ການພົວພັນ ລັດເຊຍ-ຈີນ : ການພົວພັນ 2 ຝ່າຍແບບຕ່າງຝ່າຍຕ່າງມີຜົນປະໂຫຍດ

ການ​ພົບ​ປະ 2 ຝ່າຍ​ລັດ​ເຊຍ-ຈີນ ຢູ່ນອກກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຝິກ APEC 2014 ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ປັກ​ກິງ​ປະ​ເທດ​ຈີນ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາ​ກ​ຫາງ​ສຽງ​ສາ​ກົນ. ເພາະ​ວ່ານີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ 10 ລະ​ຫວ່າງ​ປະ​ມຸກ​ລັດຂອງ 2 ປະ​ເທດນີ້​ໃນ​ຮອບ​ເວ​ລາ​ພຽງ 2 ປີ. ບັ​ນ​ດາ​ເອ​ກະ​ສານ, ສັນ​ຍາ​ຮ່ວມ​ມື, ໃນ​ນັ້ນ​, ມີບັນ​ດາ​ຂົງ​ເຂດ​ຖືກ​ຖື​ວ່າ ແມ່ນ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່່າງ​ລັດ​ເຊຍ-ຈີນ ໄດ້​ຮັບ​ການ​ລົງ​ນາມ, ຊຶ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ 2 ຝ່າຍ​ພວມ​ຕັດ​ສິນ​​ໃຈ​ສ້າງການ​ພົວ​ພັນ​ພິ​ເສດ, ຊຶ່ງ​ເປັນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ເອີ​ລົບ ແລະ ອາ​ຊີ.

ການພົວພັນ ລັດເຊຍ-ຈີນ : ການພົວພັນ 2 ຝ່າຍແບບຕ່າງຝ່າຍຕ່າງມີຜົນປະໂຫຍດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍປູ​ຕິນ ແລະ ປະ​ທານ​ປະ​ເທດ​ຈີນ ສີ​ຈີນ​ຜິງ
(ພາບ: Sputnik)


    ພາຍຫຼັງ​ໄດ້​ພົບ​ປະ​ກັນ​ຢ່າງ​ສະ​ໜິດ​ສະ​ໜົມ, ການ​ນຳ 2 ທ່ານ​ຂອງ​ລັດ​ເຊຍ ແລະ ຈີນໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື 17 ສະ​ບັບ. ໃນ​ນັ້ນ​ມີ​ໂຄງ​ການກໍ່​ສ້າງ​ລະ​ບົບ​ທໍ່​ສົ່ງ​ອາຍ​ແກັ​ສ​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​​ລັດ​ເຊຍ​ໄປ​ຍັງຈີນ, ຕາມ​ສັນ​ຍາ​ທີ່​ບັນ​ລຸ​ໄດ້​ເມື່ອ​ເດືອນ 5 ໂດຍ​ສະ​ໜອງ​ອາຍ​ແກັ​ສ 38 ຕື້ m­­3 ໃນ​ແຕ່​ລະ​ປີ. ດ້ວຍ​ລະ​ບົບ​ທໍ່​ສົ່ງ​ອາຍ​ແກັ​ສ​ນີ້, ຖ້າ​ຫາກກໍ່​ສ້າງ​ສ​ຳ​ເລັດ, ຄາດ​ວ່າ​ ຈີນ​ຈະ​ກາຍເປັນປະ​ເທດ​ຈຳ​ໜ່າຍ​ອາຍ​ແກັ​ສ​ຂອງລັດ​ເຊຍຫຼາຍ​ກ່ວ​າ​ໝູ່​ໃນ​ໂລກ, ລືນ​ກາຍ​ທັງ​ເອີ​ລົບ.

   2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໂຄງ​ການ​ລົງ​ທຶນ​ດ້ານ​ພະ​ລັງ​ງານ​ປະ​ສົມ​ຢູ່​ເຂດ Arkhangelsk ແລະ​ພ້ອມ​ກັນ​ອຸ​ປະ​ຖຳ, ກໍ່​ສ້າງ ແລະ ນຳ​ໂຮງ​ງານ​ໄຟ​ຟ້າ​ນ້ຳ​ຕົກ​ແຫ່ງ​ໜຶ່ງ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ລັດ​ເຊຍ. ພ້ອມ​ກັນ​ນັ້ນ, ຍັງ​ມີ​ສັນ​ຍາ​ອື່ນໆ​ອີກຫຼາຍ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ການ​ເງິນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ການ​ບິນ​ອາ​ວະ​ກາດ…

    ການ​ພົວ​ພັນ​ທີ​່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ກັນ.

  ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ລວມ​ກ່ຽວ​ກັບ​ດ້ານ​ພູ​ມິ​ປະ​ເທດ ແລະ ການ​ເມືອງ, ພ້ອມ​ກັບ​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ອາ​ເມ​ລິ​ກາ ໄດ້​ເຮັດ​ໃຫ້​ລັດ​ເຊຍ ແລະ ຈີນ​ຈຳ​ເປັນ​ຫຍ​ັບ​ມໍ່​ເຂົ້າ​ກັນ. ວິ​ກິດ​ການ​ຢູ​ແກຼນ​ໄດ້​ຍູ້​ລັດ​ເຊຍ, ອາ​ເມ​ລິ​ກາ​ຕົກ​ເຂົ້າ​ສູ່​ສະ​ພາບ​ສົງ​ຄາມ​ເຢັນ​ຄັ້ງ​ໃໝ່ ແລະ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ສູ້​ຢັນ​ກັນ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ເວ​ລາ​ສະ​ຫະ​ພາບ​ໂຊ​ຫວຽດ​ຖືກ​ພັງ​ທະ​ລາຍ​ເມື່ອ​ປີ 1991. ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ສູ້​ຢັນ​ກັນ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ​ເມື່ອ​ກ່ອນນີ້, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ 3 ທີ່​ສຳ​ຄັນ ແລະ ​ການ​ທີ່​ຈີນ​ໄດ້​ເລືອກ​ເອົາ​ເລື່ອງ​ຢືນ​ຢູ່​ກັບ​ຝ່າຍ​ໃດນັ້ນ ກໍ​ແມ່ນ​ສິ່ງ​ທີ່​ທັ​ງ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ​ມີ​ຄວາ​ມ​ສົນ​ໃຈ​ທີ່​ສຸດ.

    ການ​ພົວ​ພັນ​ແບບ​ຄູ່​ແຂ່ງ-ຄູ່​ຮ່ວມ​ມື, ການ​ພົວ​ພັນ​ຮ່ວມ​ມື - ຈຳ​ກັດ​ຊຶ່ງ​ກັນ ແລະ ກັນ​ລະ​ຫວ່າງ ຈີນ ແລະ ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ລັດ​ເຊຍ​ຫຍັບ​ມໍ່​ເຂົ້າ​ກັບ​ຈີນ​ຄື​ເປັນ​ສິ່ງ​ຊ່ວຍ​ແກ້​ໄຂ​ທ່າ​ຕົກ​ຢູ່​ໂດດ​ດຽວ​ໃນ​ປະ​ຈຸ​ບັນ. ໃນ​ສະ​ພາ​ວະ​ທີ່​ພວມ​ຖືກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ, ລັດ​ເຊຍ​ຄວນ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ດ້ວຍບ​ັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລະ ຈີນ​ກໍ​ແມ່ນ​ປະ​ເທດ​ທີ່​ສົມ​ຫວັງ.

    ແຕ່​ກໍ​ບໍ່​ໝາຍ​ຄວາມ​ວ່າ ພຽງ​ແຕ່​ມົດ​ສະ​ກູ​ຕ້ອງ​ການ​ເທົ່າ​ນັ້ນ, ຫາກ​ປັກ​ກິງ​ກໍ​ຕ້ອງ​ການ​ມີ​ລັດ​ເຊຍ​ໃນຫຼາຍ​ບັນ​ຫາ. ໃນ​ຊຸມ​ປີມໍ່ໆ​ມານີ້, ຈີນ​ຂາດ​ແຄນ​ດ​ດ້ານ​ພະ​ລັງ​ງານ​ເພື່ອ​ຮັບ​ໃຊ້​ວິ​ວັດ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ການ​ຂັດ​ແຍ້ງ​ກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນ ກໍ​ໄດ້​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ຕົກ​ເຂົາ​ສູ່​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ. ໃນ​ຄວາມ​ມັ​ກ​ໃຫຍ່​ໃຝ່​ສູງ​ກ່ຽວ​ກັບ​ປະ​ເທດ​ແຜ່ນ​ດິນ​ໃຫຍ່​ຂອງ​ຕົນ​ນັ້ນ, ເບິ່ງ​ຄື​ວ່າ ຈີນ​ພວມ​ກ້າວ​ເດີນ​ແບບ​ດຽວ ແລະ ໄປ​ຝືນ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ. ທັງ​ໝົ້ດ​ເຫຼົ່າ​ນັ້ນ ກໍ​ແມ່ນ​ກຳ​ລັງ​ກັນ​ເພື່ອ​ໃຫ້​ຈີນ​ພະ​ຍາ​ຍາມ​ສ້າງ​ສ​ຳ​ພັນ​ທະ​ມິດ​ກັບ​ລັ​ດ​ເຊຍ, ຮ​່ວມ​ມື 2 ຝ່າຍ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

  ສ້າງການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ເອີ​ລົບ ແລະ ອາ​ຊີ

   ໃນ​ຕົວ​ຈິ​ງ, ບັນ​ດາ​ສັນ​ຍາ​ທີ່​ໄດ້​ລົງ​ນາມ​ທີ່​ການ​ພົບ​ປະ​ຢູ່ນອກ​ເວ​ທີ​ປາ​ໄສ​ຂັ້ນ​ສູງ APEC ໃນ​ເວ​ລາ​ທີ່​ຜ່ານ​ມາ ແມ່ນ​ໄຊ​ຊະ​ນະ​ຂອງ​ທັງ 2 ຝ່າຍ, ຊຶ່ງບໍ່​ພຽງ​ແຕ່ມີ​ຄວາມ​ໝາຍ​ດ້ານ​ເສດ​ຖະ​ກິດ​ເທົ່ານັ້ນ, ຫາກ​ຍັງມີ​ຄວາມ​ໝາຍ​ດ້ານການ​ເມືອງ​ອີກ​ດ້ວຍ. ສຳ​ລັບ​ລັດ​ເຊຍ​ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ Putin ໄດ້​ສົ່ງ​ສານ​ກ່າວ​ເຕືອ​ນ​ວ່າ : ບັນ​ດາ​ຄວາມ​ພະ​ຍາ​ຍາມ​ເຮັດ​ໃຫ້​ລັດ​ເຊຍ​ຕົກ​ຢູ່​ໂດດ​ດຽວ​ແມ່ນ​ສິ່ງ​ທີ່​ຜິດ​ພາດ. ລັດ​ເຊຍ​ໄດ້​ເລ​ືອກ​ເອົາ​ເສັ້ນ​ທາງບໍ່​ອາ​ໄສ​ຝ່າຍ​ຕາ​ເວັນ​ຕົກ ເພື່ອ​ຟື້ນ​ຟູ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ. ສຳ​ລັບ​ປະ​ເທດ​ຈີນ​ແລ້ວ, ໝາກ​ຜົນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ, ຈີນ​ຕ້ອງ​ການ​ພະ​ລັງ​ງານ​ທຳ​ມະ​ຊາດ ເພື່ອຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ​ຂອງ​ອາຍ​ແກັ​ສ​ຍ້ອນ​ຖ່ານ​ຫີນກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມຢູ່​ບັນ​ດາ​ຕົວ​ເມືອງ​ໃຫຍ່.

  ໂດຍ​ເລີ່ມ​ມາ​ຈາກ​ການ​ພົວ​ພັນ 2 ຝ່າຍ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດນັ້ນ, ເພາະ​ສະ​ນັ້ນ, ໃນ​ຂອບ​ເຂດ​ການ​ພົບ​ປະ 2 ຝ່າຍ​ຄັ້ງ​ນີ້, ປະ​ທາ​ນາ​ທິ​ບໍ​ດີລັດ​ເຊຍປູ​ຕິນ ແລະ ປະ​ທານ​ປະ​ເທດ​ຈີນ ສີ​ຈີນ​ຜິງ ໄດ້​ສະ​ຫງວນ​ຄຳ​ເວົ້າ​ທີ່​ສະ​ໜິດ​ສະ​ໜົມ​ໃຫ້​ແກ່​ກັນ. ເຖິງວ່າ​ສະ​ຖາ​ນະ​ການ​ໂລກ​ໃີ​ການ​ປ່ຽນ​ແປງ​ຄື​ແນວ​ໃດ​ກໍ​ຕາມ, 2 ປະ​ເທດ​ຍັງຄົງ​ສືບ​ຕໍ່​ກ້າວ​ເດີນ​ບົນ​ເສັ້ນ​ທາງ​ທີ່​ຕົນ​ໄດ້​ເລືອກ​ເຟັ້ນ ນັ້ນ​ແມ່ນ​ເປີດ​ກ້​ວາງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດ​ຫຼາຍ​ຢ່າງ. ທັງ​ ​ລັດ​ເຊຍ ແລະ ຈີນຕ່າງ​ກໍ​ຫວັງ​ຢາກຢັ້ງ​ຢືນ​ບົດ​ບາດ​ແຫ່ງ​ສິດ​ອຳ​ນາດ​ຂອງ​ຕົນ​ໃນ​ພາກ​ພື້ນ, ເພາະ​ສະ​ນັ້ນ , 2 ແນວ​ຄິດ​ໃຫ​ຍ່ ຈຳ​ເປັນ​ຕ້ອງ​ຮ່ວມສຳ​ພັນນຳ​ກັນ​ເພື່ອ​ກ້າວ​ເດີນ​ບົນ​ເສັ້ນ​ທາງ​ດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ