ຕະຫຼາດຢົ່ງ ທີ່ລຽບງ່າຍຢູ່ພາກຕາເວັນຕົກ

(VOVWORLD) -. ເມື່ອກ່ອນນີ້ດິນແດນເຂດ ກໍ ມີຕະເຫຼາດທີ່ຄຶກຄື້ນ ເຊິ່ງເອີ້ນວ່າ ຕະຫຼາດຢົ່ງ  ປັດຈຸບັນຕະຫຼາດ ຫວິງບິ່ງ ໃນແຂວງ ຕ່ຽນຢາງ. ຕະຫຼາດຢົ່ງ ໃນຄາວນັ້ນແມ່ນສູນຕິດຕໍ່ພົວພັນຄ້າຂາຍທີ່ສຳຄັນ ດ້ວຍບັນດາປະເພດສິນຄ້າທີ່ອຸດົມສົມບູນຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນເຂດ ກໍ່ຄືນັກທຸລະກິດແຫ່ງອື່ນໆ
ຕະຫຼາດຢົ່ງ ທີ່ລຽບງ່າຍຢູ່ພາກຕາເວັນຕົກ - ảnh 1ຕະຫຼາດ ຫວິງບິ່ງ ໃນທຸກວັນນີ້

     ຕາມປຶ້ມບັນທຶກປະຫວັດສາດແລ້ວ ດິນແດນເຂດ ກໍ່ກົງ ເມື່ອກ່ອນນີ້ແມ່ນເຂດທີ່ຮົກເຮື້ອ, ຄົນມາດຳລົງຊີວິດບໍ່ຫຼາຍ. ຮອດກາງສະຕະວັດທີ XVIII ກໍ່ມີຜູ້ໜຶ່ງຊື່ວ່າ ເຈິ່ນວັນເຮ ມານີ້ສ້າງອາຊີບບຸກເບີກພື້ນທີ່. ແລະ ນັບແຕ່ນັ້ນມາຊຸມຊົນຈາກທຸກແຫ່ງໄດ້ມາເຕົ້າໂຮມນັບມື້ນັບຫຼາຍຂຶ້ນ ແລະ ຄວາມຕ້ອງການຊື້ຂາຍແລກປ່ຽນສິນຄ້າກໍ່ເພີ່ມຂຶ້ນ. ດັ່ງນັ້ນຮອດປີ 1815 ລຸງເຈິ່ນວັນເຮ ໄດ້ໃຫ້ສ້າງຕະຫຼາດທຳອິດຢູ່ເຂດນີ້ທີ່ມີຊື່ວ່າ ຫວິງເລີ້ຍ ແຕ່ຊາວທ້ອງຖິ່ນເຄີຍເອີ້ນວ່າ ຕະຫຼາດຢົ່ງ. ລຸງ ເຈິ່ນກວັກຮຸຍ ມາຊື້ຂາຍຢູ່ຕະຫຼາດຢົ່ງ ເລົ່າສູ່ຟັງວ່າ:

      “ຕະຫຼາດນີ້ຖືກຕັ້ງໃນເນື້ອທີ່ດິນຂອງລຸງ ເຮວ. ລຸງມີເນື້ອທີ່ດິນກວ້າງທີ່ສຸດ ຈຶ່ງໃຫ້ເຂົາເຈົ້າມາຕັ້ງຕະຫຼາດຢູ່ທີ່ນີ້, ຊາວທ້ອງຖິ່ນເຄີຍເອີ້ນຕະຫຼາດນີ້ແມ່ນ ຕະຫຼາດຢົ່ງ ລຸງເຮວ”.

      ປັດຈຸບັນເຖິງວ່າໄດ້ມີອາຍຸ 70 ປີປາຍແລ້ວກໍ່ຕາມ ແຕ່ລຸງ ຫວໍແທັງເຊືອງ ດຳລົງຊີວິດຢູ່ ຕະຫຼາດຢົ່ງ ຍັງຈື່ດີແຕ່ລະຮ່ອມທາງໃນຕະຫຼາດຢົ່ງ ຜູ້ໃດຊື້ຂາຍເຄື່ອງຂອງຫຍັງກໍ່ຈື່ໄດ້ໝົດ. ລຸງ ເຊືອງ ເວົ້າວ່າ:

    “ເມື່ອກ່ອນນີ້ ເຂົາເຈົ້າກໍ່ຕັ້ງເສົາໃຫຍ່ເປັນແຖວມີຮູບສີ່ຫຼ່ຽມ, ຜູ້ໃດຂາຍຫຍັງກໍ່ນັ່ງຂາຍຢູ່ທາງໃນ. ບາງຄົນຂາຍແຜ່ນແພເຂົາເຈົ້າກໍ່ເຮັດຮ້ານຂາຍໃນຕອນກາງເວັນຮອດຕອນຄ່ຳເຂົາເຈົ້າກໍ່ມ້ຽນມັດເຄື່ອງຂອງແລ້ວກໍ່ກັບເມືອເຮືອນ. ສ່ວນຜູ້ຂາຍເຂົ້າປຽກ, ເຂົ້າໜົມ ແລະ ເຄື່ອງຂອງຕ່າງໆເຂົາເຈົ້າກໍ່ໄປຂາຍໃນຕອນຄ່ຳ. ຈາກນັ້ນກໍ່ຍັງມີຮ້ານຂາຍເຂົ້າຈ້າວ ເຂົ້າໜຽວ ແລະ ເຂົ້າປຽກເຄື່ອງໃນ…”

     ຕາມຄວາມສຳນຶກຂອງຊາວທ້ອງຖິ່ນ ເມື່ອກ່ອນນີ້, ເພື່ອມີຊີວິດທີ່ອີ່ມໜຳສຳລານ ແລະ ສົມບູນພູນສຸກ ແມ່ນຍ້ອນມີເທວະດາຟ້າແຖນ ຊ່ວຍໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ. ລຸງ ເຈິ່ນວັນເຮວ ເອງກໍ່ເປັນຜູ້ຮັບຜິດຊອບເລື່ອງບູລະນະປະຕິສັງຂອນ ຫໍບູຊາ ທີ່ມີມາກ່ອນໃຫ້ກາຍເປັນສາລາບ້ານ ຫວິງເລີ້ຍ ເພື່ອກໍ່ຕັ້ງໝູ່ບ້ານ. ຈາກນັ້ນກໍ່ມີຫຼາຍຄົນຈາກແຫ່ງອື່ນກໍ່ໄດ້ມານີ້ສ້າງອາຊີບ. ລຸງ ເຊືອງ ໃຫ້ຮູ້ຕື່ມອີກວ່າ:

     “ເມື່ອກ່ອນຢູ່ແຫ່ງນີ້ ຄຶກຄື້ນມ່ວນຊື່ນຫຼາຍໃນຍາມຕອນຄ່ຳ, ໃນສາລາຂອງໝູ່ບ້ານກໍ່ເຄີຍຈັດການສາຍຮູບເງົາໃຫ້ແກ່ພໍ່ແມ່ພີ່ນ້ອງ ຄ່ຳຕອນໃດກໍ່ສາຍຮູບເງົາ ແລະ ກໍ່ຈັດການຂັບໂບ້ຍ ຫຼິ້ນຕ່າຍສິ໋ວ ແລະ ເບົ່າກົວ. ສ່ວນງານບຸນຢູ່ທີ່ນີ້ກໍ່ມີຊື່ສຽງ. ປະຊາຊົນຈາກ ໝີທໍ, ເຈິກ້າວ, ກໍ່ກົງດົງ ກໍ່ພາກັນມານີ້ຫຼາຍທີ່ສຸດ”

    ເມື່ອເວົ້າເຖິງຕະຫຼາດຢົ່ງ ກໍ່ຕ້ອງເວົ້າເຖິງອາຫານ ບັ໊ນຢ໊າ ເຊິ່ງແມ່ນເຍື່ອງອາຫານເຮັດດ້ວຍຊີ້ນໝູ, ກຸ້ງ, ຜັກງອກ, ແປ້ງເຂົ້າສານ ແລະ ແປ້ງຖົ່ວເຫຼືອງ. ບັ໊ນຢ໊າ ກໍ່ໄດ້ກາຍເປັນເຍື່ອງອາຫານພິເສດຂອງດິນແດນເຂດ ກໍ່ກົງ. ນາງ ຟານທິກີມເຟື້ອງ ຜູ້ຂາຍບັ໊ນຢ໊າ ຢູ່ຕະຫຼາດຢົ່ງ ໃຫ້ຮູ້ວ່າ:

     “ບັ໊ນຢ໊າ ກໍ່ແມ່ນສິນພິເສດຂອງທ້ອງຖິ່ນ. ໃນຊຸມວັນບຸນ, ບັ໊ນຢ໊າເຮັດກໍ່ພໍຂາຍ. ເຂົາເຈົ້າໄປການກໍ່ຊື້ເຂົ້າຈີ່ ແລ້ວກໍ່ເອົາບັ໊ນຢ໊າ ຍັດໃສ່ກິນຕື່ມ. ບັ໊ນຢ໊າ ຍັງອາດຈະກິນກັບເຂົ້າ ແລະ ຈ້ຳນ້ຳຖົ່ວເຫຼືອງ”.

      ສຳລັບຊາວເຂດ ກໍ່ກົງ ເວົ້າສະເພາະ ແລະ ຊາວແຂວງ ຕ່ຽນຢາງ ເວົ້າລວມ, ຕະຫຼາດຢົ່ງ ບໍ່ພຽງແຕ່ແມ່ນສະຖານທີ່ຄ້າຂາຍຜະລິດຕະພັນກະເສດ ອາຫານຮັບໃຊ້ຊີວິດປະຈຳວັນເທົ່ານັ້ນ ຫາກຍັງແມ່ນບ່ອນພົບປະແລກປ່ຽນວັດທະນະທຳຂອງຊາວພາກໃຕ້.ຕະຫຼາດຢົ່ງ ແມ່ນສັນຍາລັກທາງດ້ານວັດທະນະທຳຂອງປະຊາຊົນເຂດ ກໍ່ກົງ ປະກອບສ່ວນສ້າງສີສັນສະເພາະໃຫ້ດິນແດນແຫ່ງນີ້

ຕອບກັບ

ຂ່າວ/ບົດ​ອື່ນ