ຄວາມເຫັນດີເປັນເອກະພາບໃນອາຊຽນ: ເງື່ອນໄຂເພື່ອໃຫ້ການຮ່ວມມືໃນປີ 2012 ສຳເລັດຜົນ

(vovworld) - ​ເຖິງ​ວ່າປີ 2012 ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ການ​ທ້າ​ທາຍຫຼາຍ​ຢ່າງກໍ່ຕາມ, ​ແຕ່​ການ​ຮ່ວມ​ມື​ໃນ​ອາ​ຊຽນຍັງ​ຄົງ​ບັນລຸ​ຜົນງານ​ທີ່​ຕັ້ງໜ້າ. ພ້ອມ​ກັບ​ການ​ສືບ​ຕໍ່​ຕັດສິນ​ໃຈ ​ແລະ ​ໃຫ້​ບຸລິມະ​ສິດ​ສູງ​ແກ່​ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ປະຊາ​ຄົມ​, ອາ​ຊຽນຍັງ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພາຍ​ໃນ​ກຸ່ມ ກໍ່​ຄື​ການ​ທ້າ​ທາຍ​ຕ່າງໆ​ຢູ່​ນອກ​ກຸ່ມ​ອີກ. ຄວາມ​ເຫັນ​ດີ​​​ເຫັນ​ພ້ອມ​ນຳ​ກັນ ​ແມ່ນ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂ​ຮົ້ວ​ກີດຂວາງ, ​ເຮັດ​ໃຫ້​ອາ​ຊຽນມີ​ຄວາມ​ສາມັກຄີ ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ກວ່າ ​ເພື່ອ​ຮັບ​ມື​ກັບການ​ທ້າ​ທາຍ​ຕ່າງໆ​ໃນ​ຕໍ່ໜ້າ.

ຄວາມເຫັນດີເປັນເອກະພາບໃນອາຊຽນ: ເງື່ອນໄຂເພື່ອໃຫ້ການຮ່ວມມືໃນປີ 2012 ສຳເລັດຜົນ - ảnh 1

(ພາບ ອິນເຕີແນດ)

ອາດ​ເຫັນ​ໄດ້​ວ່າ, ​ເສັ້ນທາງ​ພັດທະນາ​ຂອງ​ອາ​ຊຽນ​ໃນ 45 ປີ​ທີ່​ຜ່ານ​ມາ ບໍ່​ພຽງ​ແຕ່​ມີ​ຄວາມ​ສະດວກ​ສະບາຍເທົ່າ​ນັ້ນ, ຫາກ​ຕ້ອງ​ຜ່ານ​ຜ່າ​ການ​ທ້າ​ທາຍ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ໃນປີ 2012

​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ 45 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ເມື່ອ​ເດືອນ 7/2012. ອາ​ຊຽນບໍ່​ສາມາດ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ໄດ້ ຍ້ອນ​ທັດສະນະ​ຂອງ​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ແຕກ​ຕ່າງ​ກັນ. ​ແຕ່​ດ້ວຍ​ມູນ​ເຊື້ອ​ແຫ່ງຄວາມ​ສາມັກຄີ ຂອງ​ອາ​ຊຽນ, ພ້ອມ​ກັບ​ການ​ປະພຶດ​ຕໍ່​ທີ່​ເໝາະ​ສົມ, ສຸດ​ທ້າຍ​ອາ​ຊຽນກໍ່​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຫຼັກການ​ຮ່ວມ. ລະຫວ່າງ 10 ປະ​ເທດ​ກໍ່ມີ​ປະຫວັດສາດ, ວັດທະນະທຳ​, ລະດັບ​ພັດທະນາ, ລະບອບ​ການ​ເມືອງ - ສັງຄົມ​ ​ແລະ ຜົນ​ປະ​ໂຫຍ​ດທີ່​ແຕກ​ຕ່າງ​ກັນ, ດັ່ງ​ນັ້ນ, ບາງ​ວຽກ​ງານ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ​ກໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ ​ແລະ ​ເຂົ້າ​ໃຈ​ງ່າຍ. ​ເຖິງ​ວ່າ​​ໃນ​ເບື້ອງ​ຕົ້ນຈະ​ມີ​ຄວາມ​ແຕກ​ຕ່າງ​ກັນກໍ່ຕາມ, ​ແຕ່​ສຸດ​ທ້າຍ​ລ້ວນ​ແຕ່​ຖື​ຜົນ​ປະ​ໂຫຍ​ດລວມຂອງ​ອາ​ຊຽນ​ເປັນ​ຕົ້ນ, ດັ່ງ​ນັ້ນ​ເຖິງ​ວ່າ​ບັນຫາ​ທີ່​ວາງ​ອອກ​ຈະ​ສັບສົນ ​ແລະ ມີ​ຄວາມ​ສະດຸ້​ງ​ໄວ​ຄື​ແນວ​ໃດ, ​ແຕ່​ດ້ວຍ​ນ້ຳ​ໃຈ​ສາມັກຄີ​ນຳ​ກັນ​ກໍ່​ສາມາດ​ແກ້​ໄຂ​ໄດ້. ທ່ານ ຫງວຽນ​ຕ໋ຽນມິ​ງ, ຫົວໜ້າ​ກົມ​ອາ​ຊຽນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

”ພາຍຫຼັງ​ບໍ່ໄດ້​ຮັບ​ຜົນທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ 45 (AMM 45) ບັນດາ​ປະ​ເທດ​ອາ​ຊຽນລ້ວນ​ແຕ່​ຮັບ​ຮູ້​ໄດ້​ວ່າ, ສິ່ງ​ດັ່ງກ່າວ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ອາ​ຊຽນ, ຖ້າ​ບໍ່​ແກ້​ໄຂ​ໄດ້, ອາ​ຊຽນຈະ​ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ. ດັ່ງ​ນັ້ນ, ​ເມື່ອ​ອິນ​ໂດ​ເນ​ເຊຍ ​ຍົກ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ 6 ຂໍ້ນັ້ນ, ບັນດາ​ປະ​ເທດ​ໃນ​ກຸ່ມ​ກໍ່​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທັນທີ. ບັນດາ​ປະ​ເທດ​ອາ​ຊຽນ ລ້ວນ​ແຕ່​ມີ​ການ​ກະທຳ​ອັນ​ລະອຽດ ​ເພື່ອ​ປັບປຸງ​ຄວາມ​ສາມັກຄີ​ຂອງ​ຕົນ”.

ອາ​ຊຽນ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຫຼັກ​ໝັ້ນ​ຮ່ວມ, ນັ້ນ​ແມ່ນ​ບັນຫາ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ໃນ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ປະ​ເທດ​ສະມາຊິກ​ໄດ້​ເຫັນ​ດີ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ປະມວນ​ຫຼັກການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ສະໜັບສະໜູນ​ເລື່ອງການ​ພິພາດຕ່າງໆ​ບົນ​ພື້ນຖານ​ກົດໝາຍ​ສາກົນ.

ດ້ວຍ​ຫົວ​ຂໍ້ ”ອາ​ຊຽນ: ປະຊາ​ຄົມ​ໜຶ່ງ, ຊາຕະ​ກຳ​ດຽວ” ນັ້ນ, ການ​ຮ່ວມ​ມື​ອາ​ຊຽນ​ໃນ​ປີ 2012 ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ການ​ຮັກສາ​ຈຸດ​ສຸມ ​ແລະ ທິດ​ບຸລິມະສິດ​ຂອງ​ຕົນ. ​ໃນ​ວິວັດ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ປີ 2012, ພ້ອມ​ກັບ​ການ​ປະກາດ​ສ້າງ​ຕັ້ງ​ອົງການ​ສັນຕິພາບ ​ແລະ ​ໄກ​ເກ​່ຍ ປອງ​ດອງ​ອາ​ຊຽນ, ອາ​ຊຽນ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ມະນຸດສະທຳ. ນີ້​ແມ່ນ​ບາດກ້າວ​ສຳຄັນ​ຂອງ​ອາ​ຊຽນ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ, ​ເໝາະ​ສົມ​ກັບ​ທິດ​ນຳ, ຫຼັກການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນນັ້ນ​ແມ່ນ ”ຄວາມ​ເປັນ​ເອກະ​ພາບ​ໃນ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ”. ທ່ານ ຫງວຽນ​ຕ໋ຽນມິ​ງ, ຫົວໜ້າ​ກົມ​ອາ​ຊຽນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ຖື​ວ່າ:

”ນີ້​ແມ່ນ​ບາດກ​້າວທີ່​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ອາ​ຊຽນ, ​ເພາະວ່າ​ບັນດາ​ປະ​ເທດໃນ​ອາ​ຊຽນ, ມີ​ລະບອບ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ. ​ແຕ່​ຜ່ານ 1 ປີ ​ແຫ່ງ​ການ​ປຶກສາ​ຫາລື, ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ບັນລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ນອກຈາກ​ການ​ປະຕິບັດ​ບັນດາ​ມາດຖານ​ມະນຸດສະທຳ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ແລ້ວ ຍັງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ຂອງ​ພາກ​ພື້ນ​ອີກ​ດ້ວຍ. ດັ່ງ​ນັ້ນ, ສິ່ງ​ສຳຄັນ​ໃນ​ຖະ​ແຫຼ​ງການ​ສິດທິ​ມະນຸດ ​ແມ່ນ​ໄດ້​ກຳນົດ​ບັນດາ​ມາດ​ຖານ​ຢ່າງ​ຈະ​ແຈ້ງ, ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເຄົາລົບ​ບັນດາ​ມາດຖານ, ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ. ນີ້​ແມ່ນ​ຜົນສຳ​ເລັດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ເຈລະຈາ ​ເພື່ອ​ບັນລຸ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ”.

ປີ 2012, ​ໄປ​ຄຽງ​ຄູ່​ກັບ​ການ​ຜັນ​ຂະຫຍາຍ​ວິວັດ​ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຈອດ​ອາ​ຊຽນຢ່າງ​ມີ​ປະສິດທິ​ຜົນ, ອາ​ຊຽນກໍ່​ໄດ້​ຕັ້ງໜ້າ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ນອກ​ກຸ່ມ. ອາ​ຊຽນພ້ອມ​ກັບ​ອາ​ເມ​ລິ​ກາ ​ແລະ ອິນ​ເດຍ ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ບັນດາ​ຄູ່​ຮ່ວມ​ມື​ກໍ່​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ຮ່ວມ​ມື​ອັນ​ລະອຽດ​ຫຼາຍ​ຢ່າງ​ກັບ​ອາ​ຊຽນ. ຍີ່ປຸ່ນ​ໝັ້ນ​ໝາຍ​ໜູນ​ຊ່ວຍ ODA 500 ຕື້​ເຢັນ ​​ເພື່ອໃຫ້​​ບັນດາ​ປະ​ເທດ​ແຄມ​ແມ່​ນ້ຳຂອງ​ພັດທະນາ​ໂຄງ​ລ່າງ​ໃນ 3 ປີ​ຈະ​ມາ​ເຖິງ. ສ່ວນ​ຈີນ​ສະ​ເໜີ​ສ້າງ​ຕັ້ງ​ຄະນະ​ກຳ​ມະ​ການ​ເຊື່ອມ​ຈອດ ອາ​ຊຽນ - ຈີນ, ໜູນ​ຊ່ວຍ​ບັນດາ​ໂຄງການ​ເຊື່ອມ​ຈອດ​ອາ​ຊຽນ ດ້ວຍ​ບ້ວງສິນ​ເຊື່ອ 10 ຕື້ ​ໂດ​ລາ​ສະຫະລັດ, ປະກອບ​ເງິນ​ຕື່ມ​ອີກ 5 ລ້ານ​ໂດ​ລາ ​ໃຫ້​ແກ່​ກອງ​ທຶນ​ລວມອາ​ຊຽນ - ຈີນ. ສ​ເກົາ​ຫຼີ ໜູນ​ຊ່ວຍ​ອາ​ຊຽນ 10 ລ້ານ​ໂດ​ລາ​ສະຫະລັດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ຕາມ​ຂໍ້​ລິ​ເລີ່​ມ​ເຊື່ອມ​ຈອດ​ອາ​ຊຽນ, ອີ​ຢູ ອຸປະຖຳ​ເງິນ 15 ລ້ານ ​ເອີ​ໂຣ ​ໃນ​ໄລຍະ 2012 – 2016. ​ເຂັດ​ລັບຜົນສຳ​ເລັດ​ຂອງ​ອາ​ຊຽນ ​ແມ່ນ​ຍ້ອນ​ມີ​ຄວາມ​​​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ, ​ເດັດ​ດ່ຽວ​ຮັກສາ​ສີສັນ, ພ້ອມ​ກັນ​ມຸ້ງ​ໄປ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ເພື່ອ​ພັດທະນາ.

ປີ 2013, ​ໂດຍ​ສືບ​ຕໍ່​ຮັກສາ​ບັນດາ​ຫຼັກການ​ອັນ​ເປັນ​ພື້ນຖານ​ນີ້​ຢ່າງ​ໝັ້ນຄົງ, ​ແນ່ນອນ​ວ່າ ອາ​ຊຽນຈະ​ຮັກສາ​ພະລັງ​ຊີວິດ ​ແລະ ທີ່​ຕັ້ງ​ພິ​ເສດສະ​ເພາະ​ຂອງ​ຕົນ​ໄດ້. ​ໃນ​ຕໍ່ໜ້າ​ອາ​ຊຽນຍັງ​ມີ​ຄາດໝາຍ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ທີ່​ຕ້ອງ​ປະຕິບັດ. ນັ້ນ​ແມ່ນ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ສືບ​ຕໍ່​ສວມ​ບົດບາດ​ໃຈກາງ​ຢູ່​ອາຊີ​ຕາ​ເວັນ​ອອກ, ສູ້​ຊົນ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ