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ຖະແຫຼງວ່າ, ບັນດາປະເທດສະມາຊິກ CPTPP ຍັງເຊື່ອໝັ້ນວ່າ ຂໍ້ຕົກລົງການຄ້ານີ້ແມ່ນວິທີດີທີ່ສຸດໃຫ້ແກ່ອາເມລິກາ, ແມ່ນກາລະໂອກາດດຶງດູດໃຫ້ແກ່ຂະແໜງອຸດສາຫະກຳ, ກໍຄືກະສິກຳຂອງພື້ນຖານເສດຖະກິດແຖວໜ້າຂອງໂລກນີ້. ໃນຂະນະນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສະໜັບສະໜູນຄຳຖະແຫຼງຂອງທ່ານ Kono, ພ້ອມທັງຕີລາຄາວ່າ CPTPP ແມ່ນ “ຂໍ້ຕົກລົງການຄ້າມີມາດຕະການສູງ”.