ເຂດປູຊະນີຍະສະຖານ ກົນເຊີນ ທີ່ຕາແສງກົງຮ່ວາ, ເມືອງຈີ້ລິງ ແຂວງຫາຍເຢືອງ ຊຶ່ງແມ່ນດິນແດນຕິດພັນກັບຊື່ສຽງຮຽງນາມ ແລະ ພາລະກິດຂອງບຸລຸດຜູ້ທີ່ມີຊື່ສຽງຫຼາຍຄົນຂອງຫວຽດນາມຄື ເຈີນງວຽນດ້ານ, ຮ່ວຽນກວາງ ແລະ ພິເສດແມ່ນຫງວຽນຈ້າຍ ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ. ຈຸດທີ່ພົ້ນເດັ່ນຂອງ ເຂດປູຊະນີຍະສະຖານນີ້ ແມ່ນວັດກົນເຊີນ, ບ່ອນເຕົ້າໂຮມບັນດາຄຸນຄ່າອັນໃຫຍ່ຫຼວງກ່ຽວກັບປະຫວັດສາດ, ວັດທະນະທຳ, ສາສະໜາຂອງຫວຽດນາມ.
ວັດກົນເຊີນ
|
ວັດກົນເຊີນ, ຫຼືເອີ້ນວ່າ ວັດຮຸນ, ຕັ້ງຢູ່ຕີນພູກົນເຊີນ. ວັດນີ້ໄດ້ຮັບການປຸກສ້າງນັບແຕ່ສະຕະວັດທີ 10 ແລະ ໄດ້ຮັບການເປີດກ້ວາງຢ່າງໃຫຍ່ໂຕມະໂຫຖານໃນສະໄໝລາດຊະວົງເຈີນຄືໃນສະຕະວັດທີ 13. ທ່ານ ເລຢີແໝ້ງ, ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ກົນເຊີນ-ກຽບບາກ ໃຫ້ຮູ້ວ່າ : ວັດກົນເຊີນແມ່ນໜຶ່ງໃນບັນດາສູນກາງຂອງສາສະໜາພຸດ ນິກາຍຈຸກເລີມ. ດັ່ງນັ້ນວັດນີ້ໄດ້ກາຍເປັນທີ່ຮູ້ຈັກກັນດີຂອງຊາວພຸດຫວຽດນາມທຸກໆຄົນ. ທ່ານ ເລຢີແໝ້ງ, ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ກົນເຊີນ-ກຽບບາກ ເວົ້າວ່າ :
“ ຕາມເອກະສານປະຫວັດສາດແລ້ວ, ໃນປີ 1329, ພະອາຈານມະຫາ ຟາບລວານຊຶ່ງແມ່ນສາດສະດາອົງທີ 2 ຂອງສາສະໜາພຸດ ນິກາຍຈຸກເລີມ ໄດ້ມາບູລະນະ ປະຕິສັງຂອນ ເປີດກ້ວາງວັດ. ຫຼັງຈາກນັ້ນ, ພະອາຈານມະຫາຮວ່ຽນກວາງ ຊຶ່ງແມ່ນສາດສະດາອົງທີ 3 ຂອງສາສະໜາພຸດ ນິກາຍຈຸກເລີມ ໄດ້ມານີ້ສອນສາສະໜາ, ເປີດກ້ວາງທິວທັດທຳມະຊາດຂອງວັດ, ພິມຄຳພີ, ຫຼໍ່ຮູບ ແລະ ນຳວັດກົນເຊີນກາຍເປັນໜຶ່ງໃນບັນດາສູນກາງຂອງສາສະໜາພຸດນິກາຍຈຸກເລີມ”
ວັດກົນເຊີນມີສະຖາປັດຕະຍະກຳແບບພະລາດຊະວັງ, ທາງໜ້າວັດແມ່ນສະນ້ຳທີ່ມີຮູບຊີກວົງເດືອນ ດ້ວຍປະຕູໂຂງປະກອບດ້ວຍປະຕູໃຫຍ່ຢູ່ກາງ ແລະ 2 ປະຕູນ້ອຍຢູ່ຕາມ 2 ຂ້າງ, ມີ 2 ຊັ້ນ ແລະ 8 ຫຼັງຄາໃຫຍ່ນ້ອຍ. ເສັ້ນທາງເຂົ້າປະຕູໂຂງແມ່ນຖືກປູດ້ວຍກາໂຣສີແດງ ຖືກປົກຄຸມໄປດ້ວຍຮົ່ມເຢັນຂອງແຖວຕົ້ນແປກ ປະສົມກັບຕົ້ນລີ້ນຈີ. ວັດກົນເຊີນໄດ້ຮັບການປະດັບປະດາດ້ວຍບັນດາຮູບແກະຄວັດສະຫຼັກທີ່ເຂົ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມປະສົມກັບບັນດາຄຸນຄ່າທາງດ້ານສາສະໜາທີ່ເປັນເອກະລັກສະເພາະ. ລະບົບຮູບແກະຄວັດສະຫຼັກໃນວັດກົນເຊີນແມ່ນປະກອບດ້ວຍ ຮູບແກະຄວັດສະຫຼັກສັດສັກສິດ 4 ໂຕເຊັ່ນ: ມັງກອນ, ສິງໂຕ, ເຕົາ, ນົກອີນຊີ. ສ່ວນຕົ້ນໄມ້ປະດັບລວມມີ : ຕົ້ນດອກເໝີຍ, ຕົ້ນດວກກ້ວຍໄມ້, ຕົ້ນເບັນຈະມາດ, ຕົ້ນໄມ້ໄຜ່. ນອກຈາກນັ້ນແລ້ວ, ຢູ່ເທິ່ງຫຼັງຄາວັດ ກໍຍັງປະກົດມີຮູບໂຕປູ, ປາ, ຟານ, ກວາງ…ໃນນັ້ນ, ສັດເຫຼົ່ານັ້ນ ກໍລ້ວນແຕ່ມຸ່ງໜ້າສູ່ວັງບູຊາພະພຸດ ຊຶ່ງເປັນການສະແດງໃຫ້ເຫັນຄວາມໝາຍຢ່າງສະເໝີພາບຂອງພຸດທະສາສະໜາ, ມະນຸດພ້ອມກັບສັດສາວາສິ່ງກໍລ້ວນແຕ່ໄດ້ຮັບການສຶກສາອົບຮົມຈາກພະພຸດທະເຈົ້າ ແລະ ກາຍເປັນຄົນດີ ທີ່ມີປະໂຫຍດຕໍ່ສັງຄົມ. ທ່ານ ເລຢີແໝ້ງ, ຮອງຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ກົນເຊີນ-ກຽບບາກ ໃຫ້ຮູ້ຕື່ມອີກວ່າ :
“ ປະຈຸບັນ, ວັດກົນເຊີນຍັງສາມາດຮັກສາບັນດາວັດຖຸບູຮານທີ່ມີຄ່າ, ໃນນັ້ນມີລະບົບແຜ່ນສີລາລຶກທີ່ມີອາຍຸແຕ່ສະຕະວັດທີ 13 ຫາ 18. ຊຶ່ງພົ້ນເດັ່ນຂຶ້ນແມ່ນແຜ່ນສີລາ 4 ແຜ່ນຕັ້ງຢູ່ທາງຫຼັງວັດ. ແຜ່ນສີລາເຫຼົ່ານັ້ນ ມີຄຸນຄ່າພິເສດທາງດ້ານສິລະປະກໍຄືວັດທະນະທຳ, ສາສະໜາ ອັນໄດ້ຊ່ວຍໃຫ້ພວກເຮົາຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານ ກົນເຊີນ-ກຽບບາກ ຢ່າງຄົບຖ້ວນ. ປີ 2015, ແຜ່ນສີລາ ແທງຮືດົ້ງ ໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີແມ່ນວັດຖຸປະເສີດລະດັບຊາດ ”
ດ້ວຍບັນດາຄຸນຄ່າດ້ານວັດທະນະທຳ, ຈິດວິນຍານທີ່ເປັນເອກະລັກສະເພາະ, ແຕ່ລະປີ ວັດກົນເຊີນໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດພ້ອມກັບຊາວຫວຽດນາມອາໄສຢູ່ຕ່າງປະເທດນັບໝື່ນເທື່ອຄົນມາຢ້ຽມຊົມ, ທັດສະນະສຶກສາ. ນາງ ເລທິກວຽນ ແຂກທ່ອງທ່ຽວຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ :
“ ແຕ່ລະປີ, ພວກຂ້າພະເຈົ້າລ້ວນແຕ່ຈັດຕັ້ງການຢ້ຽມຢາມເຂດປູຊະນີຍະສະຖານ ກົນເຊີນ-ກຽບບາກ. ໄປວັດກົນເຊີນ, ແຂກທ່ອງທ່ຽວທັງຫຼາຍຈະເຫັນປະຈັກຕາທັດສະນີຍະພາບທີ່ກົມກ່ຽວ, ສະຫງົບງຽບ ຊຶ່ງເປັນການບັນເທົາຄວາມອິດເມື່ອຍ ແລະ ເປັນຫ່ວງເປັນໄຍໃນການດຳລົງຊີວິດ. ພວກຂ້າພະເຈົ້າ ກໍມັກພາພວກຫຼານນ້ອຍໄປຢ້ຽມຊົມວັດ ເພື່ອໃຫ້ພວກຫຼານສາມາດເຂົ້າໃຈໄດ້ເຖິງຄວາມງາມທາງດ້ານວັດທະນະທຳ ແລະ ມູນເຊື້ອອັນດີງາມຂອງຊາດ ”
ແຕ່ລະປີ, ວັດກົນເຊີນມີ 2 ລະດູການງານບຸນ. ໃນນັ້ນ ງານບຸນລະດູດບານໃໝ່ຖືກດຳເນີນໃນລະຫວ່າງວັນທີ 16 ຫາ 23 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ເພື່ອອາໄລຫາວັນເຖິງແກ່ມໍລະນະພາບຂອງ ອາຈານພະມະຫາຮວ່ຽນກວາງດ້ວຍບັນດາພິທີກຳທີ່ເປັນເອກະລັກສະເພາະຄື : ພິທີໄຂງານບຸນ, ພິທີແຫ່ນ້ຳ, ພິທີໄຫວ້ບູຊາເທວະດາຟ້າແຖນ, ພ້ອມກັນນັ້ນ ກໍຈັດໃຫ້ມີການຕີມວຍປ້ຳ, ການລະຫຼິ້ນພື້ນເມືອງ, ແຂ່ງຂັນໝາກຮຸກ, ສະແດງຂັບກວານເຫາະ. ສ່ວນງານບຸນລະດູໃບໄມ້ຫຼົ່ນຖືກດຳເນີນໃນລະຫວ່າງວັນທີ 16 ຫາ ວັນທີ 20 ເດືອນ 8 ໄລ່ຕາມຈັນທະປະຕິທິນ ເພື່ອອາໄລຫາເຖິງວັນເຖິງແກ່ມໍລະນະກຳຂອງ ຫງວຽນຈ້າຍ, ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ. ໃນນັ້ນ ມີການເຄື່ອນໄຫວຫຼາຍຢ່າງເຊັ່ນ ພິທີໄຂງານບຸນ, ການສະແດງສິລະປະ, ພິທີສວດມົນມາວະນາ, ບຸນລອຍກະທົງ, ພ້ອມກັບການລະຫຼິ້ນພື້ນເມືອງຕ່າງໆເຊັ່ນ: ລອຍນ້ຳ, ຕີມວຍປ້ຳ.