(VOVWORLD) -ໂດຍອາສາສະໝັກໄປເຮັດວຽກຢູ່ໝູ່ບ້ານເຜົ່າມົ້ງໃນແຂວງ ກາວບັ່ງ ເພື່ອຊ່ວຍພວກເດັກໃນບ້ານສາມາດອ່ານໄດ້ຂຽນເປັນ, ອ້າຍຄູ ຮ່າໂລຕ໊ວນ ໄດ້ຮັບຄວາມຮັກແພງຈາກຊາວບ້ານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາສະມາຊິກພັກຢູ່ບ້ານ ຂວຍເຮົ່າ ຕາແສງ ມາຍລອງ ເມືອງ ງວຽນບິ່ງ ແຂວງ ກາວບັ່ງ ເລືອກຕັ້ງເປັນເລຂາໜ່ວຍພັກ. ອ້າຍຄູ ຕ໊ວນ ໄດ້ເສີມຂະຫຍາຍບົດບາດເປັນສະມາຊິກພັກ ຮ່ວມເດີນທາງພ້ອມກັບພໍ່ແມ່ນພີ່ນ້ອງ ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ.
ອ້າຍຄູ ຮ່າໂລຕ໊ວນ ພວມສອນນັກຮຽນ |
ໃນຊຸມວັນລະດູໜາວອຸນຫະພຸມຢູ່ບ້ານ ຂວຍເຮົ່າ ໄດ້ລົງລະດັບຕ່ຳທີ່ສຸດ ບາງມື້ກໍ່ລົງເຖິງສອງສາມອົງສາຊີ. ນັກຮຽນກໍ່ຕ້ອງພັກຮຽນ ດັ່ງນັ້ນອ້າຍ ຮ່າໂລຕ໊ວນ ໄດ້ສະຫຼະເວລາໄປເຖິງບັນດາຄອບຄົວໃນບ້ານ ເພື່ອຕັກເຕືອນໃຫ້ທຸກໆຄົນຈົ່ງຮັກສາສຸຂະພາບທຳຄວາມສະອາດຢູ່ຕາມຄອກຟາມ ເພື່ອຫຼີກລ້ຽງການເກີດໂລກລະບາດ. ສຳລັບຫຼາຍກວ່າ 90 ຄອບຄົວຊາວເຜົ່າມົ້ງຢູ່ ຂວຍເຮົ່າ, ອ້າຍຄູ ຮ່າໂລຕ໊ວນ ແຕ່ດົນນານມາແລ້ວ ໄດ້ກາຍເປັນຍາດພີ່ນ້ອງໃນຄອບຄົວ. ປີ 2016 ຂະນະທີ່ຫາກໍ່ຍ້າຍຈາກເມືອງ ບ໋າວເລິມ ແຂວງ ກາວບັ່ງ ມາເຮັດວຽກຢູ່ໂຮງຮຽນປະຖົມ ມາຍລອງ, ອ້າຍຄູ ຕ໊ວນ ໄດ້ຮັບໜ້າທີ່ຢູ່ໂຮງຮຽນ ຂວຍເຮົ່າ ຫາງຈາກໃຈກາງຕາແສງເກືອບ 10 ກິໂລແມັດ. ຄາວນັ້ນ ຂວຍເຮົ່າ ຍັງບໍ່ທັນມີເສັ້ນທາງໃຫ້ລົດໂອໂຕແລ່ນຮອດໃຈກາງ, ຍັງບໍ່ທັນມີຕາຂ່າຍໄຟຟ້າ ແລະ ຊາວບ້ານສ່ວນຫຼາຍກໍ່ບໍ່ຮູ້ໜັງສື. ໜ່ວຍພັກບ້ານ ຂວຍເຮົ່າ ມີພຽງສະມາຊິກພັກພຽງຄົນດຽວ ນັ້ນແມ່ນຊາວທ້ອງຖິ່ນ. ປີ 2017 ອ້າຍຄູ ຕ໊ວນ ໄດ້ຮັບຄວາມໄວ້ວາງໃຈຮັບເລືອກຕັ້ງເປັນເລຂາໜ່ວຍພັກ. ຫວນຄືນຊຸມວັນທຳອິດໃນການສ້າງໜ່ວຍພັກ ແລະ ຂະຫຍາຍສະມາຊິກພັກຢູ່ບໍລິເວນ, ອ້າຍຄູ ຕ໊ວນ ແບ່ງປັນວ່າ:
“ໃນເບື້ອງຕົ້ນເຮົາຕ້ອງພະຍາຍາມຕົວເຂົ້າກັບການດຳລົງຊີວິດຢູ່ທີ່ນີ້. ມາເຮັດວຽກຢູ່ບ້ານໃນປີທຳອິດ ແລະ ປີທີສອງ, ຂ້າພະເຈົ້າໄດ້ເຂົ້າຮ່ວມວຽກງານທຸກຢ່າງຂອງບ້ານ ທັງເວົ້າທັງຕ້ອງກະທຳ. ໂດຍສະເພາະໃນການເຄື່ອນໄຫວມະຫາສາມັກຄີທົ່ວປວງຊົນ, ເຮົາຕ້ອງຂຶ້ນແຜນການ ແລ້ວກໍ່ພ້ອມກັນເຮັດກັບທຸກໆຄົນ“
ດ້ວຍຄວາມສຸດຈິດສຸດໃຈ ແລະ ມານະພະຍາຍາມ, ທ່ານ ຮ່າໂລຕ໊ວນ ໄດ້ສ້າງໜ່ວຍພັກ ຂວຍເຮົ່າ ລວມມີສະມາຊິກພັກ 8 ຄົນ. ບໍ່ພຽງແຕ່ປະຕິບັດບົດບາດເປັນອ້າຍຄູປະຈຳບ້ານເປັນຢ່າງດີເທົ່ານັ້ນ, ອ້າຍຄູ ຕ໊ວນ ຍາມໃດກໍ່ມີຄວາມເປັນຫ່ວງ ເຮັດແນວໃດ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນຫຼຸດຜ່ອນຄວາມຫຍຸ້ງຍາກ. ອ້າຍຄູ ຕ໊ວນ ພ້ອມກັບບັນດາສະມາຊິກພັກໃນບ້ານ ໄດ້ກ້າຫານພ້ອມກັບປະຊາຊົນປູກທົດລອງຕົ້ນໄມ້ໄຜ່ເພື່ອໃຊ້ເປັນເຂດວັດຖຸດິບໃຫ້ແກ່ບັນດາໂຮງງານປຸງແຕ່ງໃນເມືອງ. ມາຮອດປັດຈຸບັນມີບາງຄອບຄົວ ກໍ່ມີລາຍຮັບດີຈາກການຂາຍຕົ້ນໄມ້ໄຜ່ໃຫ້ແກ່ພວກພໍ່ຄ້າຊາວຂາຍ.ນອກຈາກນັ້ນມີຫຼາຍຄອບຄົວກໍ່ໄດ້ກ້າຫານປຸກຂີ້ໝິ້ນແລະລ້ຽງຄວາຍຈາກນັ້ນກໍ່ມີລາຍຮັບດີ. ທ່ານຮ່າໂລຕ໊ວນໃຫ້ຮູ້ວ່າ:
“ ຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ພ້ອມກັບພໍ່ແມ່ພີ່ນ້ອງຫັນປ່ຽນໂຄງປະກອບແນວປູກ. ຂ້າພະເຈົ້າໄດ້ຕິດຕໍ່ພົວພັນກັບຂັ້ນຕ່າງໆ ເພື່ອຊອກຮູ້ກ່ຽວກັບດິນຟ້າອາກາດສະພາບທີ່ດິນຢູ່ທີ່ນີ້ກໍ່ແທດເໝາະກັບແນວປູກປະເພດໃດ ແລ້ວກໍ່ຈະໂຄສະນາແນະນນຳຕາມທິດນັ້ນ.ພິເສດອາກາດໜາວຢູ່ທີ່ນີ້ກໍ່ສາມາດແທດເໝາະກັບການປູກຕົ້ນຢາສະໜູນໄພ ເຮັດໄດ້ເຊັ່ນນັ້ນເສດຖະກິດຈຶ່ງສາມາດປ່ຽນແປງໄດ້ ”
ອ້າຍຄູ ຕ໊ວນ ຍັງຊ່ວຍພໍ່ແມ່ພີ່ນ້ອງປ່ຽນແປງຄວາມສິນເຄີຍໃນການດຳເນີນຊີວິດ, ປະເພນີຜະລິດເທື່ອລະກ້າວ. ພົ້ນເດັ່ນຂຶ້ນແມ່ນການຂົນຂວາຍປະຊາຊົນ ຈຳກັດການນຳໃຊ້ຢາຂ້າຫຍ້າໃນການຜະລິດ; ແນະນນຳໃຫ້ພໍ່ແມ່ພີ່ນ້ອງວິທີຮັກສາອະນາໄມໃຫ້ດີ. ພິເສດໃນບ້ານກໍ່ໄດ້ມີ 12 ຄອບຄົວ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ມີເຮືອນໃຫຍ່ຫຼາຍຫຼັງໄດ້ຮັບການປຸກສ້າງ ແລະ ຄອບຄົວສວນຫຼາຍກໍ່ໄດ້ຊື້ລົດຈັກເປັນຍານພາຫະນະໄປມາ. ໃນບ້ານກໍ່ມີນັກຮຽນຫຼາຍຄົນເຂົ້າຮຽນມັດທະຍົມຕອນປາຍໃນເມືອງແລ້ວກໍ່ຮຽນວິຊາຊີບ. ທ່ານ ຫງວຽນວັນເງິນ ເລຂາຄະນະພັກຕາແສງມາຍລອງ ເມືອງ ງວຽນບິ່ງ ຢືນຢັນວ່າ:
“ ອ້າຍຄູ ຕ໊ວນ ຍາມໃດກໍ່ໄດ້ຮັບຄວາມເຊື່ອໝັ້ນຈາກຄະນະພັກ. ອ້ານຄູ ຕ໊ວນ ຍາມໃດກໍ່ເປັນແບບຢ່າງປະຕິບັດໜ້າທີ່ວິຊາສະເພາະກໍ່ຄືໜ້າທີ່ຂອງຄະນະພັກມອບໝາຍໃຫ້ເປັນຢ່າງດີ. ອ້າຍຄູກໍ່ສຸດຈິດສຸດໃຈຕໍ່ວຽກງານ ລາວໄດ້ລົງຢື້ຍາມຖາມຂ່າວລະດົມກຳລັງໃຈຢູ່ແຕ່ລະຄອບຄົວເປັນແມ່ນການຂົນຂວາຍລູກນ້ອງໄປໂຮງຮຽນ ”
ດ້ວຍຄວາມມານະພະຍາຍາມຂອງຕົນ, ໃນຫຼາຍປີຢ່າງລຽນຕິດ ອ້າຍຄູ ຕ໊ວນ ໄດ້ຮັບໃບຍ້ອງຍໍຈາກຂະແໜງສຶກສາກໍ່ຄືຂອງຄະນະພັກທ້ອງຖິ່ນ. ອ້າຍຄູ ຕ໊ວນ ຍັງໄດ້ຮັບເລືອກເປັນຜູ້ຕາງໜ້າໃຫ້ແກ່ຕາແສງເຂົ້າຮ່ວມການເສັງເລຂາໜ່ວຍພັກເກັ່ງຂັ້ນເມືອງ. ແຕ່ເໜືອກວ່າສິ່ງໃດໝົດ, ອ້າຍຄູຕ໊ວນ ຍັງຄິດວ່າ ການເຕີບໃຫ່ຍຂອງນັກຮຽນ ແລະ ການພັດທະນາໝູ່ບ້ານພ້ອມກັບຄວາມເຊື່ອໝັ້ນຮັກແພງຂອງຊາວບ້ານຈຶ່ງແມ່ນລາງວັນທີ່ມີຄວາມໝາຍກວ່າໝູ່