ບັນດາພື້ນຖານເສດຖະກິດລະມັດລະວັງຕໍ່ຄວາມສ່ຽງຊຸດໂຊມທົ່ວໂລກ

(VOVWORLD) -

ຍ້ອນການກະທົບແກ່ຍາວຂອງບັນດາປັດໄຈທີ່ບໍ່ດີ, ເສດຖະກິດທົ່ວໂລກນັບມື້ນັບຕ້ອງປະເຊີນໜ້າກັບຄວາມສ່ຽງຊຸດໂຊມຢ່າງຈະແຈ້ງກ່ວາ. ບັນດານັກຊ່ຽວຊານ ແລະ ລະບອບການເງິນສາກົນໄດ້ກ່າວເຕືອນວ່າ ບັນດາພື້ນຖານເສດຖະກິດຄວນຍົກສູງສະຕິລະວັງຕົວ, ພ້ອມທັງເພີ່ມທະວີຄວາມມານະພະຍາຍາມຫຼາຍກ່ວາອີກເພື່ອສະກັດກັ້ນບັນດາກໍລະນີຮ້າຍແຮງທີ່ສຸດນັບທັງໃນໄລຍະສັ້ນ ແລະ ໄລຍະກາງ.

ບັນດາພື້ນຖານເສດຖະກິດລະມັດລະວັງຕໍ່ຄວາມສ່ຽງຊຸດໂຊມທົ່ວໂລກ - ảnh 1
ສຳນັກງານ FED (ພາບ:AFP/ TTXVN)

        ບັນດາຂໍ້ມູນໃໝ່ທີ່ຫາກໍ່ໄດ້ປະກາດຂອງສຳນັກການເງິນສາກົນຕ່າງໆກໍ່ຄືຂອງບັນດາພື້ນຖານເສດຖະກິດໃຫຍ່ໃນໂລກໄດ້ສະແດງໃຫ້ເຫັນວ່າ, ຜົນກະທົບຂອງການປະທະກັນລະຫວ່າງລັດເຊຍ - ຢູແກຼນ ແລະ ສະພາບແຫຼ່ງສະໜອງສິນຄ້າທົ່ວໂລກຖືກຕັດຕອນໃນໄລຍະຍາວພວມເຮັດໃຫ້ເກີດອັດຕາເງິນເຟີ້ຢູ່ຫຼາຍພື້ນຖານເສດຖະກິດ, ພິເສດແມ່ນບັນດາພື້ນຖານເສດຖະກິດໃຫຍ່ ແລະ ພັດທະນາ, ຮັກສາຢູ່ໃນລະດັບສູງສະຖິຕິ. ຄວາມຈິງນີ້ບັງຄັບໃຫ້ຫຼາຍທະນາຄານສູນກາງຕ້ອງດັດປັບເພີ່ມຄ່າດອກເບ້ຍພື້ນຖານ, ເຮັດໃຫ້ ຄວາມສ່ຽງຊຸດໂຊມເສດຖະກິດເພີ່ມຂຶ້ນສູງ.

ຄວາມສ່ຽງຊຸດໂຊມເພີ່ມທະວີຂຶ້ນ

        ວັນທີ 21 ກັນຍາ ຜ່ານມາ, ກົມສະສົມສະຫະລັດ ອາເມລິກາ (FED) ປະກາດຂໍ້ຕົກລົງເພີ່ມອັດຕາດອກເບ້ຍຢູ່ໃນລະດັບ 0,75% ເພື່ອແນໃສ່ຮັບມືກັບອັດຕາເງິນເຟີ້ທີ່ປະຈຸບັນພວມຢູ່ໃນລະດັບສູງສຸດໃນ 4 ທົດສະວັດຜ່ານມາຢູ່ພື້ນຖານເສດຖະກິດໃຫຍ່ສຸດໃນໂລກນີ້. ນີ້ແມ່ນຄັ້ງທີ 3 ຢ່າງລຽນຕິດທີ່ FED ໄດ້ດັດປັບເພີ່ມຄ່າດອກເບ້ຍຢູ່ໃນລະດັບສູງສະຖິຕິ 0,75% ແລະ ກໍ່ເປັນການເພີ່ມຄ່າດອກເບ້ຍຄັ້ງທີ 5 ໃນປີ 2022 ນີ້ກໍ່ແມ່ນສະຖິຕິກ່ຽວກັບຈຳນວນຄັ້ງເພີ່ມຄ່າດອກເບ້ຍໃນປີຢູ່ ອາເມລິກາ ໃນຫຼາຍທົດສະວັດທີ່ຜ່ານມາ.

        ຕາມວົງການໄຈ້ແຍກດ້ານການເງິນ - ເສດຖະກິດແລ້ວ, ເລື່ອງເພີ່ມອັດຕາດອກເບ້ຍທີ່ບໍ່ເຄີຍມີມາກ່ອນຂອງ FED ເຮັດໃຫ້ກາລະໂອກາດເຕີບໂຕຫລຸດລົງ, ພ້ອມທັງເພີ່ມທະວີຄວາມສ່ຽງຊຸດໂຊມສຳລັບພື້ນຖານເສດຖະກິດແຖວໜ້າຂອງໂລກນີ້. ຍ້ອນວ່າ, ເລື່ອງເພີ່ມອັດຕາດອກເບ້ຍພື້ນຖານເຮັດໃຫ້ຄ່າດອກເບ້ຍອື່ນໆເພີ່ມຂຶ້ນສູງ, ຄືຄ່າດອກເບ້ຍເງິນກູ້ຢືມຊື້ເຮືອນຢູ່, ຊື້ລົດໂອໂຕ, ດອກເບ້ຍບັດສິນເຊື່ອ ແລະ ກູ້ຢືມເພື່ອດຳເນີນທຸລະກິດ, ຈາກນັ້ນ, ເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດຖືກຫລຸດລົງ. ຄວາມຈິງແລ້ວ, ໃນຖະແຫຼງການພາຍຫຼັງການປະກາດເພີ່ມຄ່າດອກເບ້ຍ, ທ່ານ Jerome Powell, ປະທານ FED ກໍ່ຮັບຮູ້ບັນດາຜົນຮ້າຍທາງດ້ານເສດຖະກິດທີ່ຈະຕາມມາໂດຍເລື່ອງຮັດແໜ້ນ ອາດຈະກໍ່ໃຫ້ເກີດຂຶ້ນດ້ວຍຄຳວິຈານວ່າ: “ບໍ່ມີຜູ້ໃດຮູ້ໄດ້ວ່າວິວັດການນີ້ຈະພາໄປເຖິງການຊຸດໂຊມຫຼືບໍ່, ແລະ ຖ້າຫາກວ່າມີຈະໜັກໜ່ວງຄືແນວໃດ”. ຈາກນັ້ນ, ບົດອັບເດດການຄາດຄະເນເສດຖະກິດໂດຍ FED ປະກາດໃນວັນດຽວກັນກໍ່ສ່ອງແສງຄວາມວິຕົກກັງວົນນີ້ ເມື່ອໃຫ້ຂໍ້ສັງເກດອັດຕາສະເລ່ຍໄພວ່າງງານຢູ່ ອາເມລິກາ ຈະຂຶ້ນລະດັບ 4,4% ໃນປີໜ້າ, ສູງກ່ວາຫຼາຍເມື່ອທຽບໃສ່ລະດັບ 3,7% ໃນປະຈຸບັນ, ໃນຂະນະທີ່ລະດັບການເພີ່ມ GDP ໄດ້ຮັບການດັດປັບເຫຼືອພຽງ 0,2% ໃນປີນີ້.

        ແຕ່ວ່າ, ບໍ່ພຽງແຕ່ພື້ນຖານເສດຖະກິດໃຫຍ່ແຖວໜ້າຂອງໂລກປະສົບກັບຄວາມຫຍຸ້ງຍາກ ແລະ ປະເຊີນໜ້າກັບຄວາມສ່ຽງຊຸດໂຊມເທົ່ານັ້ນ. ນີ້ແມ່ນສະພາບການຕົວຈິງລວມທີ່ຫຼາຍພື້ນຖານເສດຖະກິດໃນໂລກພວມຕ້ອງປະເຊີນໜ້າ. ວັນທີ 15 ກັນຍາ, ທະນາຄານໂລກ (WB) ກ່າວເຕືອນຄວາມສ່ຽງຊຸດໂຊມທົ່ວໂລກພວມເພີ່ມຂຶ້ນໃນສະພາບການທີ່ບັນດາທະນາຄານສູນກາງສຸມໃສ່ຄວາມມານະພະຍາຍາມເຂົ້າເລື່ອງຄວບຄຸມລະດັບໄພເງິນເຟີ້ປິນຂັ້ນໄດ. ເມື່ອຕອບສຳພາດທາງຊ່ອງໂທລະພາບ Fox Buiness, ທ່ານປະທານ WB David Malpass ປະກາດວ່າ: ບັນດາພື້ນຖານເສດຖະກິດອາດຈະສືບຕໍ່ຊຸດໂຊມລົງໃນປີ 2023 ແລະ ຍານກ່ວານັ້ນອີກ.

        ໃນບົດລາຍງານປະກາດກ່ອນນີ້ພຽງ 2 – 3 ວັນ, ທະນາຄານພັດທະນາ ອາຊີ (ADB) ໄດ້ຫລຸດລະດັບການຄາດຄະເນການເຕີບໂຕເສດຖະກິດປີ 2022 ສຳລັບພາກພື້ນ ອາຊີ ພວມພັດທະນາ. ລະອຽດຄື, ADB ຫລຸດຜ່ອນການຄາດຄະເນການເຕີບໂຕໃນປີນີ້ສຳລັບພາກພື້ນ ອາຊີ ທີ່ພວມພັດທະນາລົງເຫຼືອພຽງ 4,3%, ຕ່ຳກ່ວາເມື່ອທຽບໃສ່ລະດັບການຄາດຄະເນທີ່ຍົກອອກມາໃນເດືອນ ເມສາ ແມ່ນ 5,2%. ໃນຂະນະນັ້ນ, ການຄາດຄະເນການເຕີບໂຕຂອງພື້ນຖານເສດຖະກິດໃຫຍ່ທີສອງຂອງໂລກເຊິ່ງແມ່ນ ຈີນ ຫລຸດແຕ່ 5,0% ລົງເຫຼືອພຽງ 3,3%, ຍ້ອນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຄື: ການປິດເມືອງ ແລະ ຈຳກັດການໄປມາ ເຮັດໃຫ້ການເຄື່ອນໄຫວເສດຖະກິດຖືກຕັດຕອນ. ພາກພື້ນ ອາຊີ ພວມພັດທະນາເຊິ່ງລວມມີ 46 ປະເທດສະມາຊິກຂອງ ADB, ຈາກໝູ່ເກາະ Cook ຢູ່ ປາຊີຟິກ ຕະຫຼອດຮອດ ກາງຊັກສະຖານ ຢູ່ ອາຊີກາງ. ຄາດຄະເນການເຕີບໂຕຂອງພາກພື້ນນີ້ໃນປີກາຍຂຶ້ນເຖິງ 7%.

ບັນດາພື້ນຖານເສດຖະກິດລະມັດລະວັງຕໍ່ຄວາມສ່ຽງຊຸດໂຊມທົ່ວໂລກ - ảnh 2ທ່ານປະທານ WB David Malpass (ພາບ:Reuters)

ລະມັດລະວັງ ແລະ ເພີ່ມທະວີຄວາມານະພະຍາຍາມ

        ໃນສະພາບການປະທະກັນລະຫວ່າງລັດເຊຍ - ຢູແກຼນ ພວມສືບຕໍ່ ແລະ ຄວາມຫຍຸ້ງຍາກຂອງແຫຼ່ງສະໜອງທົ່ວໂລກບໍ່ທັນໄດ້ແກ້ໄຂເທື່ອ, ອັດຕາໄພເງິນເຟີ້ທົ່ວໂລກໄດ້ຮັບການຄາດຄະເນວ່າພວມຮັກສາຢູ່ໃນລະດັບສູງໃນໄລຍະສັ້ນ, ບັງຄັບໃຫ້ບັນດາທະນາຄານສູນກາງຕ້ອງມີການກະທຳແຊກແຊງ, ເຊິ່ງຕົ້ນຕໍແມ່ນການເພີ່ມອັດຕາດອກເບ້ຍ. ແລະ ໃນສະພາບການຕົວຈຶງແລ້ວ, ກົມສະສົມສະຫະລັດ ອາເມລິກາ  (FED) ພ້ອມກັບບັນດາທະນາຄານສູນກາງໃນພາກພື້ນ ແລະ ບັນດາປະເທດກໍ່ໄດ້ປະກາດເປັນທາງການກ່ຽວກັບແຜນການທີ່ອາດຈະເພີ່ມອັດຕາດອກເບ້ຍໃນໄລຍະຈະມາເຖິງເພື່ອຮັບມືກັບໄພເງິນເຟີ້. ສິ່ງດັ່ງກ່າວມີຄວາມໝາຍວ່າ: ກາລະໂອກາດໃຫ້ແກ່ການເຕີບໂຕເສດຖະກິດເຊິ່ງມີຄວາມອາດສາມາດເປັນໄປຈະຖືກຮັດແຄບລົງ.

        ຕໍ່ໜ້າສະພາບການທີ່ເປັນໜ້າວິຕົກວັງວົນນັ້ນ, ບັນດານັກຊ່ຽວຊານເສດຖະກິດໄດ້ຮຽກຮ້ອງບັນດາລັດຖະບານກະທຳຢ່າງລະມັດລະວັງ ກໍ່ຄືຄວນມີມາດຕະການເໝາະສົມເພື່ອຊຸກຍູ້ການເຄື່ອນໄຫວທຳການຜະລິດ, ຮັບປະກັນການເຕີບໂຕ. ໃນນັ້ນ, ທ່ານ Albert Park, ຫົວໜ້າຄະນະນັກຊ່ຽວຊານເສດຖະກິດຂອງ ADB ກ່າວເຕືອນວ່າ “ບັນດາຄວາມສ່ຽງທີ່ອາດຈະເກີດຂຶ້ນແມ່ນໃຫຍ່ຫຼວງ”. ໃນຂະນະນັ້ນ, ທ່ານ David Malpass, ປະທານທະນາຄານໂລກ (WB) ສະເໜີໃຫ້ບັນດານັກວາງນະໂຍບາຍຄວນຫັນຈຸດສຸມຈາກການຫລຸດຜ່ອນການໃຊ້ສອຍ ມາຊຸກຍູ້ການຜະລິດເພື່ອແນໃສ່ເພີ່ມແຫຼ່ງສະໜອງ, ຈາກນັ້ນ, ກໍ່ໂຍະຍານຈຳກັດທີ່ເຮັດໃຫ້ລາຄາປິນຂັ້ນໄດ.

        ໃນຍາວນານ, ນັກຊ່ຽວຊານຫຼາຍທ່ານກໍ່ມີທັດສະນະລວມທີ່ວ່າ, ໄປຄຽງຄູ່ກັບບັນດາມາດຕະການຮັບມືທີ່ມີລັກສະນະສະພາບການ, ສປຊ ແລະ ປະເທດຕ່າງໆຍັງໃຫ້ບຸລິມະສິດຊຸກຍູ້ມາດຕະການຢຸດຕິການປະທະກັນລະຫວ່າງລັດເຊຍ ແລະ ຢູແກຼນ, ເຊື່ອມຕໍ່ແຫຼ່ງສະໜອງທົ່ວໂລກ, ພ້ອມທັງຢືດໝັ້ນບັນດາຍຸດທະສາດເຕີບໂຕສີຂຽວ - ຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ