ຄວາມຫຍຸ້ງຍາກໃນເວທີການເມືອງອີຕາລີ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ

(VOVWORLD) -ບໍ່ມີພັກໃດຍາດໄດ້ທີ່ນັ່ງຈຳເປັນໃນສະພາແຫ່ງຊາດ ແມ່ນໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດຂອງອີຕາລີ ດຳເນີນໃນວັນທີ 04 ມີນາ ຜ່ານມາ, ເຊິ່ງແມ່ນການເລືອກຕັ້ງສຳຄັນທີ່ສຸດຢູ່ເອີລົບ ໃນປີ 2018. ບໍ່ມີພັກຝ່າຍໃດ ໃນຈຳນວນ 3 ພັກການເມືອງຫຼັກແຫຼ່ງຢູ່ອີຕາລີ ຍາດໄດ້ບັດສະໜັບສະໜູນກາຍເຄິ່ງ ເພື່ອສ້າງຕັ້ງລັດຖະບານ. ໝາກຜົນດັ່ງກ່າວໄດ້ເຮັດໃຫ້ອະນາຄົດຂອງອີຕາລີ ຖືກຕົກຢູ່ໃນທ່າບໍ່ມີຄວາມໝັ້ນຄົງ ສົ່ງຜົນກະທົບເຖິງຄວາມສະຖຽນລະພາບຂອງສະຫະພາບເອີລົບ.

ຄວາມຫຍຸ້ງຍາກໃນເວທີການເມືອງອີຕາລີ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ - ảnh 1ບໍ່ມີພັກຝ່າຍໃດ ໃນຈຳນວນ 3 ພັກການເມືອງຫຼັກແຫຼ່ງຢູ່ອີຕາລີ

ຍາດໄດ້ບັດສະໜັບສະໜູນກາຍເຄິ່ງ ເພື່ອສ້າງຕັ້ງລັດຖະບານ

(ພາບ: KT)

ດ້ວຍເກືອບ 100% ບັດຄະແນນສຽງເລືອກຕັ້ງທີ່ໄດ້ນັບນັ້ນ, ສຳພັນທະມິດຝ່າຍຂວາຂອງອະດີດນາຍົກລັດຖະມົນຕີ Silvio Berlusconi ໄດ້ນຳໜ້າ ແລະ ຍາດໄດ້ 37% ບັດສະໜັບສະໜູນຢູ່ສະພາຕ່ຳ (ສຳລັບຈຳນວນທີ່ນັ່ງໄດ້ເລືອກຕັ້ງຕາມກົນໄກອັດຕາຜູ້ຕາງໜ້າ) ພ້ອມກັບ 103 ທີ່ນັ່ງສະມາຊິກສະພາຕ່ຳ (ໄດ້ຮັບການເລືອກຕັ້ງຕາມກົນໄກຜູ້ອອກສະໝັກຮັບເລືອກຕັ້ງໃດຍາດໄດ້ບັດສະໜັບສະໜູນຫຼາຍທີ່ສຸດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງ). ສ່ວນຢູ່ສະພາສູງ, ສຳພັນທະມິດນີ້ຍາດໄດ້ຈັດນວນບັດແມ່ນ 37,49% ພ້ອມກັບ 54 ທີ່ນັ່ງສະມາຊິກສະພາສູງ.

        ຢືນອັນດັບທີ 2 ແມ່ນພັກປະຊານິຍົມຂະບວນການ 5 ດາວ (M5S) ຍາດໄດ້ 32,76% ຈຳນວນບັດສະໜັບສະໜູນຢູ່ສະພາຕ່ຳ ພ້ອມກັບ 85 ທີ່ນັ່ງຢູ່ສະມາຊິກສະພາຕ່ຳ; 32,22% ຈຳນວນບັດສະໜັບສະໜູນຢູ່ສະພາສູງ ແລະ 41 ທີ່ນັ່ງສະມາຊິກສະພາສູງ. ເຖິງວ່າ M5S ຢືນອັນດັບທີ 2, ແຕ່ພັດແມ່ນພັກດຽວທີ່ຍາດໄດ້ບັດສະໜັບສະໜູນຫຼາຍກວ່າໝູ່. ສ່ວນສຳພັນທະມິດຝ່າຍຊ້າຍ, ໃນນັ້ນມີພັກປະຊາທິປະໄຕ (PD) ກຳອຳນາດ ຢືນອັນດັບທີ 3.

ລັດທິປະຊານິຍົມຂຶ້ນກຳອຳນາດ

        ໂດຍສັງເກດໝາກຜົນການເລືອກຕັ້ງອາດເຫັນໄດ້ວ່າ, ອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນບັນດາພັກປະຊານິຍົມ ແລະ ຕໍ່ຕ້ານໄດ້ເພີ່ມຂຶ້ນສູງ. ພະຍານຫຼັກຖານໄດ້ຊີ້ໃຫ້ເຫັນວ່າ ພັກ M5S ແລະ ພັກຂວາຈັດສະຫະພັນ (ກ່ອນນີ້ມີຊື່ວ່າ ສະຫະພັນທິດເໜືອ, LN) ຍາດໄດ້ບັດສະໜັບສະໜູນຫຼາຍພໍສົມຄວນເມື່ອທຽບໃສ່ການເລືອກຕັ້ງຄັ້ງກ່ອນ. ໃນຂະນະນັ້ນ, ອັດຕາບັດສະໜັບສະໜູນສຳລັບບັນດາພັກການເມືອງທີ່ເປັນມູນເຊື້ອຄືພັກ PD ແລະ ພັກກ້າວຂຶ້ນອີຕາລີ (FI) ພັກຖືກຫຼຸດລົງຢ່າງແຮງ.

        ດ້ວຍທ່າຊະນະຂອງບັນດາພັກປະຊານິຍົມ ແລະ ພັກຂວາຈັດຢູ່ອີຕາລີ ໄດ້ຖືວ່າແມ່ນການກະທົບຢ່າງແຮງໃສ່ສະຫະພາບເອີລົບ ແລະ ເຮັດໃຫ້ວົງການນັກລົງທຶນມີຄວາມວິຕົກກັງວົນ.

        ຂະບວນການປະຊານິຍົມ ຢູ່ຫຼາຍປະເທດໃນໄລຍະຜ່ານມາ ເຖິງວ່າບໍ່ທັນມີຄວາມແຮງຢ່າງພຽງພໍເພື່ອຟື້ນຕົວຂຶ້ນ ແລະ ຍັງສືບຕໍ່ເຄື່ອນໄຫວຢູ່ເອີລົບ ແລະ ອາດຈະຟື້ນຕົວຢ່າງແຮງພາຍຫຼັງການເລືອກຕັ້ງຢູ່ອີຕາລີ. ກ່ອນການເລືອກຕັ້ງ, ທ່ານປະທານລັດຖະສະພາເອີລົບ Antonio Tajani ເຄີຍຮຽກຮ້ອງຜູ້ມີສິດເລືອກຕັ້ງອີຕາລີ ສະໜັບສະໜູນບັນດາພັກກາງຊ້າຍຄື ພັກປະຊາທິປະໄຕ, ຫາກບໍ່ຄວນປ່ອນບັດເລືອກຕັ້ງໃຫ້ບັນດາພັກປະຊານິຍົມ ມີແຜນນະໂຍບາຍຕ້ານການເຂົ້າເມືອງ, ລະແວງສົງໄສເອີລົບຄື M5S ແລະ ພັກຂວາຈັດສະຫະພັນ. ຕາມທ່ານ Tajini ແລ້ວ, ອີຢູ ມີຄວາມຕ້ອງການໃຫ້ “ອີຕາລີ ຂັ້ມແຂງ”, ມີບັນດາແນວຄວາມຄິດ ແລະ ນະໂຍບາຍທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເອີລົບ. ເຖິງຢ່າງໃດກໍ່ຕາມ, ຜູ້ມີສິດເລືອກຕັ້ງອີຕາລີ ຫຼາຍຄົນພັດມີຄວາມເຫັນແຕກຕ່າງກັນກັບປະທານພັກລັດຖະສະພາເອີລົບ ດ້ວຍວີທີປ່ອນບັດສະໜັບສະໜູນໃຫ້ຂະບວນການປະຊານິຍົມ

        ຈຳນວນຜູ້ມີສິດເລືອກຕັ້ງອື່ນໆ, ເຖິງວ່າບໍ່ສະໜັບສະໜູນ ແຕ່ພັດຖືວ່າ ພັກປະຊານິຍົມຢູ່ອີຕາລີແມ່ນ “ຈັງຫວະ” ໃນພື້ນຖານການເມືອງຂອງອີຕາລີ, ດ້ວຍບັນດາຄຳໝັ້ນສັນຍາບໍ່ມີຄວາມຈິງໃນບັນດາບັ້ນຫາສຽງເລືອກຕັ້ງ. ບັນດາຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາ ເພື່ອແນໃສ່ຈຸດປະສົງຂົນຂວາຍຫາສຽງເລືອກຕັ້ງ, ຫາກບໍ່ແມ່ນການເຄື່ອນໄຫວດ້ານການເມືອງຢ່າງແທ້ຈິງ.

ແຜນການໃດໃຫ້ອີຕາລີ

        ຍ້ອນບໍ່ມີພັກ ຫຼື ສຳພັນທະມິດພັກການເມືອງໃດຍາດໄດ້ທີ່ນັ່ງສ່ວນຫຼາຍ, ທ່ານປະທານາທິບໍດີອີຕາລີ Sergio Mattarella ຈະຕົກລົງຄັດເລືອກພັກ ຫຼື ສຳພັນທະມິດພັກການເມືອງທີ່ເໝາະສົມທີ່ສຸດ ເພື່ອເຈລະຈາກັບພັກຝ່າຍອື່ນໆເພື່ອສ້າງຕັ້ງລັດຖະບານ.

        ແງ່ຫວັງສ້າງຕັ້ງພັກປະສົມລະຫວ່າງສຳພັນທະມິດຝ່າຍຂາວ ແລະ ພັກ PD ກາງຊ້າຍ ເບິ່ງຄືວ່າແມ່ນແຜນການເຊິ່ງບັນດານັກລົງທຶນ ແລະ ວົງການເຈົ້າໜ້າທີ່ສະຫະພາບເອີລົບ ໄດ້ຕັ້ງຄວາມຫວັງ.

        ມີແຜນການໜຶ່ງອີກກໍ່ພວມໄດ້ຮັບການເຕື້ອງເຖິງແມ່ນຄວາມອາດສາມາດສ້າງຕັ້ງສຳພັນທະມິດປະຊານິຍົມ ແລະ ຂວາຈັດ. ກ່ອນນີ້, ທັງພັກ M5S ແລະ ພັກສະຫະພັນ ຄິດເຖິງການບໍ່ຮ່ວມສຳພັນນຳກັນພາຍຫຼັງການເລືອກຕັ້ງ, ແຕ່ສະພາບໃນປະຈຸບັນໄດ້ຊີ້ໃຫ້ເຫັນວ່າ, ນີ້ກໍ່ແມ່ນການຄັດເລືອກອາດສາມາດເປັນໄປໄດ້ ເພື່ອສາມາດຄວບຄຸມໄດ້ທີ່ນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ. ເຖິງຢ່າງໃດກໍ່ຕາມ, ສຳພັນທະມິດຄືແນວນັ້ນອາດຈະກໍ່ຄວາມວິຕົກກັງວົນຕໍ່ທົ່ວເອີລົບ ຍ້ອນທັງ 2 ພັກດັ່ງກ່າວລ້ວນແຕ່ມີທັດສະນະຕ້ານການເຂົ້າເມືອງ ແລະ ລະແວງສົງໄສເອີລົບ. ຍາມໃດພັກ M5S ກໍຢືນຢັນຈະກາຍເປັນກຳລັງຝ່າຍຄ້ານໃຫຍ່ໃນອົງການສ້າງກົດໝາຍ ແລະ ຈະສົ່ງຜົນສະທ້ອນເຖິງບັນດານະໂຍບາຍ ຜ່ານບັນດາກຳມາທິການໃນສະແຫ່ງຊາດ.

        ດ້ານອື່ນ, ບັນດາພັກການເມືອງອາດບໍ່ສາມາດເຈລະຈານຳກັນ ແລະ ອີຕາລີ ຈະຕ້ອງຈັດການເລືອກຕັ້ງຄັ້ງໃໝ່. ໃນຂະນະນັ້ນ, ປະເທດນີ້ອາດຈະຖືກຕົກເຂົ້າສູ່ສະພາບວິກິດການດ້ານການເມືອງພາຍຫຼັງການເລືອກຕັ້ງ, ອັນໄດ້ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງພື້ນຖານເສດຖະກິດທີ່ພວມຢູ່ໃນວິວັດທະນາການຟື້ນຟູຢ່າງຊັກຊ້າ ກໍຄືເຮັດໃຫ້ວິວັດທະນາການປະຕິຮູບໂຄງປະກອບເຊິ່ງອີຕາລີ ພວມຢາກກະຕຸກຊຸກຍູ້ຖືກຢຸດສະງັກ. ໃນການເລືອກຕັ້ງເມື່ອປີ 2013, ບັນດາພັກຝ່າຍການເມືອງຢູ່ອີຕາລີ ຕ້ອງເສຍເວລາກວ່າ 2 ເດືອນຈຶ່ງສ້າງຕັ້ງລັດຖະບານໃໝ່ໄດ້.

        ປະຈຸບັນ, ອີຕາລີ ພວມແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 3 ຂອງສະຫະພາບເອີລົບ, ສະນັ້ນ, ບັນດານະໂຍບາຍຂອງປະເທດນີ້ໃນໄລຍະຈະມາເຖິງ ໄດ້ສົ່ງຜົນສະທ້ອນສຳຄັນເຖິງເສດຖະກິດພາກພື້ນ ກໍຄືບັນດານະໂຍບາຍລວມອື່ນຂອງອີຢູ. ສະນັ້ນ, ບໍ່ພຽງແຕ່ວົງການນັກການເມືອງອີຕາລີ ເທົ່ານັ້ນ, ຫາກຍັງນັບທັງອີຢູ ກໍລ້ວນແຕ່ຕິດຕາມບັນດາການກະທຳຫຼ້າສຸດໃນເວທີການເມືອງຂອງອີຕາລີ ແລະ ຕັ້ງຄວາມຫວັງຈະສ້າງຕັ້ງລັດຖະບານນິຍົມເອີລົບ ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ