ເກາະຮ່ອນຄວາຍ - ເພດມະນີຂອງເຂດທະເລຢູ່ທາງທິດຕາເວັນຕົກພາກໃຕ້

 (vovworld) - ເກາະ​ຮ່ອນຄວາຍ  ຢູ່ຫ່າງ​ຈາກ​ດິນ​ຕໍ່​ແຜ່ນ​ປະ​ມານ 20 ກມ ແລະ ຂຶ້ນ​ກັບ​ເທດ​ສະ​ບານ​ນຳ​ກັນ, ເມືອງງອກ​ຫຽນ, ແຂວງ​ກ່າ​ເມົາ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເກາະງາມກວ່າ​ໝູ່​ຢູ່​ພາກ​ໃຕ້​ຫວຽດ​ນາມ, ດ້ວຍອາ​ກາດ​ທີ່​ປອດ​ໂປ່ງ, ຫາດ​ຊາຍ​ທະ​ເລ​ຂຽວ​ສະ​ອາດ ພ້ອມ​ກັບ​ເຂດ​ປ່າ​ດົງ​ດິບ. ຜູ້​ຄົນ​ທັງຫຼາຍ​ຍັງ​ຮູ້​ຈັກ​ເຖິງ​ເກາະ​​ຮ່ອນຄວາຍ ດ້ວຍ​ປູ​ຊະ​ນີ​ຍະ​ສະ​ຖານແຫ່ງ​ການ​ລຸກ​ຮຶ້​ຂຶ້ນ​ຕ້ານ​ຝ​ລັ່ງ​ຂອງ​ຄູ​ສອນ ຟ້າມງອກ​ຫ່ຽນ ແລະ ໂຄມ​ໄຟ​ທະ​ເລ​ຢູ່​ເທິງ​ເກາະ​ທີ່​ມີ​ມາກ່ອນນີ້ນັບ 100 ປີ. ທັງ​ໝົດ​ເຫຼົ່າ​​ນັ້ນ ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ.

ເກາະຮ່ອນຄວາຍ - ເພດມະນີຂອງເຂດທະເລຢູ່ທາງທິດຕາເວັນຕົກພາກໃຕ້ - ảnh 1

ນັກທ່ອງທ່ຽວໄປຢ້ຽມຢາມເກາະຮ່ອນຄວາຍ

(ພາບ: ອິນເຕີແນດ)

        ເກາະ​ຮ່ອນຄວາຍ​ແມ່ນ​ໝູ່​ເກາະ​ລວມ​ມີ​ເກາະ​ໃຫ​ຍ່​ນ້ອຍ​ທັງ​ໝົດ 5 ແຫ່ງນັ້ນ​ແມ່ນ​ເກາະ​ຮ່ອນຄວາຍ, ຮ່ອນຊາວ, ຮ່ອນ​​ໂດ່ຍ​ໂມ່ຍ, ຮ່ອນດ໋າ​ແຫຼ, ຮ່ອນເຕືອງ ດ້ວຍ​ເນື້ອ​ທີ່​ທັງ​ໝົດ​ກວ່າ 4 ​ຕາ​ລາງກມ. ໃນ​ນັ້ນ​ເກາະ​ທີ່​ມີ​ລະ​ດັບ​ສູງ​ສຸດ​ແມ່ນ​ 318 ແມັດ. ເກາະຮ່ອນ​ຄວາຍ ກ່ອນນີ້​ມີ​ຊື່​ວ່າ ເກາະ​ຢ໋າງ​ເຮືອງ ຫຼື ເກາະ​ເອ​ກະ​ລາດ, ແຕ່ຊາວ​ທ້ອງ​ຖີ່ນ​ມັກ​ເອີ້ນ​ວ່າ​ຮ່ອນ​ຄວາຍ ເພາະ​ວ່າ​ມັນ​ມີ​ຮູບ​ຮ່າງ​ຄື​ມັນ​ດາງຫົວ​ໃຫ​ຍ່. ຮ່ອນຄວາຍ ບໍ່​ພຽງ​ແຕ່​ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ແຂວງ​ກ່າ​ເມົາ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ຢູ່​ທິດ​ຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ອີກ​ດ້ວຍ. ວັນ​ທີ 13/12/1940, ຄູ​ສອນ, ນັກ​ຮົບ​ປະ​ຕິ​ວັດ ຟານງອກ​ຫຽນ ໄດ້​ບັນ​ຊາ​ທະ​ຫານ​ລຸກ​ຮຶ້​ຂຶ້ນ​ຢືດ​ຄອງ​ເກາະ​ຮ່ອນ​ຄວາຍ, ສ້າງ​ເປັນ​ຂີດ​ໝາຍ​ອັນ​ສະ​ຫງ່າ​ລາ​ສີ​ໃນ​ປະ​ຫວັດ​ແຫ່ງ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູຕ່າງ​ດ້າວ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​​ຢູ່ເຂດ​ໃຕ້​ສຸດ​ຂອງ​ປະ​ເທດຊາດ.

        ນອກ​ຈາກ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ແລ້ວ, ຮ​່ອນ​ຄວາຍ ​ຍັງ​ມີ​​ຫາດ​ຫີນຫຼາຍ​ແຫ່ງທີ່​ປະ​ກອບ​ດ້ວຍໂງ່ນ​ຫີນຮູບ​ມົນ​ຄື​ໄຂ່​ໜ່ວຍ​ໃຫ​ຍ່​ອີກ​ດ້ວຍ. ເພື່ອ​ໄປ​ເຖິງ​ບ່ອນ​ສູງ​ສຸດ​​ຂອງ​ເກາະ, ນັກ​ທ່ອງ​ທ່ຽວ​ຕ້ອງ​ຂ້າມ​ປ່າ​ດົງ​ດິບ ແລະ ຂຶ້ນ​ພູ. ອ້າຍ ຫງວຽນ​ແອງ​ຕ໋ວນ, ພະ​ນັກ​ງານ​ທີ່​ເຮັດ​ວຽກໃນ​ເກາະ​ຮ່ອນ​ຄວາຍ​ ເປັນ​ເວ​ລາຫຼາຍ​ປີ​ໃຫ້​ຮູ້​ວ່າ:

        “ຮ່ອນ​ຄວາຍ​ມີ​ລະ​ບົບ​ປ່າ​ດົງ​ດິບ, ໃນ​ນັ້ນ​ມີ​ພືດ​ສາ​ຊາດ​ໄມ້ຫຼາຍ​ປະ​ເພດ. ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງບັນ​ດາ​ຄະ​ນະ​ນັກ​ສຳຫຼວດແລ້ວ, ຢູ່​ເກາະ​ແຫ່ງນີ້​ມີ​ພືດ​ກວ່າ 1400 ປະ​ເພດ​​ສາ​ມາດຜະ​ລິດຢາ​ປົວ​ພະ​ຍາດ​ໄດ້, ນອກ​ນັ້ນ​ຍັງ​ມີ​ສັດຫຼາຍ​ປະ​ເພດ​ຄື​: ງູ, ກະ​ຮອກ, ນົກ, ໂຕ​ແລນ…, ດັ່ງ​ນັ້ນ​ຮ່ອນ​ຄວາຍ​ ຈຶ່ງ​ມີ​ຄູນ​ຄ່າ​ທີ່​ສຸດ​ກ່ຽວ​ກັບ​ລະ​ບົບ​ສັດ ແລະ ຊາດ​ໄມ້, ຮ່ອນ​ຄວາຍ​ ມີ​ຄວາມ​ງາມ​ຂອງ​ປ່າ​ດົງ​ດິບ, ມີ​ອາ​ກາດ​ປອດ​ໂປ່ງ, ສົມ​ກັບ​ການ​ທ່ອງ​ທ່ຽວ​ບຳ​ລຸງ​ສຸ​ຂະ​ພາບ”.

ເກາະຮ່ອນຄວາຍ - ເພດມະນີຂອງເຂດທະເລຢູ່ທາງທິດຕາເວັນຕົກພາກໃຕ້ - ảnh 2

ເຫາດຫີນໃນເກາະຮ່ອນຄວາຍ

(ພາບ: ອິນເຕີແນດ)

        ປະ​ຈຸ​ບັນ, ຢູ່​ບ່ອນ​ສູງ​ສຸດ​ຂອງ​ຮ່ອນ​ຄວາຍ ຍັງ​ຄົງ​ຮັກ​ສາ​ໂຄມ​ໄຟ​ທະ​ເລ ໂດຍ​ຊາວ​ຝ​ລັ່ງ ກໍ່​ສ້າງ​ແຕ່​ສະ​ຕະ​ວັດ​ທີ 19 ໄວ້​ຄື​ເກົ່າ, ນີ້​ແມ່ນ​ໂຄມ​ໄຟ​ທີ່​ສຳ​ຄັນ​ຢູ່​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ແລະ ອ່າວ​ໄທ. ໂຄມ​ໄຟ​ທະ​ເລ​ມີ​ຮູບຈັດ​ຕຸ​ລັດ ແລະ ​ຖືກ​ກໍ່​ສ້າງດ້ວຍ​ຫີນ​ສີ​ຂຽວ ແລະ ຊີ​ມັງ. ອ້າຍ ຫງວຽນ​ຮ່​ວາຍ​ນາມ, ຫົວ​ໜ້າ​ສະ​ຖາ​ນີ​ໂຄມ​ໄຟ​ທະ​ເລ​ຮ່ອນ​ຄວາຍ, ໃຫ້​ຮູ້​ວ່າ, ໂຄມ​ໄຟ​ທະ​ເລ​ຮ່ອນ​ຄວາຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄມ​ໄຟ​ທີ່​ໄດ້​ຮັບ​ການ​ກໍ່​ສ້າງ​ກ່ອນ​ໝູ່​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດ​ນາມ.

        “ສະ​ຖາ​ນີ​ໂຄມ​ໄຟ​ທະ​ເລນີ້​ໂດຍ​ຊາວ​ຝ​ລັ່ງ​ກໍ່​ສ້າງ ແລະ ຕິດ​ພັນ​ກັບ​ໄຊ​ຊະ​ນະ​ປະ​ຫວັດ​ສາດ​ຂອງ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຟານງອກ​ຫຽນ. ໂຄມ​ໄຟ​ນີ້​ຖືກ​ກໍ່​ສ້າງ​ໃນ​ເນື້ອ​ທີ່ 400 ຕາ​ລາງ​ແມັດ ດ້ວຍຄວາມ​ສູງ 318 ແມັດ ເທື່ອ​ທຽບ​ໃສ່​ໜ້ານ້ຳທະ​ເລ, ຢືນ​ຢູ່​ສະ​ຖາ​ນີ​ໂຄມ​ໄຟ​ນີ້​ສາ​ມາດ​ເຫັນ​ໄດ້​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ທະ​ເລ​ໃນບໍ​ລິ​ເວັນ​ໄກ​ກວ່າ 40 ໄມ​ທະ​ເລ. ພວກ​ຂ້າ​ພະ​ເຈົ້າ​ອະ​ນຸ​ລັກ​ຮັກ​ສາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານນີ້​ເປັນ​ປະ​ຈຳ ແລະ ຮັກ​ສາ​ເຂດ​ນີ້ໃຫ້​ສະ​ອາດ ແລະ ​ສວຍ​ງາມ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມນັບ​ມື້​ນັບຫຼາຍ”

ເກາະຮ່ອນຄວາຍ - ເພດມະນີຂອງເຂດທະເລຢູ່ທາງທິດຕາເວັນຕົກພາກໃຕ້ - ảnh 3

ສະຖານີໂຄມໄຟທະເລໃນເກາະຮ່ອນຄວາຍ

(ພາບ: ອິນເຕີແນດ)

        ນອກ​ຈາກ​ຄົ້ນ​ຫາ​ທຳ​ມະ​ຊາດ, ໄປ​ຢ້ຽມ​ຢາມ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ໃນ​ເກາະ​ແລ້ວ, ນັກ​ທ່ອງ​ທ່ຽວ​ມາ​ຢາມ​ເກາະ​ຮ່ອນ​ຄວາຍ ​ຍັງ​ໄດ້​ຮັບ​ປະ​ທານ​ອາ​ຫານ​ທະ​ເລ​ຢູ່​ແຄມ​ຝັ່ງ​ທະ​ເລ ຫຼື ຢູ່​ເດີນ​ຫ​ຍ້າ​​ກາງ​ປ່າ, ​ແຫ່ງ​ທີ່​ມີ​ຕົ້ນ​ໄມ້​ໃຫ​ຍ່ ຫຼາຍ​ຕົ້ນ ແລະ ໄດ້​ຟັງ​ສຽງ​ນົກ​ຮ້ອງ, ສຽງ​ຄື້ນ​ທະ​ເລ​ທົບ​ໃສ່​ຝັ່ງ. ເອື້ອຍ ເຈິ່ນ​ຕວຽດ​ລ​ວານ, ນັກ​ທ່ອງ​ທ່ຽວ​ເກາະ​ຮ່ອນ​ຄວາຍ​ ທີ່​ມາ​ຈາກ​ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ເກາະ​ທີ່​ຮົກ​ເຮື້ອຄື​​ຮ່ອນ​ຄວາຍ​, ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ຂ້າ​ພະ​ເຈົ້າ… ພິ​ເສດ​, ​ເຮົາສາ​ມາດເຂົ້າ​ໃຈ​ຕື່ມ​​​ອີກກ່ຽວ​ກັບ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດຢູ່​ໃນ​ເກາະ. ເຖິງວ່າ​ທາງ​ໄປ​ຈະ​ລຳ​ບາກ​ກໍ່​ຕາມ, ແຕ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສູບ​ອາ​ກາດ​ທີ່​ປອດ​ໂປ່ງ, ໄດ້​ຟັງ​ສຽງ​ນົກ​ຮ້ອງ, ແລະ ຊົມ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ໃນປ່າ. ຫວັງ​ວ່າຮ່ອນ​ຄວາຍ​ ຈະ​ໄດ້​ຮັບ​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ມາ​ຢ້ຽມ​ຢາມກວ່າ​ອີກ”.

        ປະ​ຈຸ​ບັນ, ເກາະ​ຮ່ອນ​ຄວາຍ​ ພວມ​ໄດ້​ຮັບ​ການ​ລົງ​ທຶນ​ພັດ​ທະ​ນາ​ເພື່ອ​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ. ປີ 2009, ແຂວງ​ກ່າ​ເມົາ ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ວາງ​ແຜນ​ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຮ່ອນ​ຄວາຍ ແລະ ຮຽກ​ຮ້ອງ​ບັນ​ດາ​ນັກ​ລົງ​ທຶນ​ເຂົ້າ​ລົງ​ທຶນ​ໂຄງ​ການ​ຕ່າງໆ​ຄື ກໍ່​ສ້າງ​ໂຮງ​ແຮມ, ເຂດ​ບໍ​ລິ​ການ​ທ່ອງ​ທ່ຽວ, ຫາດ​ຊາຍ​ທະ​ເລ… ຫວັງ​ວ່າ ດ້ວຍ​ອາ​ກາດ​ທີ່​ປອດ​ໂປ່ງ, ​ເຢັນ​ສະ​ບາຍ, ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ, ມີ​ປ່າ, ມີ​ທະ​ເລ​ນັ້ນ, ຮ່ອນ​ຄວາຍ​ ຈະ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​​ຄວາມ​ດຶງ​ດູດບັນ​ດາ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ