ຄວາມປະທັບໃຈຕໍ່ສື່ມວນຊົນຫວຽດນາມໃນປີ 2017

(VOVWORLD) - ທ່ານ ເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຢັ້ງຢືນໃນບົດຂຽນທີ່ລົງພິມໃນຫນັງສືພິມເຍີນເຢີນ (ປະຊາຊົນ)ຫວ່າງແລ້ວນີ້ວ່າ: ໃນບັນດາຂີດໝາຍອັນເລິກເຊິ່ງໃນວິວັດການພັດທະນາຂອງປະເທດຊາດປີ 2017 ແມ່ນມີການປະກອບສ່ວນສຳຄັນຂອງສື່ມວນຊົນຫວຽດນາມ. ວິທະຍຸກຈາຍສຽງຫວຽດນາມຄັດສະເຫນີບົດຂຽນຂອງທ່ານ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມເຈືອງມີງຕວນ ດ້ວຍຫົວຂໍ້ວ່າ: “ຄວາມປະທັບໃຈຕໍ່ສື່ມວນຊົນຫວຽດນາມໃນປີ 2017”.
ຄວາມປະທັບໃຈຕໍ່ສື່ມວນຊົນຫວຽດນາມໃນປີ 2017 - ảnh 1 ທ່ານ ເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ

ລະດັບຈະເລີນເຕີບໂຕ GDP ຂອງຫວຽດນາມ ປີ 2017 ບັນລຸ 6,81%, ລື່ນກາຍຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ ແລະ ລື່ນກາຍການຄາດຄະເນຂອງບັນດາອົງການຈັດຕັ້ງສາກົນ. ພ້ອມກັນນັ້ນ ພື້ນຖານເສດຖະກິດຫວຽດນາມ ມີບາດກ້າວເຕີບໂຕຢ່າງກະໂດດຂັ້ນ, ຈຳນວນວິສາຫະກິດຈົດທະບຽນໃຫມ່ກໍຄືຈຳນວນທຶນຈົດທະບຽນສ້າງຕັ້ງວິສາຫະກິດລ້ວນແຕ່ບັນລຸລະດັບສະຖິຕິ. ພ້ອມກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ເພື່ອພັດທະນາເສດຖະກິດ, ພັກ, ລັດ ແລະ ທົ່ວປວງຊົນຫວຽດນາມ ພ້ອມທັງມານະພະຍາຍາມພັດທະນາສັງຄົມ, ພິເສດແມ່ນບັນຫາຮັບປະກັນຊີວິດສັງຄົມ.

ສື່ມວນຊົນຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

ຕາມທ່ານເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ບັນດາປະສິດທິຜົນລະອຽດ, ແທດຈິງ ໃນການພັດທະນາເສດຖະກິດສັງຄົມ ໂດຍສື່ມວນຊົນສ່ອງແສງແມ່ນມີຊີວິດຊີວາ, ແມ່ນແຫລ່ງຂໍູ້ມນຂ່າວຕົ້ນຕໍທາງສື່ມວນຊົນໃນປີ 2017. ໃນສື່ສິ່ງພິມ ແລະ ສື່ເອເລັກໂຕນິກ,ໃນຄື້ນກະຈາຍສຽງ ແລະ ໂທລະພາບ, ບັນດາຜົນງານ, ບັນດາປັດໄຈໃຫມ່, ແບບຢ່າງດີເດັ່ນ, ຈິດໃຈ  Starup ໄດ້ຮັບການສ່ອງແສງຢ່າງປະທັບໃຈ, ຈະແຈ້ງ, ຫລາຍຮູບແບບ, ດູດດື່ມ. ເລື່ອງສື່ມວນຊົນ ສ່ອງແສງໄພອາດຍາສິດ, ຄວາມຊັກຊ້າໃນການຄຸ້ມຄອງ, ຄວາມຂາດຕົກບົກຜ່ອງຂອງບັນດານະໂຍບາຍ, ການກະທຳຜິດຂອງພວກສະແຫວງຫາຜົນປະໂຫຍດເປັນກຸຸ່ມ, ສະພາບແກ້ງແຍ້ງບໍ່ສະເຫມີພາບ…ກໍ່ເລີ່ມມາຈາກຈິດໃຈຄວາມຮັບຜິດຊອບ, ການປະຕິບັດ, ຕອບສະຫນອງການຊີ້ນຳນຳພາ ຂອງພັກ, ການບໍລິຫານຂອງລັດຖະບານໃນຄວາມມານະພະຍາຍາມລົບລ້າງບັນດາການກີດຂວາງເສັ້ນທາງແຫ່ງການພັດທະນາ. ສື່ມວນຊົນຍາມໃດກໍ່ຮ່ວມເດີນທາງກັບທັດສະນະ, ແນວທາງ, ທ່າທີເດັດດ່ຽວ, ເຈດຈຳນົງ, ຄວາມສາມັກຄີຂອງພັກ, ບໍ່ຍ້ອງຍໍຜົນງານຫລາຍເກີນໄປ, ບໍ່ຕຳຫນິຂໍ້ຂາດຕົກບົກຜ່ອງຫລາຍເກີນໄປ ຫາກສ່ອງແສງຄວາມຈິງຂອງສະພາບການເສດຖະກິດ ສັງຄົມ ແລະ ຊີວິດການເປັນຢູ່ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ.

        ສື່ມວນຊົນປະກອບສ່ວນໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ

        ທ່ານເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ

ໄດ້ຢືນຢັນ: ການຕໍ່ສູ້ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ລົບລ້າງການສະແຫວງຫາຜົນປະໂຫຍດເປັນກຸ່ມ ໄດ້ ແລະ ພວມແມ່ນຈຸດສຸມດ້ວຍຄວາມຕັດສິນໃຈສູງຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ, ໂດຍນຳຫນ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ຕາມທ່ານເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ສື່ມວນຊົນບໍ່ພຽງແຕ່ເຫັນດີເຫັນພ້ອມ ຫາກຍັງປະກອບສຽງເວົ້າຢ່າງຕັ້ງຫນ້າ, ຮ່ວມເດີນທາງພ້ອມກັບພັກ, ລັດຖະບານ ແລະ ບັນດາອົງການປົກປ້ອງກົດໝາຍໃນການຕໍ່ສູ້ບໍ່ຜ່ອນສັ້ນຜ່ອນຍາວນີ້. ມີພະນັກງານຂັ້ນສູງຫລາຍທ່ານຖືກນຳມາພິພາກສາ ເປັນການສະແດງໃຫ້ເຫັນຈິດໃຈ “ເຄົາລົບກົດໝາຍ”, ຖ້າຫາກລະເມີດກົດໝາຍ ໂດຍບໍ່ວ່າຜູ້ໃດ, ໃນຖານະຕຳແຫນ່ງໃດກໍ່ຖືກພິພາກສາຢ່າງເຂັ້ມງວດຈາກກົດໝາຍ, ພ້ອມທັງກໍ່ສະແດງໃຫ້ເຫັນວ່າ ບໍ່ມີ “ເຂດຫ້າມ”ສຳລັບສື່ມວນຊົນໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້. ຂໍ້ມູນຂ່າວກ່ຽວກັບ “ບາງລາຍຄະດີໃຫຍ່” ໂດຍສື່ມວນຊົນເຕື້ອງເຖິງ ໄດ້ປະກອບສ່ວນໂດຍກົງໃນການຢັ້ງຢືນພາລະບົດບາດ, ຫນ້າທີ່ຂອງລັດແຫ່ງອຳນາດກົດໝາຍ, ຢັ້ງຢືນລະບອບພວກເຮົາບໍ່ປະໃຫ້ເກີດການສໍ້ລາດບັງຫລວງ, ການຟຸມເຟືອຍ, ປະກົດການຫຍໍ້ທໍ້ ແລະ ບໍ່ອະນຸຍາດໃຫ້ບໍ່ວ່າຜູ້ໃດເມີນເສີຍຕໍ່ກົດໝາຍ. ຫາງສຽງສັງຄົມມີຄວາມໂກດເຄືອງຕໍ່ຊັບສິນຂອງລັດທີ່ຖືກສ່ວນບຸກຄົນຈຳນວນຫນຶ່ງເຮັດໃຫ້ຮົ່ວໄຫລ, ຊ້ຳບໍ່ໜຳຍັງຮູ້ສຶກເຈັບປວດເມື່ອເຫັນມີບຸກຄົນຈຳນວນຫນຶ່ງທີ່ເຄີຍເປັນພະນັກງານ, ສະມາຊິກພັກ ທີ່ມີຄວາມຮັບຜິດຊອບ ຕ້ອງຢືນຢູ້ຕໍ່ຫນ້າສານປະຊາຊົນ ແລະ ຮັບຄຳຕັດສິນຂອງສານ, ແຕ່ ເລື່ອງສື່ມວນຊົນຍົກໃຫ້ເຫັນການກະທຳຜິດແລະເມີນເສີຍກົດໝາຍຂອງບັນດາກຸ່ມຄົນສະແຫວງຫາຜົນປະໂຫຍດສ່ວນຕົວອອກມາ ເພື່ອແນໃສ່ສະກັດກັ້ນ, ຍູ້ປະກົດການຫຍໍ້ທໍ້ໃຫ້ຖອຍໄປ.. ໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບພັກ ແລະ ລະບອບ, ຊ່ວຍໃຫ້ສັງຄົມມີຄວາມເຂັ້ມແຂງກວ່າ. ນັ້ນກໍ່ແມ່ນແຫລ່ງຂໍ້ມູນຂ່າວສານຕົ້ນຕໍທາງສື່ມວນຊົນໃນການຕໍ່ສູ້ຢ່າງເດັດດ່ຽວ ແລະ ຂ້ຽວຂາດນີ້.

        ທ່ານເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ

ກໍ່ຖືວ່າ ຍ້ອນຄວາມມານະພະຍາຍາມບືນຕົວຂຶ້ນໃນການສື່ຂ່າວຂອງສື່ມວນຊົນ ໄດ້ມີຄຸນປະໂຫຍດດັດປັບ, ລົບລ້າງຂ່າວລື, ຂ່າວຮ້າຍທາງເຄືອຂ່າຍສັງຄົມ, ຍ້ອນມີການປະກອບສ່ວນເສີມຂະຫຍາຍບັນດາປັດໄຈຕັ້ງຫນ້າ ແລະ ມີປະສິດທິຜົນຂອງບັນດາຫນ້າເວັບໃນປີ 2017.

        ສຸດທ້າຍ ທ່ານເຈືອງມີງຕວນ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຢືນຢັນວ່າ ປີ 2017 ໄດ້ສະແດງໃຫ້ເຫັນວ່າ ເມື່ອໄດ້ຮັບຄວາມເຊື່ອໝັ້ນ, ຄວາມຮັກແພງຂອງປະຊາຊົນຕໍ່ກັບສື່ມວນຊົນ, ສື່ມວນຊົນເອງມີກຳລັງແຮງພຽງພໍເພື່ອປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາກຳລັງທີ່ເປັນປໍລະປັກ ແລະ ບັນດາຜູ້ມີກາລະໂອກາດດ້ານການເມືອງ. ເພາະສະນັ້ນ ພ້ອມກັບຄວາມມານະພະຍາຍາມແກ້ໄຂຂໍ້ຈຳກັດ, ຂາດຕົກບົກຜ່ອງ, ສື່ມວນຊົນໄດ້ ແລະ ພວມພິສູດໃຫ້ເຫັນພື້ນຖານສື່ມວນຊົນປະຕິວັດຫວຽດນາມ ແມ່ນພື້ນຖານສື່ມວນຊົນເພື່ອປະຊາຊົນ ແລະ ໂດຍປະຊຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ