ຜູ້ຍົກລະດັບຜະລິດຕະພັນຫັດຖະກຳຂອງຊາວເຜົ່າຢ້າວໃນແຂວງ ບັກກ້ານ

(VOVWORLD) -   ນາງ ຫຼີທິກວຽນ ຊາວເຜົ່າຢ້າວຢູ່ແຊວງ ບັກກ້ານ ເຊິ່ງແມ່ນຜູ້ໄດ້ນຳຜະລິດຕະພັນຫັດຖະກຳມາແຕ່ດົນນານ ກາຍເປັນສິນຄ້າທີ່ມີມູນຄ່າເສດຖະກິດສູງ. ນາງໄດ້ສ້າງຕັ້ງສະຫະກອນ ທຽນອານ ສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງຫຼາຍຄົນຢູ່ທ້ອງຖິ່ນ ແລະ ໄດ້ປະກອບສ່ວນໂຄສະນາ ຄວາມງາມ ທາງດ້ານວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ
ຜູ້ຍົກລະດັບຜະລິດຕະພັນຫັດຖະກຳຂອງຊາວເຜົ່າຢ້າວໃນແຂວງ ບັກກ້ານ - ảnh 1ນາງ ຫຼີທິກວຽນ ຫົວໜ້າສະຫະກອນ ທຽນອານ

    ໂດຍຮຽນຈົບຈາກມະຫາວິທະຍາໄລສ້າງຄູ ແຕ່ຍ້ອນເຫດຜົນຫຼາຍຢ່າງທີ່ນາງ ກວຽນ ໄດ້ປະຄວາມໄຝ່ຝັນເປັນເອື້ອຍຄູໄວ້ ແລະ ໄດ້ຕິດພັນກັບເນື້ອທີ່ໄຮ່ນາຢູ່ບ້ານ ນ່າອິດ ຕາແສງ ວີເຮືອງ ເມືອງ ແບັກທົງ ແຂວງ ບັກກ້ານ ເຊິ່ງແມ່ນບ້ານເກີດຂອງລາວ. ເມື່ອເຫັນວ່າໃນບ້ານກໍ່ມີຜະລິດຕະພັນກະເສດຫຼາຍຊະນິດ ເຊິ່ງໃນແຕ່ລະວັນ ປະຊາຊົນຍັງຄົງປູກເພື່ອກິນ ຫຼື ບາງຄັ້ງກໍ່ເອົາໄປຂາຍຢູ່ຕະຫຼາດ, ນາງ ກວຽນ ໄດ້ມີເຈຕະນາລົມຂະຫຍາຍເປັນຜະລິດຕະພັນສິນຄ້າທີ່ມີມູນຄ່າສູງ. ນາງໄດ້ປຶກສາກັບເອື້ອຍນ້ອງແມ່ຍິງບາງຄົນໃນບ້ານເຮັດກ້ວຍແຫ້ງ ຍ້ອນໄວ້ໄດ້ດົນ ແລະ ລາຄາຂາຍກໍ່ສູງກວ່າ, ປີ 2017 ສະຫະກອນ ທຽນອານໂດຍນາງ ກວຽນ ເປັນຫົວໜ້າໄດ້ຮັບການສ້າງຕງຂຶ້ນ ພາຍຫຼັງໜຶ່ງປີເທົ່ານັ້ນ ກ້ວຍແຫ້ງຂອງສະຫະກອນ ທຽນອານ ໄດ້ມີເຄື່ອງໝາຍການຄ້າໃນທ້ອງຕະຫຼາດ ແລະ ໄດ້ຮັບການຢັ້ງຢືນເປັນໂຄງການລະດັບຊາດ ແຕ່ລະຕາແສງໜຶ່ງຜະລິດຕະພັນ OCOP ສາມດາວ ຈາກຄະນະກຳມະການປະຊາຊົນແຂວງ ບັກກ້ານ ນາງ ຫຼີທິກວຽນ ໃຫ້ຮູ້ວ່າ:

“ຄວາມສະນຶກຂອງປະຊາຊົນດຳລົງຊີວິດຢູ່ທີ່ນີ້ແມ່ນສຳລັບຊາວເຜົ່າສ່ວນໜ້ອຍ, ເມື່ອແມ່ຍິງກຳເນີດຂຶ້ນກໍ່ຕົ້ນຕໍແມ່ນເຮັດໄຮ່ໄຖນາ, ບໍ່ອາດເຮັດເສດຖະກິດໄດ້. ແລະ ເກືອບຄືວ່າ ບໍ່ມີໃຜສະໜັບສະໜູນຂ້າພະເຈົ້າກ່ຽວກັບການພັດທະນາເສດຖະກິດ. ທີສອງເມື່ອເຂົ້າສູ່ເສັ້ນທາງສ້າງເສດຖະກິດ, ກໍ່ບໍ່ມີເວລາເພື່ອເບິ່ງແຍງລູກເຕົ້າກໍ່ຄືຄຸ້ມຄອງວຽກບ້ານການເຮືອນອີກ”.

ພາຍຫຼັງໄດ້ປະສົບຜົນສຳເລັດຈາກຜະລິດຕະພັນກ້ວຍແຫ້ງ, ນາງ ກວຽນ ສືບຕໍ່ຄົ້ນຄວ້າ ແລະ ຂະຫຍາຍຜະລິດຕະພັນອີກບາງຢ່າງຄື ນ້ຳເຜິ້ງ, ໜໍ່ໄມ້ປ່າ… ແຕ່ຍ້ອນພື້ນຖານທາງດ້ານວັດຖຸຍັງຂາດເຂີນ, ຜະລິດຕະພັນທີ່ຜະລິດອອກຍັງບໍ່ທັນຫຼາຍ ພ້ອມທັງມີການແກ້ງແຍ້ງຈາກຕະຫຼາກ ດັ່ງນັ້ນລາຍຮັບຂອງສະຫະກອນຍັງບໍ່ທັນໄດ້ດັ່ງຫວັງ. ພາຍຫຼັງມີການຄົ້ນຄວ້າ  ແລະ ມີຄວາມເປັນຫວ່ງເປັນໄລຍະໜຶ່ງ ນາງໄດ້ຕົກລົງຫັນທິດໄປສູ່ການຜະລິດບັນດາຜະຕະພັນຢາສະໝູນໄພ ແລະ ແຜ່ນແພພື້ນເມືອງ. ໃຫ້ຂໍ້ສັງເກດກ່ຽວກັບນາງ ຫຼີທິກວຽນ ທ່ານ ໂງວັນຮຸ່ງ ເລຂາໜ່ວຍພັກບ້ານ ນ່າອິດ ຕີລາຄາວ່າ:

 “ນາງ ກວຽນ ແມ່ນແມ່ຍິງໜຸ່ມມີຄວາມຂະຫຍັນຂັນເຄື່ອນ ກ້າຄິດກ້າທຳ ແລະ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກລຳບາກກໍ່ຕາມ ແຕ່ນາງໄດ້ນຳປະລິດຕະພັນຢາສະໝູນໄພຂອງຊົນເຜົ່າຢ້າວອອກສູ່ຕະຫຼາດ”.

   ເພື່ອຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບ, ນາງ ກວຽນ ແລະ ສະຫະກອນໄດ້ກ້າຫານກູ້ຢືມທຶນ ເພື່ອລົງທຶນລະບົບເຄື່ອງອົບ; ອອກແບບສຳລັບຮູບແບບສິນຄ້າໃຫ້ແທດເໝາະກັບທ່າອ່ຽງຕະຫຼາດ. ນາງ ກວຽນ ຍັງເຂົ້າຮ່ວມບັນດາຊຸດອົບຮົມກ່ຽວກັບການຫັນເປັນດີຈີຕອນ ສົ່ງເສີມການຄ້າ ຈາກນັ້ນ ນາງ ແລະ ບັນດາສະມາຊິກໃນສະຫະກອນກໍ່ຮູ້ຈັກວິທີຜະລິດບັນດາວີດີໂອ, ລາຍຈີມ ຂາຍສິນຄ້າ ແລະ ນຳໃຊ້ສື່ສັງຄົມ. ນາງ ຫຼີທິແຈັງ ສັງກັດສະຫະກອນ ທຽນອານ ໃຫ້ຮູ້ວ່າ:

“ເມື່ອກ່ອນນີ້ ຂ້າພະເຈົ້າກໍ່ປະກອບອາຊີບຕັດຫຍິບ ແຕ່ລາຍຮັບກໍ່ບໍ່ປົກກະຕິ, ປັດຈຸບັນກໍ່ເຮັດວຽກໃນສະຫະກອນຂອງນາງ ກວຽນ ກໍ່ມີລາຍຮັບປົກກະຕິ ບໍ່ຕ້ອງໄປເຮັດວຽກໄກ ພ້ອມທັງຍັງມີເວລາເພື່ອເບິ່ງແຍງຄອບຄົວ ແລະ ລູກເຕົ້າ”

 ມາຮອດປັດຈຸບັນສະຫະກອນ ທຽນອານ ຂອງນາງ ຫຼີທິກວຽນ ໄດ້ມີ 9 ຜະລິດຕະພັນບັນລຸມາດຖານ OCOP ປີ. 2023 ນາງ ກວຽນ ໄດ້ຮັບລາງວັນທີໜຶ່ງ ຂອງລາຍການແມ່ຍິ່ງ ຫວຽດນາມ ມີຄວາມໝັ້ນໃຈສ້າງເສດຖະກິດໂດຍສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ. ນາງ ກວຽນ ພວມຝັກໄຝ່ແຜນການເປີດກວ້າງຕະຫຼາດ ບໍ່ພຽງແຕ່ເພື່ອຈຳໜ່າຍຜະລິດຕະພັນຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງອອກຂາຍຢູ່ຕະຫຼາດໃນໂລກອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ