ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດ

ສຳລັບ​ຊາວ​ຫວຽດນາມ​ແຕ່ລະຄົນ, ບຸນປີ​​ໃຫມ່​ປະຈຳ​ຊາດ ຍາມ​ໃດ​ກໍ​ມີ​ຄວາມ​ໝາຍ​ທີ່​ສັກກະ​ລະ​ບູຊາ. ​ແລະ​ສຳລັບ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແຕ່ລະຄົນ​ແລ້ວ, ​ເມື່ອ​ປີ​ເກົ່າ​ຜ່ານ​ໄປ ປີ​ໃຫມ່​ວຽນມາ, ​ແມ່ນ​ຍິ່ງ​ມີຄວາມ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​​ ກ່ວ່າ​ເວລາ​ໃດ​ໝົດ. ​ເຖິງ​ວ່າ ຢູ່​​ແຫ່ງ​ໃດ​ກໍ​ຕາມ, ຈຸດ​ເວລາ​ທີ່​ສັກກະ​ລະ​ບູຊາ​ນັ້ນ ​ເຂົາ​ເຈົ້າ​ກໍ່ລ້ວນ​ແຕ່​ອ່າວ​ຍຫນ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງ​ນອນ​ດ້ວຍ​ອະນຸ​ສອນ​ຫລາຍ​ຢ່າງ ​ແລະ ປາດ​ຖະຫນາ​ວ່າ ປະ​ເທດ​ຊາດ​ຈະນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​.

        ຕ້ອນຮັບ​ບຸນປີ​ໃຫມ່​ປະ​ຈຳ​ຊາດ​ແມ່ນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ຂອງ​ຊາດ​ຫວຽດນາມ. ​ເມື່ອ​ເວົ້າ​ເຖິງ​ບຸນ​ເຕັດ, ​ແມ່ນ​ຫວນ​ຄິດ​ເຖິງ​ຫລາຍ​ສິ່ງ​ຫລາຍ​ຢ່າງ ​ແຕ່​ສຳລັບ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ແລ້ວ,​ ບັນຍາກາດ​ເຕົ້າ​ໂຮມ​ກັບ​ຄອບຄົວ, ສີສັນ​ຫລາກ​ຫລາຍ​ຂອງ​ຕະຫລາດ​ດອກ​ໄມ້, ການ​ປະດັບ​ປະດາ​ເຮືອນ​ຊານ, ​ກະກຽມ​ພາ​ໝາກ​ໄມ້, ກະກຽມ​ພາ​ເຂົ້າ​ຕ້ອນຮັບ​ປີ​ໃຫມ່ ນັ້ນ​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ຄິດ​ເຖິງ​ຫລາຍ​ທີ່ສຸດ. ​ເມື່ອ​ໂອກາດ​ບຸນເຕັດ​, ລະດູບານ​ໃຫມ່ວຽນມາ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ປ​ະ​ເທດ​ຕ່າງໆ​ໃນ​ໂລກ ມີ​ເງື່ອນ​ໄຂ​​ໄດ້​ກັບ​ເມືອ​ເຕົ້າ​ໂຮມ​ກັບ​ຄອບຄົວ, ຍາດຕິພີ່ນ້ອງ ​ເພື່ອ​ເຈືອ​ຈານ​​ເຂົ້າກັບ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ. ສຳລັບ​ຊາວ​ຫວຽດນາມ​ທີ່​ພວມ​ດຳ​ລົງ​ຊີວິດ​ຢູ່ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ​ແລະ ບໍ່​ມີ​ເງື່ອນ​ໄຂ​ກັບ​ເມືອ, ບັນດາ​ຮູບ​ພາບ​ຂອງ​ບຸນ​ເຕັດ​ນັ້ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຍິ່ງ​ຄິດ​ຮອດ​ຄິດ​ເຖິງ​ຫລາຍ. ດີງງອກ​ທ໋າຍ,​ ນັກ​ສຶກສາ​ຫວຽດນາມ ພວມ​ຮຳ່ຮຽນ ຢູ່ ອາ​ເມ​ລິ​ກາ ​ໄດ້​ແບ່ງປັນ​ວ່າ:

        “​ເມື່ອ​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ປະ​ເທດ​ຊາດ, ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຄວາມ​ຄິດ​ຮອດ​ຄິດ​ເຖິງ. ນັ້ນ​ແມ່ນ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ,​ ຄອບຄົວ, ໝູ່​ເພື່ອນ ​ແລະ ພິ່ນ້ອງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຸດ​ເວ​ລາ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຄິດ​ຮອດຄິດເຖິງ​ບ້ານ​ເກີດ​ເມືອງ​ນອນ​ທີ່​ສຸດ​ ແມ່ນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃຫມ່. ​ເພາະວ່າ ​ເວລາ​ນັ້ນ ​ໃຜໆ​ກໍ​ຟ້າ​ວຟັ່ງ​ເພື່ອ​ກັບ​ຄືນ​ເມືອ​ຕ້ອນຮັບ​ບຸນ​ເຕັດ​ພ້ອມກັບ​ຄອບຄົວ ​ແລະ ພີ່​ນອ້ງ. ​ເວລາ​ນີ້ ຂ້າພະ​ເຈົ້າ​ນຶກ​​ເຖິງ​ບົດ​ເພງ:  Nho ve Ha Noi ຄິດ​ຮອດຮ່າ​ໂນ້ຍ ຂອງ​ນັກ​ດົນຕີ ຮ່ວາງ​ຮຽບ“

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດ - ảnh 1

ຊາວຫວຽດນາມອາໄສຢູ່ຕ່າງປະເທດຊື້ເຄື່ອງຂອງຕ້ອນຮັບບຸນເຕັດ

        ​ເຖິງ​ວ່າ ​ເງື່ອນ​ໄຂ​ປະຈຸ​ບັນ ​ແມ່ນ​ຕ່າງ​ກັບ​ກ່ອນ​ນີ້​ຫລາຍ​ແລ້ວ, ບັນດາ​ເຍື່ອງ​ອາຫານ​​ໃນ​ພາ​ເຂົ້າ​ຂອງບຸນ​ເຕັດຂອງ​ພໍ່​ແມ່​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ກໍ​ຄົບ​ຖ້ວນ, ​ແຕ່​ວ່າ ບັນຍາກາດ​ຄື​ຢູ່​ບ້ານ​ເກີດ​ເມືອງ​ນອນ​ບໍ່​ອາດ​ພົບ​ເຫັນ​ຢູ່​​ເຂດ​ແດນ​ໄກ​ໄດ້. ​ເຖິງ​ວ່າ​​ໄດ້ມາ​ເຢຍລະ​ມັນ​ເພື່ອ​ເຕົ້າ​ໂຮມ​ກັບ​ຄອບຄົວ​ກວ່າ 10 ປີ ​ແລ້ວ​ກໍ​ຕາມ ​ແຕ່​ເມື່ອ​ໂອກາດ​ບຸນປີ​ໃຫມ່​ປະຈຳ​ຊາດ​ວຽນມາ, ປ້າ ຫງວຽນ​ທີ​ທ໋າຍ ພັດ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ຫລາຍ.

        “ບຸນ​ເຕັດ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຍາມ​​ໃດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ຢູ່​ຕ່າງປະ​ເທດ ​ເຖິງ​ວ່າ ຊີວິດ​ການ​ເປັນ​ຢູ່​ແມ່ນ​ອີ່ມ​ໜຳ​ສຳລານ ​ແລະ ສິວິ​ໄລ​ກວ່າ ​ແຕ່​ຍາກ​ຈະ​ປຽບທຽບ​ກັບ​ວັດທະນະທຳ ມູນ​ເຊື້ອ​ຂອງ​ຊາວຫວຽດນາມ​​ໄດ້. ​ໃນ​ຈຸດ​ເວລາ ທ່ານ​ປະທານ​ປະ​ເທດ​ອ່ານ​ຈົດໝາຍ​ອວຍພອນ​ປີ​ໃຫມ່, ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ພິ​ເສດ,​ນັ້ນ​ແມ່ນ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃຫມ່, ​ເວລາ​ນັ້ນ ຍິ່ງ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ກວ່າ​ເກົ່າ“

        ສຳລັບ  ​ເຈົາ Soryari  ຊຶ່ງ​ແມ່ນ​ນາງ​ສາວ​ຊາວ​ເຜົ່າ​​ຂະ​ແມ ຢູ່ ອານ​ຢາງ​ແລ້ວ, ບຸນ​ເຕັດ​ປີ​ນີ້ ​ແມ່ນ​ປີ​ທຳ​ອິດ​ນ້ອງ​ຫ່າງ​ໄກ​ຈາກຄອບຄົວ. ​ນາງ​ເຈົາພວມ​ຮຽນ​ປະລິຍາ​ໂທ ຂະ​ແຫນງ​ການ​ສຶກສາ​ຢູ່ Hawaii ສະຫະລັດ​ອ​າ​ເມ​ລິ​ກາ. ສຳລັບ​ນາງ​ເຈົາ​ແລ້ວ​, ຄວາ​ມ ຮູ້ສຶກ​ກ່ຽວ​ກັບ​ລະດູບານ​ໃຫມ່ ​ແມ່ນ​ກິນ​ຫອມ​ຫວນ​ຂອງ​ຕົ້ນ​ເຂົ້າ, ຕົ້ນ​ໄມ້​ອອກ​ໜໍ່​ຈໍ່​ດອກ ​ທ່າມ​ກາງ ອາກາດ​ຫນາວ​ເຢັນ ​ແລະ ຕອນ​ນັ່ງ​ຝີງ​ໄຟ​ເຝົ້າ​ໝໍ້​ເຂົ້າຕົ້ມ​ໃນ​ຄ່ຳ​ຄືນ​ທ້າຍ​ປີ​ເກົ່າ.

        “​ເປັນ​ຄັ້ງ​ທຳ​ອິດທີ່​ຂ້າພະ​ເຈົ້າ​ຕ້ອນຮັບ​ລະດູບານ​ໃຫມ່​ຢູ່​ຕ່າງປະ​ເທດ. ​ເຖິງ​ວ່າ ​ໄລຍະ​ເວລາ​ຈະ​ຜ່ານ​ໄປ​ຢ່າງ​​ໄວວາ​ກໍ​ຕາມ, ​ແຕ່ ຂ້າພະ​ເຈົ້າ​ຍັງ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ຫລາຍ.​ ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ທີ່​ມີ​ຕໍ່​ຂ້າພະ​ເຈົ້າ ນັ້ນ​ແມ່ນ​ການ​ຫັນປ່ຽນ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ເຂດດິນ​ແດນ ອານ​ຢາງ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​​ເມືອບ້ານ​ເກີດ​​ເມືອງ​ນອນ ​ເພື່ອ​ປະກອບ​ກຳລັງ​ເຫື່ອ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ພັດທະນາ​​ແລ​ະສ້າງ​ຄວາມວັດທະນາ​ຖາ​ວອນ​​ໃຫ້​ແກ່ບ້ານ​ເກີດ​​ເມືອງ​ນອນ​ພາຍຫລັງ​ຮຽນ​ຈົບ.“

        ​ໃນ​ຈຸດ​ເວລາ​ທີ່​ສັກກະ​ລະ​ບູຊາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃຫມ່, ນອກຈາກ ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ສິ່ງ​ທີ່​ພໍ່​ແມ່ ປະຊາຊົນ​ຄອງ​ຄອຍ​ທີ່​ສຸດ​ແມ່ນ ປະ​ເທດ​ຊາດ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ ສັງຄົມ​ໃນ​ປີ​ໃຫມ່, ​ທີ່​ຕັ້ງ​ບົດບາດຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ເພື່ອ​ໃຫ້​ຫວຽດນາມ ສາມາດ​​ບືນ​ຂ້ືນ​ອັນ​ດັບທີ່​ສູງ​ກ່ວາ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ຂອງ​ໂລກ. ການ​ປະກອບສ່ວນ​ຂອງ​ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ກໍ​ແມ່ນ​ກຳລັງ​ຫນູນ​ສຳຄັນ​ສ້າງ​ເປັນ​ຜົນງານ​​ເຫຼົ່ານັ້ນ. ທ່ານ ຫງວຽນ​ດຶກ​ເຄືອງ, ອາຈານ​ສອນ​ຂະ​ແຫນງ​ການ​ເງິນ ຢູ່​ສະຖານ​ບັນ​ການ​ຄ້າ ປາຣີ, ປະທານ​ສະມາຄົມ​ວິທະຍາສາດ ​ແລະ ຜູ້​ຊ່ຽວຊານ​ຂອງ​ຫວຽດນາມ ປະຈຳ​ຝລັ່ງ ຖື​ວ່າ:

        “ຕອ້ງດຳລົງ​ຊີວິດ​ ​ແລະ ​ເຮັດ​ວຽກ​ເປັນ​ຢ່າງ​ດີ ​ເພື່ອ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ສາມາດ​​ເປັນກຸນ​ແຈ​​ເພື່ອ​ສ້າງ​ປະ​ເທດ​ເຮົ້າ​ໃຫ້ກາຍ​ເປັນ​ປະ​ເທດມະຫາ​ອຳນາດ. ຄວາມ​ໄຝ່ຝັນ, ທະນຸ​ທະ​ໜອມຄວາມ​ມຸ້ງ​ຫວັງ,​ ຢືດໝັ້ນ ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ ​ແລະ ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແມ່ນ​ວຽກ​ງານ​ທີ່ຄວນ​ເຮັດ. ​ເມື່ອ​​ເວົ້າ​ເຖິງ​ຫວຽດນາມ ບໍ່​ພຽງ​ແຕ່​ເວົ້າ​ເຖິງ​ປ​ະ​ເທດ​ຫນຶ່ງ​ທີ່​ຕັ້ງຢູ່​​ໃນອາຊີ​ອາຄະ​ເນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພາບ​ພົດ​ແຫ່ງ​ຄວາມ​ສາມັກຄີ, ​ຄວາມ​ເປັນ​ເອກະ​ພາບ​ຂອງ​ຊາວ​ຫວຽດນາມ ​ເຖິງ​ວ່າ​ຈະດຳລົງ​ຊີວິດ​ຢູ່​ ແຫ່ງ​ຫົນໃດ​ໃນ​ໂລກກໍ່ຕາມ.“

        ​ເມື່ອຢູ່​ຫ່າງ​ໄກ​ຈຶ່ງ​​ເຫັນ​ວ່າ ພວກ​ເຮົາ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ຄິດ​ຮອດ​ຄິດ​ເຖິງ​ບ້ານ​ເກີດ​ເມືອງ​ນອນ​ຫຼາຍ​ປານ​​ໃດ. ​ຜູ້​ໃດທີ່ມີ​ໂອກາດ​ຕ້ອນຮັບ​ບຸນ​ເຕັດ​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນຈັກ​ເທື່ອ​ຫນຶ່ງ ລ້ວນ​ແຕ່​ເວົ້າ​ຄື​ແນວ​ນັ້ນ. ລະດູບານ​ໃຫມ່​ວຽນມາ​ອີ​ກວາ​ລະ​ຫນຶ່ງ​ຢູ່​ບ້ານ​ເກີດ​ເມືອງ​ນອນ ​​ອັນໄດ້​ເປັນ​ການ​​ເຮັດ​ໃຫ້ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ​ແຕ່ລະຄົນ ເກີດ​ຄວາມຄິດຮອດ​ຄິດ​ເຖິງປະ​ເທດ​ຊາດ ​ແລະ ​ຮັກ​ແພງບ້ານ​​ເກີດ​ເມືອງ​ນອນ​ຍິ່ງ​ກວ່າເວລາ​ໃດ​ໝົດ./.

ຸຸໂຕຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ