ຊາວເຜົ່າຂະແມໃນເມືອງຮ່ອນເດິດ, ແຂວງກຽນຢາງ ມີຄວາມຊຳນານໃນການຜະລິດເຄື່ອງປັ້ນດິນເຜົາມາແຕ່ດົນນານ. ສຳລັບດິນດາກໃນເມືອງຮ່ອນເດິດ ແມ່ນມີຄວາມໜຽວ ແລະ ແຫຼກດີ. ດັ່ງນັ້ນເມື່ອປັ້ນ ແລະ ເຜົາ, ຜະລິດຕະພັນບໍ່ເຄີຍຖືກເພ ແລະ ມີຄວາມທົນທານສູງ. ເພາະສະນັ້ນ, ຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ແຫ່ງນີ້ໄດ້ຮັບຄວາມນິຍົມຊົມໃຊ້ຈາກຜູ້ອຸປະໂພກຢ່າງຫຼວງຫຼາຍ. ເມື່ອລົງຢ້ຽມຢາມຮ່ອນເດິດ, ແຂກທ່ອງທ່ຽວຍັງມີໂອກາດແວ່ຢາມເຂດປູຊະນີຍະສະຖານປະຫວັດສາດ ບາຮ່ອນ ຊຶ່ງປະກອບດ້ວຍເກາະດອນນ້ອຍໃຫຍ່ນັບຮ້ອຍໜ່ວຍ ນອນກະແຈກກະຈາຍທົ່ວເຂດທະເລກຽນຢາງ ແລະ ໝູ່ບ້ານອາຊີບເດົາຢອຍ. ມາຢ້ຽມຢາມເດົາຢອຍ, ແຂກທ່ອງທ່ຽວຍັງມີໂອກາດໄດ້ຊອກຮູ້ ແລະ ເຂົ້າໃຈຕື່ມກ່ຽວກັບຜະລິດຕະພັນເຄື່ອງປັ້ນດິນເຜົາ ຊຶ່ງຖືກນຳໃຊ້ຫຼາຍໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.
ເຄື່ອງປັ້ນດິນເຜົາຖືກຂາຍຢູ່ຕະຫຼາດຮ່ອນເດິດ
|
ໂດຍຖືກນອນຢູ່ໃຈກາງເມືອງຮ່ອນເດິດ, ໝູ່ບ້ານອາຊີບຫັດຖະກຳເດົາຢອຍ ໄດ້ປະກອບສ່ວນເຂົ້າໃນການອະນຸລັກບັນດາຄຸນຄ່າທີ່ເປັນມູນເຊື້ອ ຊຶ່ງເປັນຂີດໝາຍທາງດ້ານວັດທະນະທຳຂອງເຂດທີ່ຜະລິດອອກບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ. ຕາມອ້າຍ ເຈິນວັນເຕ້ວ, ໃນຊຸມປີ 1980 ຂອງສະຕະວັດກ່ອນ ກໍແມ່ນໄລຍະທີ່ຮຸ່ງເຮືອງກວ່າໝູ່ຂອງໝູ່ບ້ານເຄື່ອງປັ້ນດິນເຜົາເດົາຢອຍ. ໃນຄາວນັ້ນ, ເຄື່ອງປັ້ນດິນເຜົາປະເພດໃຊ້ໃນຄອບຄົວໄດ້ຮັບຄວາມນິຍົມຊົມໃຊ້ຈາກຜູ້ອຸປະໂພກທັງຫຼາຍ, ດັ່ງນັ້ນ, ປະຊາຊົນທັງບ້ານຕ່າງກໍຫາເງິນລ້ຽງຊີບດ້ວຍອາຊີບຜະລິດເຄື່ອງປັ້ນດິນເຜົາ. ຄອບຄົວໃດກໍມີເຕົາເຜົາເຄື່ອງປັ້ນແຕ່ 2-3 ເຕົາ. ອ້າຍ ເຈິນວັນເຕ້ວ ໃຫ້ຮູ້ວ່າ :
“ ຜູ້ອຸປະໂພກສ່ວນຫຼາຍມັກຊື້ເມືອໃຊ້ໃນຄອບຄົວ. ນັບແຕ່ກ່ອນເປັນຕົ້ນມາ, ຈາກລຸ່ນພໍ່ຫາລຸ່ນຫຼານ, ຄອບຄົວຂ້າພະເຈົ້າປະກອບອາຊີບຜະລິດເຄື່ອງປັ້ນດິນເຜົາຜ່ານ 3 ລຸ່ນຄົນແລ້ວ. 6 ແຂວງເຂດພາກຕາເວັນຕົກ ກໍລ້ວນແຕ່ມີຮາກຖານ ຜະລິດເຄື່ອງປັ້ນດິນເຜົາ, ດັ່ງນັ້ນ, ກໍສາມາດກຸ້ມກິນ ”
ສິ່ງພິເສດຢູ່ເດົາຢອຍ ແມ່ນແມ່ຍິງຢູ່ແຫ່ງນີ້ກໍໄດ້ເຂົ້າຮ່ວມບັນດາຂັ້ນຕອນຜະລິດເຄື່ອງປັ້ນເຄື່ອງເຜົາ, ສ່ວນເພດຊາຍກໍຮັບຜິດຊອບວຽກງານທີ່ໜັກໜາເຊັ່ນ: ໄປເອົາດິນ, ຍັດດິນຫຼືຕາກເຄື່ອງປັ້ນດິນເຜົາກໍຄືເກັບມ້ຽນ ເຄື່ອງປັ້ນດິນເຜົາ. ດ້ວຍຄວາມດຸໝັ້ນຂະຫຍັນພຽນ ແລະ ມານະອົດທົນ, ວຽກງານເຮັດເຄື່ອງປັ້ນດິນເຜົາຂອງແມ່ຍິງຢູ່ແຫ່ງນີ້ຖືກເຮັດຕະຫຼອດປີ. ໃນທຸກວັນນີ້, ຢູ່ເດົາຢອຍ,ແມ່ຍິງຢູ່ແຫ່ງນີ້ຍັງຄົງມັກນຳໃຊ້ວິທີເຮັດແບບຫັດຖະກຳເພື່ອຜະລິດເຄື່ອງປັ້ນດິນເຜົາ. ນາງ ໂງທິເໜີ ໃຫ້ຮູ້ວ່າ ນາງໄດ້ຮຽນວິຊາຊີບນຳແມ່, ແລະ ແມ່ຂອງລາວກໍຮຽນນຳແມ່ຍາ. ກະໂຕນາງເອງ ກໍໄດ້ເຮັດ ເຄື່ອງປັ້ນດິນເຜົາແບບຫັດຖະກຳມາເປັນເວລາເກືອບ 20 ປີ.
ອ້າຍ ເຈິນວັນເຕ້ວ ໃຫ້ຮູ້ອີກວ່າ :
“ເດົາຢອຍນປະຈຸບັນ, ມີປະເພດສິນຄ້າຕົ້ນຕໍແມ່ນ ເຕົາໄຟ. ຢູ່ເຂດນີ້ເຮັດ ເຄື່ອງປັ້ນດິນເຜົາດ້ວຍຂອບຂະໜາດໃຫຍ່, ມີອ່າງແຊ່ດິນດາກ, ມີເຄື່ອງຮີດດິນ ແລະ ຕັດດິນ, ເພື່ອເຮັດເຕົາໄຟເຕົາໜຶ່ງນັ້ນ, ນອກຈາກຂັ້ນຕອນເຮັດພື້ນຂອງເຕົາໄຟ, ສ້າງຮູບຮ່າງເຕົາໄຟ, ການຕາກເຄື່ອງປັ້ນດິນເຜົາໃຫ້ແຫ້ງນັ້ນ, ກໍມີຂັ້ນຕອນເຜົາໃນເຕົາ. ນາຍຊ່າງຕ້ອງຈັດວາງເຕົາໄຟທີ່ປັ້ນແລ້ວ ເປັນແຖວຊື່. ວັດຖຸດິບເພື່ອເຜົາ ຕົ້ນຕໍແມ່ນແກບ ແລະ ເຟືອງຫຼືຫຍ້າຄາໜ້ອຍໜຶ່ງເພື່ອເຮັດເປັນທາດຕໍ່ໄຟ. ເວລາເຜົາເຄື່ອງປັ້ນນັ້ນ ແມ່ນຕ້ອງດຳເນີນເປັນ 3-4 ວັນ. ນາງ ເຈີນທິຊ່າງ ຜູ້ຂາຍແກບ ໃຫ້ຮູ້ວ່າ :
“ ເມື່ອກ່ອນນີ້, ເຂົາເຈົ້າເຜົາດ້ວຍຟືນ ແລະ ເຟືອງ. ໄລຍະ 20 ປີ ມານີ້, ກໍເລີ່ມເຜົາດ້ວຍແກບ. ແຕ່ລະມື້, ຮາກຖານຜະລິດເຄື່ອງປັ້ນດິນເຜົາແຫ່ງໜຶ່ງກໍໃຊ້ແກບປະມານ 600 ຖົງ. ຖ້າຫາກເຜົາດ້ວຍຟືນ ຈະໃຫ້ຜະລິດຕະພັນມີຄຸນນະພາບບໍ່ດີຄືເຜົາດ້ວຍແກບ”
ໃນຊຸມປີມໍ່ໆມານີ້, ຍ້ອນການແກ່ງແຍ້ງຂອງສິນຄ້າເອເລັກໂຕນິກທີ່ທັນສະໄໝຫຼາຍປະເພດທີ່ພວມປະກົດຕົວຫຼາຍຂຶ້ນ, ດັ່ງນັ້ນກໍສົ່ງຜົນສະທ້ອນເຖິງການຈຳໜ່າຍຜະລິດຕະພັນຂອງໝູ່ບ້ານ ເດົາຢອຍ. ນາງ ໂງທິເໜີ ໃຫ້ຮູ້ວ່າ:
“ ເຮົາຂາຍຢູ່ມິນຫາຍ, ຕ້ອງສົ່ງໄປຂາຍຢູ່ໄກ. ຢູ່ບ່ອນໃດຢາກຊື້, ເຮົາກໍສົ່ງໄປຂາຍຮອດບ່ອນເລີຍ. ຮອດຍາມບຸນເຕັດ ກໍໄດ້ຂາຍດີ. ຢູ່ແຫ່ງນີ້, ຄອບຄົວໃດກໍເຮັດເຕົາໄຟຂາຍ ”
ຜະລິດຕະພັນເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານ ເດົາຢອຍ ບໍ່ພຽງແຕ່ເພື່ອຜະລິດອອກຜະລິດຕະພັນທີ່ນຳມາເຊິ່ງລາຍຮັບສູງໃຫ້ແກ່ຊາວບ້ານເທົ່ານັ້ນ, ຫາກຍັງສ່ອງແສງເຖິງວັດທະນະທຳຂອງຊາວເຜົ່າຂະແມຢູ່ແຫ່ງນີ້ອີກດ້ວຍ. ພ້ອມກັນນັ້ນ ກໍສະແດງໃຫ້ເຫັນການອະນຸລັກ ແລະ ເສີມຂະຫຍາຍ ແລະ ສືບທອດອາຊີບຫັດຖະກຳທີ່ມີມາແຕ່ດົນນານຂອງຊາວເຜົ່າຂະແມໃຫ້ຄົນລຸ່ນຫຼັງ.