ຍູ້ແຮງການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ,ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ

(VOVWORLD) -ການພົບປະກັບຜູ້ມີສິດເລືອກຕັ້ງແມ່ນການເຄື່ອນໄຫວໂດຍກົງທີ່ສຳຄັນ ເພື່ອໃຫ້ສະມາຊິກສະພາແຫ່ງຊາດປະຕິບັດໜ້າທີ່ຂອງຕົນຕໍ່ປະຊາຊົນ.

ຍູ້ແຮງການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ,ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ - ảnh 1ການເຄື່ອນໄຫວຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບການຜູ້ມີສິດເລືອກຕັ້ງໃນທົ່ວປະເທດ

(ພາບປະກອບ: quochoi.vn)

ຜ່ານບັນດາການພົບປະກັບຜູ້ມີສິດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ ແລະ ສະພາແຫ່ງຊາດກຳແໜ້ນໄດ້ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ ແລະ ແກ້ໄຂບັນດາຂໍ້ຕິດຂັດຂອງປະຊາຊົນ, ພ້ອມທັງເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບບັນດາທິດທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ເພື່ອພ້ອມກັນປະຕິບັດໃຫ້ເປັນຢ່າງດີ. ຍູ້ແຮງການເຄື່ອນໄຫວພົບປະ, ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແມ່ນເພື່ອແນໃສ່ປະກອບສ່ວນປະຕິບັດການຕິດຕາມກວດກາຂອງສະພາແຫ່ງຊາດໃຫ້ເປັນຢ່າງດີ.

        ນັບແຕ່ຕົ້ນອາຍຸການຂອງສະພາແຫ່ງຊາດຊຸດທີ 14 ມາຮອດປະຈຸບັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເກືອບ 6.500 ຄັ້ງ, ຮັບເອົາ ແລະ ແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດເກືອບ 10.000 ຂໍ້. ຕໍ່ໜ້າຄວາມຫຍຸ້ງຍາກຈຳນວນໜຶ່ງເຊິ່ງຜູ້ມີສິດເລືອກຕັ້ງຍົກອອກມາຄື: ການດຶງດູດການລົງທຶນຢູ່ບັນດາທ້ອງຖິ່ນ; ລາຍຈ່າຍໃນການຂົນສົ່ງ, logistic ສູງເກີນໄປ; ລະບຽບການບໍລິຫານມີຫຼາຍຂັ້ນຕອນ; ລັດຖະກອນປະຕິບັດໜ້າທີ່ວຽກງານຍັງມີທ່າທີແບບອາຍາສິດ… ທ່ານນາຍົກລັດຖະມົນຕີໄດ້ພົບປະໂດຍກົງເພື່ອແກ້ໄຂ, ເຈລະຈາກັບຊາວກະສິກອນ, ກຳມະກອນ, ວິສາຫະກິດ; ຊີ້ນຳ, ເປັນປະທານຫຼາຍກອງປະຊຸມສຳມະນາ, ກອງປະຊຸມສົ່ງເສີມການລົງທຶນ, ສ້າງໜ່ວຍກວດກາຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ຜັນຂະຫຍາຍການປະຕິບັດບັນດາລະບຽບການ, ລາຍການສົມທົບກັນລະຫວ່າງບັນດາອົງການບໍລິຫານທຸກຂັ້ນກັບບັນດາອົງການຂອງພັກ, ແນວໂຮມປະເທດຊາດ ຄື: ລົງນາມໃນລະບຽບການສົມທົບກັບຄະນະເສດຖະກິດສູນກາງ; ຄັດເລືອກຫົວຂໍ້ປີ 2018 ແມ່ນ “ປີອຳນາດການປົກຄອງຂົນຂວາຍປະຊາຊົນ”,… ຜ່ານນັ້ນສ້າງສະພາບແວດລ້ອມແຫ່ງການດຳເນີນມທຸລະກິດໃຫ້ສະດວກສະບາຍກວ່າ, ແກ້ໄຂຄວາມຫຍຸ້ງຍາກຫຼາຍຢ່າງເຊິ່ງຜູ້ມີສິດເລືອກຕັ້ງຍົກອອກມາ, ໝາກຜົນການເຕີບໂຕດ້ານເສດຖະກິດ GDP ໃນ 9 ເດືອນຕົ້ນປີບັນລຸລະດັບ 6,98% ລື່ນກາຍຄາດໝາຍທີ່ສະພາແຫ່ງຊາດມອບໝາຍໃຫ້ນັ້ນໄດ້ຮັບການຮັບຮູ້, ຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ.

ຍົກສູງບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ

        ຜ່ານກອງປະຊຸມສະໄໝຕ່າງໆ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະພາແຫ່ງຊາດທີ່ມີການປ່ຽນແປງໃໝ່ຫຼາຍຢ່າງ, ພິເສດແມ່ນໃນການເຄື່ອນໄຫວຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດທີ່ມີປະຊາທິປະໄຕ, ມີພູມປັນຍາ, ເພີ່ມລັກສະນະໂຕ້ວາທີ. ຜ່ານນັ້ນ, ມີຫຼາຍບັນຫາເຊີ່ງຜູ້ມີສິດເລືອກຕັ້ງຍົກອອກມາໄດ້ຮັບການພິຈາລະນາ, ແກ້ໄຂຢ່າງມີປະສິດທິຜົນ; ມີຫຼາຍຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງໄດ້ຮັບເອົາໃນວິວັດການພິຈາລະນາບັນດາກົດໝາຍ, ຄັດເລືອກຫົວເລື່ອງສະເພາະຕິດຕາມກວດກາ, ກຳນົດບັນດາໜ້າທີ່ທີ່ໄດ້ໃຫ້ຄຳໝັ້ນສັນຍາຢູ່ບັນດາວາລະຊັກຖາມ ຜ່ານກອງປະຊຸມສະໄໝຕ່າງໆທີ່ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງໃນວຽກງານຊີ້ນຳ, ບໍລິຫານແຜນການພັດທະນາເສດຖະກິດ - ສັງຄົມ, ສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳການສຸມໃສ່ຜັນຂະຫຍາຍການປະຕິບັດບັນດາມາດຕະການແກ້ໄຂບັນດາສິ່ງຄົງຄ້າງຈຳກັດຢ່າງຄົບຊຸດ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ດ້ວຍຄວາມຕັດສິນໃຈໃນການປະຕິບັດບັນດາຄາດໝາຍ, ໜ້າທີ່ຕາມແຜນການທີ່ໄດ້ວາງອອກຢ່າງມີໄຊ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຖືວ່າ.

        “ສະພາແຫ່ງຊາດໄດ້ຕິດຕາມກວດກາສ້າງເປັນຫົວເລື່ອງສະເພາະເພື່ອຊັກຖາມທີ່ບັນດາສະໄໝປະຊຸມ. ນີ້ແມ່ນບັນດາບັນຫາສຳຄັນເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ຜ່ານບັນດາບົດລາຍງານ ແລະ ໝາກຜົນຕົວຈິງຊີ້ໃຫ້ເຫັນວ່າ ການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ບັນລຸໄດ້ໝາກຜົນຫຼາຍຢ່າງເປັນໜ້າຮັບຮູ້. ແຕ່ລະຂົງເຂດມີການຫັນປ່ຽນຢ່າງຕັ້ງໜ້າ, ສະແດງໃຫ້ເຫັນຄວາມຕັດສິນໃຈ, ຈິດໃຈຄວາມຮັບຜິດຊອບສູງຂອງບັນດາສະມາຊິກລັດຖະບານ ແລະ ບັນດາລັດຖະມົນຕີ… ອັນໄດ້ປະກອບສ່ວນຊຸກຍູ້ເສດຖະກິດ, ສັງຄົມ”.

        ໃນວຽກງານບໍລິຫານຂອງລັດຖະບານ, ໄດ້ມີຂໍ້ສະເໜີແນະກວ່າ 2.000 ຂໍ້ທີ່ສົ່ງເຖິງລັດຖະບານ, ບັນດາກະຊວງ, ຂະແໜງການ ເຊິ່ງໄດ້ຮັບການຄົ້ນຄວ້າ, ແກ້ໄຂ, ໃຫ້ຄຳຕອບ, ໃນນັ້ນມີຂໍ້ສະເໜີແນະ 1.600 ຂໍ້ໄດ້ອະພິປາຍ, ສະໜອງຂໍ້ມູນຂ່າວເຖິງຜູ້ມີສິດເລືອກຕັ້ງ; ມີຂໍ້ສະເໜີແນະກວ່າ 100 ຂໍ້ໄດ້ຮັບການແກ້ໄຂສຳເລັດ, ຮັບຮອງເອົາການປັບປຸງເອກະສານ 16 ສະບັບຕາມການລາຍງານຂອງຜູ້ມີສິດເລືອກຕັ້ງ… ທ່ານນາງ ຫງວຽນແທງຫາຍ, ຫົວໜ້າກຳມາທິການຂົນຂວາຍປະຊາຊົນ, ຄະນະປະຈຳສະພາແຫ່ງຊາດ, ໃຫ້ຮູ້ວ່າ.

        “ທຸກຄະນະສະມາຊິກສະພາແຫ່ງຊາດລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ລັດຖະບານ, ບັນດາກະຊວງ, ຂະແໜງການມີຄວາມມານະພະຍາຍາມຢ່າງຫຼວງຫຼາຍ, ມີຄວາມຮັບຜິດຊອບແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ມີການຫັນປ່ຽນຢ່າງຈະແຈ້ງທາງດ້ານຄຸນນະພາບ, ຈຳນວນ ແລະ ເວລາໃນການແກ້ໄຂບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງລາຍງານຜ່ານບັນດາການພົບປະກັບຜູ້ມີສິດເລືອກຕັ້ງໄດ້ຮັບແກ້ໄຂຢ່າງສົມເຫດສົມຜົນໂດຍພື້ນຖານ. ເປັນຄັ້ງທຳອິດທີ່ມີກະຊວງ ບໍ່ມີຂໍ້ສະເໜີແນະທີ່ຍັງບໍ່ທັນແກ້ໄຂ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງໃນການແກ້ໄຂບາງຂໍ້ສະເໜີແນະເຊິ່ງຜູ້ມີສິດເລືອກຕັ້ງທ້ອງຖິ່ນຍົກອອກມາ. ມີບາງຄົງຄ້າງທີ່ຍົກອອກມາໃນບັນດາບົດລາຍງານສະໄໝປະຊຸມຊຸດກ່ອນນີ້ກໍ່ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ. ມີເອກະສານບາງສະບັບໄດ້ຮັບການພິຈາລະນາ, ປັບປຸງຕາມຂໍ້ສະເໜີ ແນະຂອງຄະນະປະຈຳພາແຫ່ງຊາດ.”

ແກ້ໄຂຂໍ້ຈຳກັດ, ສິ່ງຂາດຕົກບົກຜ່ອງເພື່ອແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ

        ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ຍັງມີສິ່ງຈຳກັດ, ຂໍ້ຄົງຄ້າງເຊິ່ງສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີໄດ້ຍ້ອມຮັບຢ່າງກົງໄປກົງມາເພື່ອມີມາດຕະການແກ້ໄຂຢ່າງທັນການ. ທ່ານນາງ ຫງວຽນແທງຫາຍ, ຫົວໜ້າກຳມາທິການຂົນຂວາຍປະຊາຊົນ, ຄະນະປະຈຳສະພາແຫ່ງຊາດ, ໃຫ້ຮູ້ຕື່ມອີກວ່າ.

        “ສຳລັບບັນດາອົງການຂຶ້ນກັບສະພາແຫ່ງຊາດ, ຈະຍົກສູງຄຸນນະພາບ, ປະສິດທິຜົນການພົບປະກັບຜູ້ມີສິດເລືອກຕັ້ງ, ເລື່ອງຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງໃສ່ບັນດາຮ່າງກົດໝາຍຮັບປະກັນແທດຈິງ; ເພີ່ມທະວີການຕິດຕາມກວດກາການປະກາດໃຊ້ບັນດາເອກະສານແນະນຳການປະຕິບັດກົດໝາຍ. ສຳລັບບັນດາອົງການຂຶ້ນກັບລັດຖະບານ, ຈະຈັດກອງປະຊຸມທົ່ວປະເທດກ່ຽວກັບວຽກງານແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ພິຈາລະນາ, ຕີລາຄາວຽກງານດັ່ງກ່າວຢ່າງຮອບດ້ານ”.

        ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງຈະຍູ້ແຮງການພົບປະກັບຜູ້ມີສິດເລືອກຕັ້ງຢ່າງແຮງກວ່າ ເພື່ອແນໃສ່ກະຕຸກຊຸກຍູ້, ກວດກາ, ຕິດຕາມກວດກາ ແລະ ພິຈາລະນາສະພາບການ ແລະ ໝາກຜົນການແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເຊິ່ງຈະໄດ້ລວບລວມ, ຈັດແບ່ງປະເພດ ແລະ ສົ່ງເຖິງບັນດາອົງການທີ່ມີສິດອຳນາດເພື່ອແກ້ໄຂ, ປະກອບສ່ວນຍູ້ແຮງໝາກຜົນການແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ