ຂອບຂະໜາດໃໝ່ຂອງການພົວພັນຫວຽດນາມ - ອົດສະຕາລີ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດຢ່າງຈົບງາມການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ ໃນວັນທີ 18 ມີນາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull. 

ຂອບຂະໜາດໃໝ່ຂອງການພົວພັນຫວຽດນາມ - ອົດສະຕາລີ - ảnh 1 2 ປະເທດໄດ້ຍົກການພົວພັນກາຍເປັນສູ່ຄູ່ຮ່ວມມືຍຸດທະສາດ

(ພາບ: TTXVN)

ການຢ້ຽມຢາມເຕັມໄປດ້ວຍຂີດໝາຍເມື່ອ 2 ປະເທດໄດ້ຍົກການພົວພັນກາຍເປັນສູ່ຄູ່ຮ່ວມມືຍຸດທະສາດ ແລະ ບັນດາຂໍ້ຕົກລົງຮ່ວມມືກໍ່ໄດ້ຮັບການລົງມາມ, ສ້າງທ່ວງທ່າໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໄດ້ຮັບການເປີດກວ້າງ ແລະ ເລິກເຊິ່ງກວ່າໃນຫຼາຍໆຂົງເຂດ.

        ພຽງໃນເວລາ 4 ວັນຂອງການຢ້ຽມຢາມ ແລະ ເຮັດວຽກ, ດ້ວຍການເຄື່ອນໄຫວຫຼາຍຮູບແບບ 43 ຄັ້ງ ເຊິ່ງດຳເນີນຢູ່ 2 ນະຄອນແມ່ນ Caberra ແລະ Sydney, ການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສ້າງ 3 ຂີດໝາຍທີ່ເຂັ້ມຂົ້ນນັ້ນແມ່ນ: ການພົວພັນລະຫວ່າງ 2 ປະເທດໄດ້ຍົກຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ສະເຫຼືມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ເອກະສານ, ຂໍ້ຕົກລົງຮ່ວມມືເກືອບ 30 ສະບັບໄດ້ຮັບການລົງນາມ.

ບັນດາຂີດໝາຍພິເສດໃນການຢ້ຽມຢາມ

        ທີ່ນະຄອນຫຼວງ Caberra, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບການຕ້ອນຮັບຢ່າງສົມກຽດ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull; ພົບປະເຈລະຈາກັບຜູ້ມີອຳນາດເຕັມແຫ່ງອົດສະຕາລີ, ປະທານສະພາສູງ, ສະພາຕ່ຳອົດສະຕາລີ, ປະທານສະມາຄົມມິດຕະພາບອົດສະຕາລີ - ຫວຽດນາມ… ໃນບັນດາການພົບປະ, ການນຳອົດສະຕາລີ ລ້ວນແຕ່ຢືນຢັນວ່າ ອົດສະຕາລີ ຖືການພົວພັນກັບຫວຽດນາມ ເປັນສຳຄັນ, ໂດຍສະເພາະແມ່ນສ້າງເງື່ອນໄຂສະດວກສູງສຸດໃຫ້ແກ່ການພົວພັນທາງດ້ານເສດຖະກິດພັດທະນາເລິກເຊິ່ງ, ກວ້າງຂວາງ, ຮອບດ້ານ, ເພີ່ມທະວີຜົນປະໂຫຍດທາງດ້ານເສດຖະກິດ ໃນການຮ່ວມມື 2 ຝ່າຍ ບົນພື້ນຖານເສີມຂະຫຍາຍລັກສະນະເພີ່ມເຕີມໃຫ້ແກ່ກັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງພື້ນຖານເສດຖະກິດ 2 ປະເທດ.

        ທີ່ນະຄອນ Sydney, ເມືອງເອກຂອງລັດ New South Wales ແລະ ແມ່ນສູນກາງດ້ານການເງິນ, ການຄ້າໃຫຍ່ກວ່າໝູ່ຂອງອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຜູ້ວ່າການລັດ, ກໍ່ຄືໄດ້ມີບັນດາການເຄື່ອນໄຫວກ່ຽວກັບການສົ່ງເສີມການລົງທຶນ, ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ອົດສະຕາລີ. ກ່າວຄຳເຫັນຕໍ່ນັກທຸລະກິດ, ນັກລົງທຶນ 2 ປະເທດ 400 ກວ່າຄົນ ເຊິ່ງແມ່ນຈຳນວນວິສາຫະກິດເຂົ້າຮ່ວມລື່ນກາຍຄາດຄະເນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ເລື່ອງຫວຽດນາມ ແລະ ອົດສະຕາລີ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ໄດ້ເປີດສັງກາດແຫ່ງການຮ່ວມມືໃໝ່.

        “ນາຍົກລັດຖະມົນຕີ 2 ທ່ານໄດ້ຖະແຫຼງວ່າ ອົດສະຕາລີ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ. ແລະ ສິ່ງສຳຄັນທີ່ສຸດແມ່ນສັນຍາ CPTPP ລວມມີ 11 ປະເທດ, ໃນນັ້ນມີອົດສະຕາລີ ແລະ ຫວຽດນາມ ທີ່ຫາກໍ່ໄດ້ຮັບການລົງນາມໄດ້ເປີດສັງກາດແຫ່ງການຮ່ວມມືໃໝ່ໃນຫຼາຍຂົງເຂດຮ່ວມມືທີ່ມີຜົນປະໂຫຍດລະຫວ່າງ 2 ປະເທດ. ນັ້ນແມ່ນເງື່ອນໄຂສຳຄັນຍິ່ງເພື່ອໃຫ້ 2 ປະເທດຊຸກຍູ້ການລົງທຶນໃນໄລຍະຈະມາເຖິງ”.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຢູ່ຫວຽດນາມ ສະພາບແວດລ້ອມແຫ່ງການລົງທຶນພວມໄດ້ຮັບການປັບປຸງຢ່າງວ່ອງໄວ. ບັນດາການປະຕິຮູບເຊິ່ງຫວຽດນາມ ໄດ້ ແລະ ພວມດຳເນີນ ກຳລັງນຳມາເຊິ່ງບັນດາກາລະໂອກາດເຊິ່ງບັນດານັກລົງທຶນອົດສະຕາລີ ຄວນກຳໄວ້. ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫຼາຍວິສາຫະກິດທີ່ນອນໃນ Top 500 ຫຼາຍແຫ່ງຂອງອົດສະຕາລີ ຍັງບໍ່ທັນມາຫວຽດນາມ. ແລະ ຄວາມຈິງດັ່ງກ່າວແມ່ນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມມຸ່ງຫວັງພັດທະນາຢູ່ຕະຫຼາດຫວຽດນາມ ທີ່ເຕັມໄປດ້ວຍແງ່ຫວັງ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ເວທີປາໄສຄັ້ງນີ້ໄດ້ມີເອກະສານ 18 ສະບັບທີ່ໄດ້ຮັບການລົງນາມ ແລະ ມີຄວາມປິຕິຊົມຊື່ນກວ່າອີກແມ່ນເລື່ອງ ບໍລິສັດການບິນ VietJet ເປີດສາຍການບິນໂດຍກົງເຖິງອົດສະຕາລີ. ສະນັ້ນ, ພວກເຮົາໄດ້ມີບໍລິສັດການບິນ Vietnam Airlines, Jestar Pacific, VietJet ລ້ວນແຕ່ມີສາຍການບິນໂດຍກົງເຖິງອົດສະຕາລີ, ເຊິ່ງໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງເສີມດ້ານການຄ້າ, ໃຫ້ບັນດານັກລົງທຶນຂອງ 2 ປະເທດພວກເຮົາ. ຂໍຊົມເຊີຍບັນດາພວກເພື່ອນ”.

        ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ທ່ານ Peter Cosgrove ໄດ້ເປັນປະທານຮ່ວມໃນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອົດສະຕາລີ. ຢູ່ທີ່ນີ້, ຜູ້ມີອຳນາດເຕັມອົດສະຕາລີ ທ່ານ Peter Cosgrove ຢືນຢັນວ່າ: “ອົດສະຕາລີ ເອກອ້າງຖະນົງໃຈທີ່ໄດ້ມີເພື່ອນທີ່ດີແມ່ນຫວຽດນາມ”, ສະແດງໃຫ້ເຫັນການຖືເປັນສຳຄັນພິເສດຂອງອົດສະຕາລີ ສະຫງວນໃຫ້ແກ່ຫວຽດນາມ.

2 ບຸລິມະສິດໃຫຍ່ໃນການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອົດສະຕາລີ

        ໃນຂອບເຂດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນໃນພາກພື້ນ”. ນີ້ແມ່ນເວທີປາໄສສຳຄັນເພື່ອໃຫ້ບັນດາການນຳອາຊຽນ - ອົດສະຕາລີ ແລກປ່ຽນກ່ຽວກັບການກຳນົດທິດເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ຝ່າຍ ເຊິ່ງໄດ້ຮັບການສ້າງຕັ້ງເມື່ອປີ 2014, ພ້ອມທັງສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງອົດສະຕາລີ ສຳລັບພາກພື້ນ ກໍ່ຄືໃນການພົວພັນກັບອາຊຽນ.

        ໃນບົດກ່າວປ່າໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກບັນດາການກຳນົດທິດທີ່ສຳຄັນໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອົດສະຕາລີ, ດ້ວຍບຸລິມະສິດໃຫຍ່ 2 ຢ່າງແມ່ນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ. ເຊິ່ງແມ່ນ 1 ໃນຈຳນວນການນຳອາຊຽນ 4 ທ່ານ ທີ່ໄດ້ຮັບການເຊື້ອເຊີນຂຶ້ນກ່າວປາໄສຕົ້ນຕໍທີ່ກອງປະຊຸມວົງແຄບກ່ຽວກັບຫົວຂໍ້ຮ່ວມມືທາງທະເລຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ສະເໜີສ້າງຕັ້ງບັນດາບໍລິເວນທະເລ, ໃນນັ້ນມີທະເລຕາເວັນອອກ ໃຫ້ກາຍເປັນເຂດສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ, ຖືການເຄົາລົບກົດໝາຍເປັນພື້ນຖານເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ທີ່ກອງປະຊຸມເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກທັງອົດສະຕາລີ ແລະ ອາຊຽນ.

        ອາດເວົ້າໄດ້ວ່າ, ການຢ້ຽມຢາມອົດສະຕາລີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະກອບສ່ວນສ້າງສັງກາດໃໝ່ໃນການພົວພັນຮ່ວມມືຫວຽດນາມ - ອົດສະຕາລີ, ຢືນຢັນການຖືເປັນສຳຄັນຂອງຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອົດສະຕາລີ, ພ້ອມທັງປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ, ເພີ່ມທະວີການຮ່ວມມື, ເຊື່ອມຕໍ່ລະຫວ່າງອາຊຽນ ແລະ ອົດສະຕາລີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ