ບັນຫາ Brexit ນັບ​ມື້​ນັບ​ສັບສົນ​ຂຶ້ນ​ຕື່ມ

(VOVWORLD) -  ອີກຄັ້ງໜຶ່ງ ຫາງສຽງໄດ້ເຫັນປະຈັກຕາ ເວທີການເມືອງ ອັງກິດ ຖືກຕົກເຂົ້າສູ່ສະພາບສັບສົນວຸ້ນວາຍ ພາຍຫຼັງສະພາຕໍ່າອັງກິດ ປະຕິເສດຂໍ້ຕົກລົງເບື້ອງຕົ້ນ ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ໃນວັນທີ 15 ມັງກອນ. ໝາກຜົນດັ່ງກ່າວ ເຖິງວ່າບໍ່ມີຫຍັງປະຫຼາດໃຈກໍຕາມ ແຕ່ໄດ້ສ້າງຮົ້ວກີດຂວາງໃໝ່ ໃຫ້ແກ່ວິວັດການ ອັງກິດ ຖອນຕົວອອກຈາກ ອີຢູຕື່ມອີກ.

ປະຊາຊົນທົ່ວອັງກິດ ແລະ ເອີຣົບ ຍັງຄົງມີຄວາມເປັນຫ່ວງພາຍຫຼັງການກະທໍາຫຼ້າສຸດຂອງ ສະພາຕໍ່າ ອັງກິດ. ປັດຈຸບັນ, ຄວາມຫຍຸ້ງຍາກ ແມ່ນສິ່ງທີ່ເຂົາເຈົ້າເວົ້າເຖິງແທນທີ່ໃຫ້ບັນດາຄວາມຄິປະເອີບໃຈ ແລະ ຕັ້ງໜ້າ.

        ການປະລາໄຊຄັ້ງປະຫວັດສາດຂອງ ລັດຖະບານ ອັງກິດ

        ໃນການປ່ອນບັດຢູ່ສະພາຕໍ່າ ກ່ຽວກັບຂໍ້ຕົກລົງເບື້ອງຕົ້ນ ຕໍ່ເລື່ອງອັງກິດຖອນຕົວອອກຈາກ ອີຢູ (Brexit) ເຊິ່ງ ທ່ານນາງງນາຍົກລັດຖະມົນຕີອັງກິດ Theresa May ບັນລຸໄດ້ກັບ ອີຢູນັ້ນ, ໄດ້ມີສະມາຊິກລັດຖະສະພາ ຈໍານວນ 432 ຄົນ ປ່ອນບັດຄ້ານ ແມ່ນລະດັບສູງກວ່າ ຈໍານວນສະມາຊິກລັດຖະສະພາປ່ອນບັດສະໜັບສະໜູນ 202 ຄົນ. ຈໍານວນບັດຜິດດ່ຽງກັນຫຼາຍເກີນໄປ, 230 ບັດ ແມ່ນໝາກຜົນ ທີ່ນັກການເມືອງຫຼາຍຄົນບໍ່ຄິດເຖິງ.

        ຜົນຂອງການປ່ອນບັດ ບໍ່ພຽງແຕ່ແມ່ນການປະລາໄຊຄັ້ງໃຫຍ່ສຸດໃນຍຸກປະຫວັດສາດ ສໍາລັບລັດຖະບານອັງກິດ ຢູ່ສະພາຕໍ່່າ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມບໍ່ລົງລອຍກັນນັບມື້ນັບເພີ່ມຂຶ້ນໃນວົງການນັກການເມືອງອັງກິດ ກ່ຽວກັບ ຂໍ້ຕົກລົງ Brexit ແລະ ແມ່ນໄມ້ຫຼ້າວັດແທກລະດັບການຄັດຄ້ານຂອງບັນດາສະມາຊິກລັດຖະສະພາອັງກິດ ດ້ວຍບັນດາມາດຕາໃນຮ່າງຂໍ້ຕົກລົງ Brexit. ສິ່ງເປັນໜ້າສົນໃຈ ນັ້ນແມ່ນ ມີສະມາຊິກພັກນິຍົມຮັກສາເດີມຂອງ ທ່ານນາງ Theresa May ກວ່າ 100 ຄົນ, ເຊິ່ງລວມທັງຜູ້ທີ່ສະໜັບສະໜູນ Brexit ແລະ ຜູ້ທີ່ບໍ່ສະໜັບສະໜູນ ໄດ້ປ່່ອນບັດປະຕິເສດເນື້ອໃນຂອງຂໍ້ຕົກລົງດັ່ງກ່າວ (ຕົ້ນຕໍແມ່ນມາດຕາທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນຕິດກັບ ອຽກລັງເໜືອ). ເປັນທີ່ຈະແຈ້ງແລ້ວວ່າ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ບໍ່ໄດ້ຮັບການໜູນຫຼັງຈາກບັນດາສະມາຊິກລັດຖະສະພາ ພາຍໃນພັກນິຍົມຮັກສາເດີມ. ຫຼາຍຄົນຖືວ່າ ຜົນຂອງການປ່ອນບັດ ແມ່ນຈຸດສູງສຸດໃນຮອບເວລາ 02 ປີ ທີ່ເວທີການເມືອງອັງກິດຕົກເຂົ້າສູ່ສະພາບການວຸ້ນວາຍ ນັບແຕ່ເມື່ອປະເທດອັງກິດດໍາເນີນການລົງປະຊາມະຕິ ກ່ຽວກັບເລື່ອງຖອນຕົວອອກຈາກ ອີຢູ.

        ເອີຣົບມີຄວາມເປັນຫ່ວງກັງວົນ

        ບໍ່ພຽງແຕ່ຢູ່ອັງກິດເທົ່ານັ້ນ, ມາຮອດຈຸດເວລານີ້ ວິວັດທະນາການ Brexit ກໍເຮັດໃຫ້ວົງການເຈົ້າໜ້າທີ່ເອີຣົບມີຄວາມເປັນຫ່ວງກັງວົນເຊັ່ນດຽວກັນ ແລະ ຍົກອອກບັນດາສານທີ່ກົງກັນຂ້າມກັນ. ວັນທີ 16 ມັງກອນ, ທ່ານ Heiko Maas ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ກ່າວເຕືອນວ່າ ເວລາຍັງບໍ່ຫຼາຍເພື່ອຊອກຫາມາດຕະການແກ້ໄຂ ໃຫ້ແກ່ເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ ແລະ “ເວລາໃຫ້ແກ່ການເຈລະຈາໄດ້ສິ້ນສຸດແລ້ວ”. ໃນຂະນະນັ້ນ, ທ່ານນາງ Nathalie Loiseau ລັດຖະມົນຕີ ຝລັ່ງ ຮັບຜິດຊອບກ່ຽວກັບບັນດາບັນຫາ ເອີຣົບ ເວົ້າວ່າ ອີຢູ ອາດຈະຍອມຮັບເລື່ອນກໍານົດເວລາດັ່ງກ່າວ ຖ້າຫາກ ລອນດອນ ຍົກອອກຂໍ້ສະເໜີ. ທ່ານນາງ Nathalie Loiseau ຢັ້ງຢືນເຖິງ ເລື່ອງກົດໝາຍ ແລະ ເຕັກນິກ ແນ່ນອນວ່າ ສິ່ງດັ່ງກ່າວຶອາດຈະເກີດຂຶ້ນ, ແຕ່ ອັງກິດ ຕ້ອງຍົກອອກຂໍ້ສະເໜີ ແລະ ຕ້ອງມີຄວາມເຫັນດີເຫັນພ້ອມຈາກສະມາຊິກອື່ນຂອງອີຢູ ທັງໝົດ 27 ປະເທດ. ເຖິງວ່າ ທ່ານນາງ Theresa May ໄດ້ເນັ້ນໜັກວ່າ ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ Brexit ເຊິ່ງອັງກິດ ແລະ ວົງການເຈົ້າໜ້າທີ່ ອີຢູ ເຫັນດີ ແມ່ນສິ່ງໜຶ່ງດຽວ ແລະ ບໍ່ສາມາດພິຈາລະນາຄືນໃໝ່ໄດ້. ກົງກັນຂ້າມກັບທັດສະນະດັ່ງກ່າວ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໄດ້ຢ້ັງຢືນວ່າ ກຸ່ມດັ່ງກ່າວພ້ອມແລ້ວທີ່ຈະປຶກສາຫາລືກັບອັງກິດ ກ່ຽວກັບຂໍ້ຕົກລົງອື່ນ, ແຕ່ວ່າ ພຽງແຕ່ ລອນດອນ ປ່ຽນແປງບັນດາຄວາມຮຽກຮ້ອງທີ່ເປັນແກ່ນສານຂອງຕົນ.

        ບໍ່ປະລະຄວາມມານະພະຍາຍາມ

        ເຖິງວ່າຖືກປະລາໄຊໃນການເກ້ຍກ່ອມສະພາຕໍ່າຮັບຮອງເອົາຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ Brexit ກໍຕາມແຕ່ທ່ານນາງນາຍົກລັດຖະມົນຕີ Theresa May ຍາມໃດກໍຢືນຢັນຄໍາໝັ້ນສັນຍາວ່າ ຈະນໍາ ອັງກິດ ຖອນຕົວອອກຈາກ ອີຢູ ຕາມຄວາມປາດຖະໜາຂອງບັນດາຜູ້ມີສິດເລືອກຕັ້ງຂອງປະເທດນີ້. ພາຍຫຼັງໄດ້ຮັບຜົນໃນການປ່ອນບັດຂາດຄວາມໄວ້ວາງໃຈ ທີ່ສະພາຕໍ່າ ໃນຕອນຄໍ່າວັນທີ 16 ມັງກອນ (ການປ່ອນບັດຖືກດໍາເນີນພາຍຫຼັງສະພາຕໍ່າປະຕິເສດຂໍ້ຕົກລົງເບື້ອງຕົ້ນ Brexit), ທ່ານນາງ Theresa May ໄດ້ມີການພົບປະກັບການນໍາບັນດາພັກຝ່າຍການເມືອງອື່ນຂອງອັງກິດ ໃນທັນທີ, ເພື່ອແນໃສ່ຊຸກຍູ້ເລື່ອງຂໍ້ຕົກລົງ Brexit ຈະໄດ້ຮັບການຮັບຮອງເອົາຈາກບັນດາສະມາຊິກລັດຖະສະພາໃນການຍື່ນສະເໜີຄັ້ງຕໍ່ໄປ. ບັນດາສະມາຊິກລັດຖະສະພານໍາໜ້າພັກແຮງງານລາຊະອານາຈັກອັງກິດ, ພັກປະຊາທິປະໄຕເສລີ, ພັກ SNP ແລະ ພັກ  Plaid Cymru ເຂົ້າຮ່ວມກອງປະຊຸມ. ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຕີລາຄາວ່າ ກອງປະຊຸມຄັ້ງນີ້ ມີລັກສະນະສ້າງສັນ ແລະ ໃຫ້ຮູ້ວ່າ ນັບແຕ່ວັນທີ 17 ມັງກອນ, ການພົບປະກັບບັນດາສະມາຊິກລັດຖະສະພາພັກນິຍົມຮັກສາເດີມຕາມການສົງໄສຂອງ ເອີຣົບ ໄດ້ຮັບການຊຸກຍູ້ເພື່ອປຶກສາຫາລືກ່ຽວກັບບັນດາຂໍ້ສະເໜີ ສໍາລັບ Brexit.

        ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ ອີຢູ ພວມພິຈາລະນາບັນດາແຜນການໂຈະເລື່ອງອັງກິດຖອນຕົວອອກຈາກກຸ່ມນີ້ ຈົນຮອດປີ 2020. ແຜນການກ່ອນນັ້ນ ໄດ້ຮັບການຄິດໄລ່ຊັ່ງຊາວ່າ ຈະໂຈະ Brexit ໄດ້ເປັນເວລາ 03 ເດືອນ ເຊິ່ງນັບແຕ່ວັນທີ 29 ມີນາ ຈົນໄປຮອດທ້າຍເດືອນມິຖຸນາ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ວົງການເຈົ້າໜ້າທີ່ ອີຢູ ພວມຄົ້ນຄວ້າບັນດາວິວັດການດ້ານກົດໝາຍ ເພື່ອໂຈະ Brexit ໄວ້ຈົນຮອດປີ 2020.

        ເຖິງວ່າວິວັດທະນາການ ອັງກິດ ຖອນຕົວອອກຈາກ ອີຢູ ຈະຖືກໂຈະ ຫຼື ບໍ່ໂຈະນັ້ນ ແຕ່ເລື່ອງສະພາຕໍ່າອັງກິດ ປ່ອນບັດຄັດຄ້ານຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ Brexit, ເຊິ່ງເປັນເອກະສານ ທີ່ທ່ານນາງນາຍົກລັດຖະມົນຕີອັງກິດ ແລະ ອີຢູປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຈິ່ງບັນລຸໄດ້ຄວາມເຫັນດີເຫັນພ້ອມ, ໄດ້ເຮັດໃຫ້ອະນາຄົດຂອງຂໍ້ຕົກລົງດັ່ງກ່າວຍາກທີ່ຈະກໍານົດໄດ້, ຊໍ້າບໍ່ໜໍາ ຍັງຢືນຢູ່ຕໍ່ໜ້າຄວາມສ່ຽງຖືກລົບລ້າງອີກດ້ວຍ. ສິ່ງດັ່ງກ່າວກໍສະແດງໃຫ້ເຫັນ ເລື່ອງ ອັງກິດຖອນຕົວອອກຈາກ ອີຢູ ຕາມວິທີທີ່ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແທ້ຈິງແລ້ວ ແມ່ນວິວັດການທີ່ບໍ່ງ່າຍດາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ